spot_img
Homeຂ່າວທ້ອງຖິ່ນສະ­ຫວັນ​ນະ​ເຂດ-ນະ­ຄອນ​ພະ­ນົມ ຮ່ວມ​ມື​ຮັກ­ສາຄວາມ​ສະ­ຫງົບ​ຕາມ​ຊາຍ​ແດນ

ສະ­ຫວັນ​ນະ​ເຂດ-ນະ­ຄອນ​ພະ­ນົມ ຮ່ວມ​ມື​ຮັກ­ສາຄວາມ​ສະ­ຫງົບ​ຕາມ​ຊາຍ​ແດນ

Published on

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການຮ່ວມ​ມື​ຮັກ­ສາ​ຄວາມ​ສະ­ຫງົບ​ຕາມ​ຊາຍ ແດນ​ລາວ-ໄທ ລະ­ຫວ່າງ​ແຂວງ​ສະ­ຫວັນນະ​ເຂດ (ສປປ ລາວ) ແລະ​ຈັງ­ຫວັດ ນະ­ຄອນ​ພະ­ນົມ (ລາ­ຊະ​ອາ­ນາ­ຈັກ​ໄທ) ໄດ້​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 7-8 ມີນາ 2016 ທີ່​ສາ­ລາ​ກາງ​ຈັງ­ຫວັດ​ນະຄອນ​ພະ­ນົມ ໂດຍ​ແມ່ນ​ຈັງ­ຫວັດ​ນະ­ຄອນພະ­ນົມ​ເປັນ​ເຈົ້າ­ພາບ ຊຶ່ງ​ຄັ້ງ​ນີ້​ເປັນ​ຄັ້ງທຳ​ອິດ, ຝ່າຍ​ຈັງ­ຫວັດ​ນະ­ຄອນ​ພະ­ນົມນຳ​ໂດຍ​ທ່ານ ສົມ​ຊາຍ ວິດ​ດຳ­ລົງ ຜູ້ວ່າ​ຣາ​ຊະ​ການ​ຈັງ­ຫວັດ​ນະ­ຄອນ​ພະ­ນົມ ພ້ອມ​ຄະ­ນະ, ຝ່າຍ​ແຂວງ​ສະ­ຫວັນ​ນະເຂດ ນຳ​ໂດຍ ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ຄະ­ນະ, ຈາກ​ນັ້ນ ກໍ​ມີ​ທ່ານ​ກົງ­ສຸນ​ໃຫຍ່​ແຫ່ງ​ຣາຊະ​ອາ­ນາ­ຈັກ​ໄທ ປະ­ຈຳ​ແຂວງ​ສະ­ຫວັນນະ​ເຂດ, ທ່ານ ກົງ­ສຸນ​ໃຫຍ່ແຫ່ງ ສປປ ລາວ ປະ­ຈຳ​ຈັງ­ຫວັດ​ຂອນ​ແກ່ນ ກໍ​ໄດ້ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພະ­ຍານ​ໃນ​ຄັ້ງ​ນີ້​ດ້ວຍ.

