Homeຂ່າວພາຍ​ໃນເຫັນດີໃຫ້ຂຸດຄົ້ນໄມ້ຕາມຕົວເລກກະສິກຳສະເໜີສົກໜ້າ ສ່ວນປ່າຜະລິດໃຫ້ຢຸດຕິ

ເຫັນດີໃຫ້ຂຸດຄົ້ນໄມ້ຕາມຕົວເລກກະສິກຳສະເໜີສົກໜ້າ ສ່ວນປ່າຜະລິດໃຫ້ຢຸດຕິ

Published on

 

laopost
ພາບປະກອບຂາກອິນເຕີເນັດ

ຂ່າວ: ພິມ​ພອນ

   ກອງ​ປະ­ຊຸມ​ລັດ­ຖະ­ບານ​ໄດ້​ເຫັນ​ດີຕາມ​ການ​ສະ­ເໜີ​ຂອງ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ກ່ຽວ​ກັບ​ໂກ​ຕ້າ​ໄມ້​ສຳ­ລັບສົກ​ປີ­ໜ້າ ແຕ່​ໃຫ້​ຂຸດ​ຄົ້ນ​ສະ­ເພາະ​ເຂດ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ເຂດ​ພັດທະ​ນາ​ຕ່າງໆສ່ວນ​ເຂດ​ປ່າ​ຜະ­ລິດ​ແມ່ນ ໃຫ້​ຢຸດ­ຕິ.

ເມື່ອ​ອາ­ທິດ​ຜ່ານ​ມາ ທ່ານ ວິ­ໄລ​ວັນ ພົມ​ເຂ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ກະສິ​ກຳ ແລະ ປ່າ­ໄມ້ ໄດ້​ສະ­ເໜີ​ຕໍ່​ກອງ​ປະຊຸມ​ລັດ­ຖະບານ​ກາງ​ສົກ​ປີ 2013Œ2014 ກ່ຽວ​ກັບ​ຄວາມ​ຕ້ອງ­ການ​ໃນ​ການ​ຂຸດຄົ້ນ​ໄມ້ ສົກ​ປີ 2014Œ2015 ໃຫ້​ລັດ​ຖະບານ​ອະ­ນຸ­ມັດ​ໂກ​ຕ້າ​ໄມ້​ຈາກ​ເຂດ​ກໍ່­ສ້າງພື້ນ­ຖານ​ໂຄງ​ລ່າງ, ເຂດ​ບຸກ­ເບີກ​ເນື້ອ­ທີ່ປູກ​ໄມ້, ພືດ​ກະ­ສິ­ກຳ ແລະ ເຂດ​ເນື້ອ­ທີ່ທຳ​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ​ຢູ່​ພາຍໃນ 7 ແຂວງ​ຈຳ­ນວນ 105.942 ແມັດກ້ອນ, ໃນ​ນັ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ແຂວງຫຼວງ​ພະ​ບາງ​ມີ 50,23 ພັນ​ແມັດ​ກ້ອນ, ຮອງ​ມາ​ແມ່ນ​ຈຳ­ປາ​ສັກ 31,90 ພັນ ແມັດ​ກ້ອນ, ຫົວ­ພັນ​ມີ 20 ພັນ​ແມັດ​ກ້ອນ, ບໍ່​ແກ້ວ 1.231 ແມັດ​ກ້ອນ, ໄຊ​ຍະ​ບູ​ລີ 1.106 ແມັດ​ກ້ອນ, ວຽງ​ຈັນ 1.066 ແມັດ​ກ້ອນ ແລະ ຜົ້ງ​ສາ­ລີ ຈຳ­ນວນ 400 ແມັດ​ກ້ອນ.

ຜ່ານ​ການ​ສະ­ເໜີ​ດັ່ງ­ກ່າວ​ກອງ​ປະຊຸມ​ລັດ­ຖະ­ບານ​ກໍ​ໄດ້​ເຫັນ​ດີ​ຕາມ​ຄຳ​ສະເໜີ ແຕ່​ໃຫ້​ມີ​ການ​ຂຸດ​ຄົ້ນ​ໄມ້​ໃນ​ສະ­ເພາະເຂດ​ທີ່​ຈະ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ເຂດ​ພັດ­ທະ­ນາ​ຕ່າງໆ, ສ່ວນ​ເຂດ​ປ່າ​ຜະລິດ​ແມ່ນ​ໃຫ້​ຢຸດ­ຕິ ແລະ ຈຳ­ນວນ​ໄມ້​ທີ່ຂຸດ​ຄົ້ນ​ດັ່ງ­ກ່າວ​ແມ່ນ​ໃຫ້​ແບ່ງ­ປັນ​ໃຫ້​ບັນ­ດາ​ໂຮງ­ງານ​ປຸງ​ແຕ່ງ​ໄມ້​ທີ່​ໄດ້​ມາດ­ຖານ ເພື່ອ​ປຸງ​ແຕ່ງ​ເປັນ​ໄມ້​ສຳ­ເລັດ​ຮູບ​ແລ້ວຈິ່ງ​ສົ່ງ​ອອກ.

