spot_img
Homeຂ່າວການພັດທະນາສປປ.ລາວ ແລະ ອົງການສະຫະປະຊາຊາດປະຈໍາລາວ ຫາລື ກຳນົດໂຕຊີ້ວັດຂອງແຜນການ 5 ປີ ຄັ້ງທີ VIII

ສປປ.ລາວ ແລະ ອົງການສະຫະປະຊາຊາດປະຈໍາລາວ ຫາລື ກຳນົດໂຕຊີ້ວັດຂອງແຜນການ 5 ປີ ຄັ້ງທີ VIII

Published on

ສປປ.ລາວ ແລະ ອົງການສະຫະປະຊາຊາດປະຈໍາລາວ ຫາລື ກຳນົດໂຕຊີ້ວັດຂອງແຜນການ 5 ປີ ຄັ້ງທີ VIII

ສປປ.ລາວ ໂດຍກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ.ລາວ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຕິດຕາມ ແລະ ປະເມີນຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ເປົ້າໝາຍການພັດທະນາແບບຍືນຍົງຂຶ້ນໃນວັນທີ 07 ມີນາ 2016 ຜ່ານມາ ທີ່ຫ້ອງປະຊຸມໃຫຽ່ ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຮ່ວມຂອງທ່ານ ດຣ. ຄຳລຽນ ພົນເສນາ ລັດຖະມົນຕີຊ່ອຍວ່າການກະຊວງແຜນການ ແລະ ການລົງທຶນ ທ່ານນາງ ຄາຣິນາ ອີມໂມເນັນ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ.ລາວ ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ບັນດາຄູ່ຮ່ວມພັດທະນາ ບັນດາກະຊວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ.ຄໍາລຽນ ພົນເສນາ ໄດ້ກ່າວວ່າ ການຈັດກອງປະຊຸມໃນຄັ້ງນີ້ ແມ່ນການສືບຕໍ່ເຮັດວຽກພາຍ ຫຼັງກອງປະຊຸມປຶກສາຫາລືກ່ຽວກັບການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ແຜນຂອງຂະແໜງການທີ່ໄດ້ຈັດຂຶ້ນໃນເດືອນກຸມພາ 2016 ທີ່ຜ່ານມາ ເພື່ອປຶກສາຫາລືຂອບການຕິດຕາມ ແລະ ປະເມີນຜົນໃຫ້ເປັນເອກະພາບຕໍ່ບັນດາໂຕຊິ້ວັດໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ເປົ້າໝາຍການພັດທະນາແບບຍືນຍົງ ກ່ອນຈະນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ຈະໄຂຂຶ້ນໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ມີການປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະ ສາມາດສັງຮວມໄດ້ທັງໝົດ 165 ໂຕຊີ້ວັດ ໃນນັ້ນ ຂົງເຂດເສດຖະກິດ 55 ໂຕຊີ້ວັດ ຂົງເຂດວັດທະນະທຳ-ສັງຄົມ 87 ໂຕຊີ້ວັດ ຂົງເຂດສິ່ງແວດລ້ອມ 7 ໂຕຊີ້ວັດ ແລະ ອີກ 16 ໂຕຊີ້ວັດ ແມ່ນຕິດພັນກັບຫຼາຍຂະແໜງການ ສຳລັບໂຕຊີ້ວັດທີ່ກ່ຽວຂ້ອງກັບເປົ້າໝາຍການພັດທະນາແບບຍືນຍົງ ມີທັງໝົດ 61 ໂຕຊີ້ວັດ ກວມ 37% ຂອງໂຕຊີ້ວັດທັງໝົດໃນຂອບການຕິດຕາມ-ປະເມີນຜົນ.

 

ແຫລ່ງຂ່າວຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...