ແຂວງ​ສະ­ຫວັນ​ນະ​ເຂດ ແລະ​ຈັງຫວັດ​ນະ­ຄອນ​ພະ­ນົມ ມີ​ຊາຍ​ແດນ​ຮ່ວມກັນປະ­ມານ 15 ກິ­ໂລ­ແມັດ ຢູ່​ລະ
ຫວ່າງ​ເມືອງ​ໄຊ​ບູ​ລີ ແລະ​ອຳ​ເພີ​ທາດພະ­ນົມ, ປະ­ຊາ­ຊົນ​ທັງ​ສອງ​ຝັ່ງ ໄດ້​ໄປ-ມາຫາ​ສູ່​ກັນ ໂດຍ​ສະ­ເພາະ​ໃນ​ງານ​ປະ­ເພ­ນີຕ່າງໆເປັນ­ຕົ້ນ: ງານ​ກຸດ​ສົງ­ການ, ງານທາດ​ພະ­ນົມ. ດັ່ງ­ນັ້ນ ເພື່ອ​ເຮັດ​ໃຫ້​ຂອບການ​ຮ່ວມ​ມື​ລະ­ຫວ່າງ 2 ແຂວງ​ມີ​ການຂະ­ຫຍາຍ​ການ​ຮ່ວມ​ມື​ໃຫ້​ໄດ້​ຫຼາຍ​ຂຶ້ນ ທາງ​ສອງ​ຝ່າຍ ຈິ່ງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະກຳ­ມະ­ການ​ຮ່ວມ​ມື​ຕາມ​ຊາຍ​ແດນ ໂດຍມີ​ທ່ານ​ເຈົ້າ­ແຂວງຂອງ​ສອງ​ແຂວງ​ເປັນ​ປະ­ທານ ແລະ​ມີບັນ­ດາ​ພະ­ແນກ­ການ​ຕ່າງໆ​ກໍ​ໄດ້​ເຂົ້າຮ່ວມ​ເປັນ​ຄະ­ນະ​ກຳ­ມະ­ການ ທັງ​ນີ້​ກໍ​ເພື່ອຄວາມ​ສະ­ຫງົບ ແລະ​ຄວາມ​ເປັນ​ລະ­ບຽບຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ໄທ-ລາວ ເວົ້າລວມ, ເວົ້າ​ສະ­ເພາະ​ສະ­ຫວັນ​ນະ​ເຂດ-ນະ­ຄອນ​ພະ­ນົມ.

ເພື່ອ​ເຮັດ​ໃຫ້­ການ​ຮ່ວມ​ມື​ເປັນ​ໄປ​ຕາມລະ­ບຽບ, ຄະ​ນະ​ກຳ­ມະ­ການ​ທັງ​ສອງ​ຝ່າຍ ຈິ່ງ​ໄດ້​ເຮັດ​ບົດ​ບັນ­ທຶກ​ໂດຍ​ມີ​ລາຍ​ລະອຽດ​ດັ່ງ­ນີ້: ການ​ຮ່ວມ​ມື​ຮັກ­ສາ​ຄວາມສະ­ຫງົບ​ຕາມ​ຊາຍ​ແດນ ແຂວງ​ສະ­ຫວັນນະ​ເຂດ-ຈັງ­ຫວັດ​ນະ­ຄອນ​ພະ­ນົມ ທັງສອງ​ຝ່າຍ​ຮ່ວມ​ມື​ກັນ​ປ້ອງ​ກັນ ແລະ​ປາບປາມ​ອາດ­ຊະ­ຍາ​ກຳ, ການ​ລັກ­ລອບ​ຍານພາ­ຫະ­ນະ ແລະ​ວັດ­ຖຸ­ບູ­ຮານ​ທີ່​ມີ­ຄ່າ, ການລັກ­ລອບ​ຂົນ­ສົ່ງ​ສິນ­ຄ້າ​ຜິດ​ກົດ­ໝາຍ, ການ​ລັກ­ລອບ​ຄ້າ­ຂາຍ​ສັດ, ການ​ຄ້າ­ຂາຍອາ­ວຸດ​ສົງ­ຄາມ ແລະ​ທາດ​ລະ­ເບີດ, ການລັກ­ລອບ​ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ, ການ​ຫຼອກ​ລວງ​ເດັກ ແລະ​ແມ່­ຍິງເພື່ອ​ຄ້າ​ປະ­ເວ­ນີ, ການ​ຄ້າ​ແຮງ​ງານ​ຜິດກົດ­ໝາຍ ແລະ​ອື່ນໆ. ໃນ​ກໍ­ລະ­ນີ​ທີ່​ຝ່າຍໃດ​ຝ່າຍ​ໜື່ງ​ຮູ້ ແລະ​ພົບ​ເຫັນ​ການ​ກະ­ທຳ ຜິດ​ດັ່ງ­ກ່າວ​ຕ້ອງ​ແຈ້ງ​ໃຫ້​ອີກ​ຝ່າຍ​ໜຶ່ງຊາບ​ໂດຍ​ດ່ວນ ເພື່ອ​ສະ­ກັດ​ກັ້ນ ແລະ ປາບ​ປາມ​ໃຫ້​ທັນ​ເວ­ລາ ຈາກ​ນັ້ນ ກໍ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ອຳ­ນວຍ​ຄວາມ​ສະ­ດວກ ແລະ​ຄວາມ​ປອດ​ໄພ​ໃນ​ການ​ເຂົ້າ-ອອກ​ເມືອງ​ຕາມ​ຈຸດ​ຜ່ານ​ແດນ, ການຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ, ການ​ຮ່ວມມື​ໃນ​ການ​ປົກ​ປັກ​ຮັກ­ສາ, ປ້ອງ​ກັນ​ຕະຝັ່ງ​ເຈື່ອນ ແລະ​ການ​ແກ້​ໄຂ​ບັນ­ຫາ​ການຂຸດ​ຄົ້ນ​ແຮ່, ຊາຍ​ໃນ​ແມ່­ນ້ຳ​ຂອງ, ການຮ່ວມ​ມື​ໃນ​ກໍ­ລະ­ນີ​ບຸກ­ຄົນ​ຂອງ​ແຕ່​ລະ​ຝ່າຍຖືກ​ຈັບ​ກຸມ​ຄຸມ​ຂັງ, ການ​ຮ່ວມ​ມື​ແກ້​ໄຂບຸກ­ຄົນ​ສອງ​ສັນ­ຊາດ​ການ​ຮ່ວມ​ມື​ດ້ານ ແຮງ​ງານ, ການ​ຮ່ວມ​ມື​ດ້ານ​ການ​ຕ້ານ ການ​ຄ້າ​ມະ­ນຸດ, ການ​ຮ່ວມ​ມື​ດ້ານ​ເສດ ຖະ​ກິດ​ລະ­ຫວ່າງ ແຂວງ​ສະ­ຫວັນ​ນະເຂດ-ຈັງ­ຫວັດ​ນະ­ຄອນ​ພະ­ນົມ, ການ​ຮ່ວມມື​ລະ­ຫວ່າງ​ແຂວງ-ຈັງ­ຫວັດ ແລະ​ເມືອງ-ອຳ​ເພີ, ການ​ຮ່ວມ​ມື​ດ້ານ​ສາ­ທາ­ລະ­ນະ ສຸກ ແລະ​ການ​ຮ່ວມ​ມື​ໃນ​ເລື່ອງ​ອື່ນໆ. ໃນ ກອງ​ປະ­ຊຸມ​ຍັງ​ໄດ້​ກຳ­ນົດ​ວັນ, ເວ­ລາ, ສະ­ຖານ­ທີ່​ຂອງ​ການ​ຈັດ​ກອງ​ປະ­ຊຸມ​ຄັ້ງຕໍ່​ໄປ ໂດຍ​ແມ່ນ​ແຂວງ​ສະ­ຫວັນ​ນະ​ເຂດ ຈະ​ເປັນ​ເຈົ້າ­ພາບ​ໃນ​ກອງ​ປະ­ຊຸມ​ຄະ­ນະກຳ­ມະ­ການ​ຮ່ວມ​ມື​ຮັກ­ສາ​ຄວາມ​ສະ­ຫງົບຕາມ​ຊາຍ​ແດນລາວ-ໄທຄັ້ງ​ທີ II.