ພ້ອມ​ດຽວ​ກັນ​ນັ້ນ ກອງ​ປະ­ຊຸມ​ຍັງ​ໄດ້ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ຕົ້ນ­ຕໍ​ແມ່ນ​ໃຫ້​ເຂັ້ມ​ງວດ​ຕໍ່​ການ​ກວດ­ກາ ແລະ ຄຸ້ມ​ຄອງ​ປ່າ​ສະ­ຫງວນ, ປ່າ​ປ້ອງກັນ, ປ່າ​ຍອດ­ນ້ຳ ແລະ ມີ​ແຜນ​ລະ­ອຽດໃນ​ການ​ຟື້ນ​ຟູ ແລະ ປູກ​ໄມ້​ຕາມ​ແຜນ­ທີ່ໄດ້​ກຳ­ນົດ​ຮອດ​ປີ 2015 ແລະ 2020, ພ້ອມ​ນັ້ນ ຍັງ​ໃຫ້​ບັນ­ດາ​ກະ­ຊວງŒອົງ­ການ ແລະ ທ້ອງ­ຖິ່ນ​ເພີ່ມ​ທະ­ວີ​ຄວາມ​ຮັບ​ຜິດຊອບ​ໃນ​ການ​ຕິດ­ຕາມ, ກວດ­ກາ ແລະ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້​ໃຫ້​ເຂັ້ມ​ງວດ​ຕາມ​ຄຳ​ສັ່ງ​ເລກ​ທີ 17/ນຍ ແລະ ກ້າວໄປ​ເຖິງ​ຢຸດ­ຕິ​ການ​ຂຸດ​ຄົ້ນ​ໄມ້ ເພື່ອ​ຊຳລະ ໂຄງ­ການ​ກໍ​ຄື​ເປັນ​ລາຍ​ຮັບ​ຕົ້ນ­ຕໍ​ໃຫ້​ງົບປະ­ມານ; ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າຖືກ​ເນັ້ນ​ໃຫ້​ສົມ­ທົບ​ກັບ​ຂະ­ແໜງການ​ທີ່​ກ່ຽວຂ້ອງ ແລະ ທ້ອງ­ຖິ່ນ​ຕ່າງໆກວດ­ກາ ແລະ ປັບ­ປຸງ​ຄືນ​ບັນ­ດາ​ໂຮງງານ​ປຸງ​ແຕ່ງ​ໄມ້​ໃຫ້​ໄດ້​ມາດ­ຕະ­ຖານ ເພື່ອ​ສົ່ງ­ເສີມ​ການ​ປຸງ​ແຕ່ງ ແລະ ສົ່ງ​ອອກຜະ­ລິດ​ຕະ​ພັນ​ໄມ້​ສຳ­ເລັດ​ຮູບ.

ສຳ­ລັບ​ໃນ​ສົກ​ປີ 2013Œ2014 ໄດ້ ອະ­ນຸ­ມັດ​ໃຫ້​ມີ​ການ​ຂຸດ​ຄົ້ນ​ໄມ້​ທັງ​ໝົດ 580.072 ແມັດ​ກ້ອນ, ມາ​ຮອດ​ກາງເດືອນ​ເມ­ສາ 2014 ສາ­ມາດ​ປະ­ຕິ­ບັດ​ໄດ້ພຽງ​ແຕ່ 69.888 ແມັດ​ກ້ອນ ເທົ່າ​ກັບ 12% ຂອງ​ແຜນ­ການ, ໃນ​ນັ້ນ ບ້ວງ​ລັດຖະ​ບານ​ອະ­ນຸ­ມັດ 133.289 ແມັດ​ກ້ອນ ຊຶ່ງ​ກວມ​ເອົາ 10 ແຂວງ, ມີ 45 ໂຄງ ການ ທີ່​ນອນ​ໃນເຂດ​ກໍ່­ສ້າງ​ພື້ນ­ຖານ​ໂຄງລ່າງ ແລະ ເຂດ​ປູກ​ພືດ​ກະ­ສິ­ກຳ ແລະ ຊຳ­ລະ​ໜີ້ 2 ໂຄງ­ການກໍ່­ສ້າງ​ພື້ນ­ຖານ ໂຄງ​ລ່າງ​ຂອງ 2 ແຂວງ​ແມ່ນ​ປະ­ຕິ­ບັດ ໄດ້ 11.745 ແມັດ​ກ້ອນ ເທົ່າ​ກັບ 9% ຂອງ​ແຜນ­ການ.

ນອກ​ນັ້ນ ຍັງ​ມີ​ບ້ວງ​ທີ່​ຍົກ​ມາ​ຈາກສົກ​ປີ 2012Œ2013 ຈໍານວນ​ທັງ​ໝົດ 446.783 ແມັດ​ກ້ອນ ຊຶ່ງ​ເປັນ​ໄມ້​ໃນເຂດ​ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ​ຈຳນວນ 23 ໂຄງ­ການ ຢູ່ 8 ແຂວງ, ໃນ​ນີ້ ລວມ​ມີ​ເຂດ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ, ແລວທາງ, ແລວ​ໄຟ­ຟ້າ, ເຂດ​ບໍ່​ແຮ່, ເຂດ​ບ້ານຈັດ​ສັນ ແລະ ຊຳ­ລະ​ໂຄງ­ການ​ແມ່ນ​ປະ­ຕິ ບັດ​ໄດ້ 58.142 ແມັດ​ກ້ອນ ເທົ່າ​ກັບ 13% ຂອງ​ແຜນ­ການ.

ທີ່ມາ ເສດຖະກິດ-ສິງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...