spot_img
Homeຂ່າວຕ່າງປະເທດສະຫະລັດ ຊຸກຍູ້ ພັນທະມິດ ຮ່ວມກັນ ປະຕິບັດງານ ທຳລາຍ ກຸ່ມລັດ​ອິສລາມ

ສະຫະລັດ ຊຸກຍູ້ ພັນທະມິດ ຮ່ວມກັນ ປະຕິບັດງານ ທຳລາຍ ກຸ່ມລັດ​ອິສລາມ

Published on

ເຈົ້າ​ໜ້າ​ທີ່ສະຫະລັດ ​ແມ່ນ​ໄດ້​ຊຸກຍູ້​ໃຫ້​ກຸ່ມພັນທະ​ມິດ​ທີ່​ຖືກ​ຄັດ​ເລືອກມາ​ນັ້ນ ຂະຫຍາຍ​ການ​ກວດກາ​ກຳກັບຂອງ​ພວກ​ເຂົາ​ເຈົ້າ​ໃຫ້ກວ້າງອອກ​ໄປ​ກາຍ​ຊິ​ເຣຍ​ແລະ​ອີຣັກ ​ໃນ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ໂລກ ​ທີ່​ຈະ​ທຳລາຍ ພວກກໍ່​ການ​ຮ້າຍ​ລັດ​ອິສລາມ.

​ຍ້ອນແຮງ​ກະ​ຕຸ້ນ​ ຈາກຄວາມ​ແຂງ​ແກ່ນ​ທີ່​ເພີ່ມທະວີ​ຂຶ້ນຂອງກຸ່ມ​ລັດ​ອິສລາມ​ໃນລີ​ເບຍ ພ້ອມ​ທັງ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ​ນະຄອນຫຼວງ​ປາຣີ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່ສະຫະລັດ​ຈຶ່ງ​ໄດ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຢ່າງ​ແຈ່ມ​ແຈ້ງຕໍ່​ການ​ຂະຫຍາ​ຍການ​ເອົາ​ບາດກ້າວ ​ທີ່​ຮອບດ້ານ​ຫຼາຍ​ຂຶ້ນ.

DD8DF7C5-E22A-4D39-ABFE-B0ADCE5857E3_w640_s

ການ​ປຶກສາ​ຫາລື ​ໄດ້​ກາຍ​ມາ​ເປັນ​ເລື້ອງທີ່​ຮີບ​ດ່ວນ​ຫຼາຍຂຶ້ນໃນ​ຂະນະ​ທີ່​ໜ່ວຍສືບ​ລັບ ສະ​ແດງ​ໃຫ້​ເ​ຫັນ ​ເຖິງຈຳ​ນວນ​ທີ່​
ເພີ້ມຂຶ້ນຂອງ​ພວກ​ນັກລົບກຸ່ມລັດ​ອິສລາມ ​ແລະ​ພວກທີ່​ຖືກ​ເກນ​ມາ​ນັ້ນ ​ກຳລັງ​ເຄື່ອນ​ຍ້າຍ​ເຂົ້າ​ໄປ​ໃນ​ລີ​ເບຍ ຈາກ​ທົ່ວ​ເຂດ​ອາ​ຟຣິກາ​ເໜືອ ບາງ​ເຂດ​ຂອງອາ​ຟຣິກາຕາ​ເວັນ​ອອກ ​ແລະ ເຂດSahel.

ລີ​ເບຍ ​ໄດ້​ກາຍ​ມາ​ເປັນ​ທີ່​ພັກ​ພິງ​ໃນ​ອັນທີ່​ເຈົ້າ​ໜ້າ​ທີ່​ໜ່ວຍສືບ​ລັບສະຫະລັດ​ຖື​ວ່າ ​ເປັນ​ເຄືອ ຂ່າຍ​ຂອງກຸ່ມລັດ​ອິສລາມ ທີ່​ເປັນອັນຕະລາຍ​ຮ້າຍແຮງ ​ໂດຍ​ມີ​ນັກ​ລົບ​ປະມານ 5 ພັນ​ຄົນຊຶ່ງ​ໄດ້​ຂະຫຍາຍການ​ຄວບ​ຄຸມຢ່າ​ງສະ​ໜ່ຳສະ​ເໝີ ​ຈາກ​ທີ່​ໝັ້ນ​ຂອງ​ກຸ່ມ​ໃນ​ເມືອງ Sirte. ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ກະ​ປະ​ມານ​ວ່າ​ມີ​ນັກ​ລົບ​ຂອງກຸ່ມລັດ​ອິສລາມ 50 ຄົນ​ ​ໄດ້​ເປີດ​ສາກ​ໂຈມ​ຕີ​ ​ເມືອງ Ben Guerdan ທີ່​ຕັ້ງຢູ່​ໃນ​ເຂດ​ຊາຍ​ແດນ​ລີ​ເບຍ​ຕິດ​ກັບຕູ​ນີ​ເຊຍ ທີ່ໄດ້ສັງຫານ 55 ຄົນ​ນັ້ນ.

E3394F99-E5FD-4AFC-91F5-8A12F9C3DF0E_w640_s

ເຈົ້າ​ໜ້າ​ທີ່ອະ​ວຸ​ໂນ​ທາງທະຫານຂອງສະຫະລັດ ​ໄດ້​ລະບຸ​ວ່າ ມີ​ອັງກິດ ຝຣັ່ງ ອີ​ຕາ​ລີ ​ເຢຍ ຣະມັນ ​ແລະ​ສ​ເປນ ແມ່ນພາຄີ​ທີ່​ສຳຄັນ ​ໃນ​ການ​ຕໍ່ສູ້​ກັບກຸ່ມລັດ​ອິສລາມ ໃນ​ລີ​ເບຍ.

ຜູ້​ບັນຊາ​ການ​ກອງທັບ​ສະຫະລັດ​ໃນ​ອາ​ຟຣິກາ ​ນາຍ​ພົນ David Rodriguez ​ໄດ້​ເຕືອນ​ຄະນະ​ກຳມະການກອງທັບຂອງ​ສະພາສູງ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ວ່າ “ພວກ​ເຮົາໃນ​ຖານະ​ທີ່ເປັນ​ສ່ວນ​ນຶ່ງ​ຂອງ​ປະຊາ​ຄົມນາໆ​ຊາດ ຈະຕ້ອງ​ໄດ້​ກະ​ທຳ​ໃຫ້​ຫຼາຍ​ໄປ​ກວ່າ​ນີ້.”

ທ່ານ​ຍັງ​ກ່າວ​ເພີ້​ມຕື່ມ​ວ່າ “​ປະຊາ​ຄົມນາໆ​ຊາດ ຕ້ອງ​ໄດ້​ເອົາ​ບາດກ້າວ​ຢ່າງ​ຈິງ​ຈັງ ​ເພື່ອ​ຍຸດຕິ​ການ​ຂະຫຍາຍ​ການ​ປະຕິບັດ​ງານ​ນີ້ ລົດ​ຄວາມ​ແຂງ​ແກ່​ນ​ຂອງ​ພວກເຂົາ​ລົງ ​ແລະ​ໃນ​ທີ່​ສຸດ​ພວກ​ເຮົາກໍຈະ​ເອົາຊະນະ​ພວກເຂົາ​ໄດ້.”

 

ແຫລ່ງຂ່າວຈາກ http://lao.voanews.com/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...