ຈາກ​ນັ້ນ ທ່ານ​ເຈົ້າ­ແຂວງ​ສະ­ຫວັນ ນະ​ເຂດ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ແລະ ທ່ານ ສົມ​ຊາຍ ວິດ​ດຳ­ລົງ ຜູ້​ວ່າ​ຣາ​ຊະ​ການ​ຈັງ ຫວັດ​ນະ­ຄອນ​ພະ­ນົມ ກໍ​ໄດ້​ຮ່ວມ​ກັນ​ເຊັນບົດ​ບັນ­ທຶກ​ສະ­ບັບ​ນີ້ ຊຶ່ງ​ເປັນ​ສະ­ບັບ​ທຳອິດ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ຈັງ­ຫວັດ​ນະ­ຄອນ​ພະ­ນົມ ໃນ​ການ​ຮ່ວມ​ມື​ຮັກ­ສາ​ຄວາມ​ສະ­ຫງົບ​ຕາມ​ຊາຍ​ແດນ ໂດຍ​ຊ້ອງ​ໜ້າ​ຂອງ​ຄະ­ນະ​ກຳ­ມະ­ການ​ທັງ​ສອງ​ຝ່າຍ ເພື່ອ​ຈະ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ເກີດ​ດອກ​ອອກ​ຜົນ​ຕໍ່​ໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...