spot_img
Homeຂ່າວທ້ອງຖິ່ນນໍ້າປະປາໄຫລບໍ່ດວກໃນລະດູແລ້ງເປັນບັນຫາຕ້ອງແກ້ໄຂຮີບດ່ວນ

ນໍ້າປະປາໄຫລບໍ່ດວກໃນລະດູແລ້ງເປັນບັນຫາຕ້ອງແກ້ໄຂຮີບດ່ວນ

Published on

ນໍ້າປະປາໄຫລບໍ່ດວກໃນລະດູແລ້ງເປັນບັນຫາຕ້ອງແກ້ໄຂຮີບດ່ວນ

ນໍ້າປະປາມາບໍ່ສະດວກຍັງເປັນບັນຫາຊໍາເຮື້ອໃນບາງເຂດຢູ່ນະຄອນຫລວງວຽງຈັນ ຂະນະທີ່ລັດວິສາຫະກິດນໍ້າປະປານະຄອນຫລວງຢືນຢັນຈະສູ້ຊົນຂະຫຍາຍລະບົບນໍ້າປະປາເພີ່ມຂຶ້ນເພື່ອຮັບປະກັນການສະໜອງນໍ້າໃຫ້ຜູ້ບໍລິໂພກພຽງພໍ. ປັດຈຸບັນນີ້ ລັດວິສາຫະກິດນໍ້າປະປານະຄອນຫລວງວຽງສາມາດຜະລິດນໍ້າປະປາໄດ້ປະມານ 300.000 ແມັດກ້ອນຕໍ່ມື້ໃນຂົງເຂດນະຄອນຫລວງວຽງຈັນ ໃນນັ້ນ ໂຮງງານຜະລິດນ້ຳຈີ່ນາຍໂມ້ມີກຳລັງການຜະລິດນໍ້າໄດ້ 80.000 ແມັດກ້ອນ/ ມື້; ໂຮງງານຜະລິດນ້ຳເກົ້າລ້ຽວມີກຳລັງການຜະລິດນໍ້າໄດ້ 60.000 ແມັດກ້ອນ/ ມື້ ;ໂຮງງານນໍ້າປະປາດົງໝາກຄາຍມີກໍາລັງການຜະລິດ100.000 ແມັດກ້ອນ/ ມື້ ແລະ ໂຮງງານດົງບັງມີກໍາລັງການຜະລິດແມ່ນ 20.000 ກ້ອນ/ມື້ ພ້ອມນີ້ ລັດວິສາຫະກິດນໍ້າປະປາດັ່ງກ່າວຍັງວາງວິໃສທັດໄວ້ວ່າ: ຈະສູ້ຊົນສະໜອງ ແລະ ບໍລິການນໍ້າປະປາທີ່ສະອາດດ້ວຍຮູບການແບບວິສາຫະກິດທີ່ມີຄວາມເຂັ້ມແຂງ ແລະ ໝັ້ນຄົງທາງດ້ານການເງິນ, ມີຄວາມສາມາດເພີ່ມກໍາລັງການຜະລິດ ແລະ ຂະຫຍາຍຂອບການສະໜອງນໍ້າປະປາທີ່ມີຄຸນນະພາບໃຫ້ພຽງພໍເພື່ອຮອງຮັບການພັດທະນາ ແລະ ການເຕີບໂຕຂອງຕົວເມືອງແຕ່ນີ້ຫາປີ 2020ໃຫ້ 80-90% ຂອງຈໍານວນປະຊາກອນທີ່ດໍາລົງຊີວິດໃນຂອບເຂດທົ່ວນະຄອນຫລວງວຽງຈັນ.

ແຕ່ຄວາມເປັນຈິງນັ້ນເຫັນວ່າການສະໜອງນໍ້າໃຫ້ປະຊາຊົນໃນບາງບ້ານ ແລະ ບາງເຂດຢູ່ນະຄອນຫລວງວຽງຈັນຍັງບໍ່ພຽງພໍກັບຄວາມຕ້ອງການໂດຍສະເພາະໃນລະດູແລ້ງ ເນື່ອງຈາກວ່າໄລຍະນີ້ເປັນເວລາທີ່ມີຄົນໃຊ້ນໍ້າຫລາຍເປັນພິເສດ. ນາງ ນ້ອຍ ນັກສຶກສາ ອາໃສຢູ່ຫໍພັກຊິເກມຂອງມະຫາວິທະຍາໄລແຫ່ງຊາດດົງໂດກເປີດເຜີຍວ່າ: ຕົນເອງອາໃສຢູ່ຫໍພັກມະຫາໄລແຫ່ງຊາດນີ້ແຕ່ປີທີ ຫາ ປີທີ 5 ເຫັນວ່ານໍ້າປະປາບໍ່ມັກໃນຍາມກາງວັນ ແຕ່ກາງຄືນນໍ້າຈິ່ງໄຫລສະດວກດີ ພ້ອມນີ້ໄຟຟ້າກໍມັກດັບເປັນໄລຍະໆ ໂດຍບໍ່ຮູ້ສາຍເຫດ ນີ້ເຫດການເກີດຂຶ້ນບໍ່ພຽງແຕ່ຢູ່ຫໍພັກເທົ່ານັ້ນ ຫາກລວມເຮືອນພັກຄູອາຈານກໍເຊັນກັນ. ສະນັ້ນ ສຶກສາສ່ວນໃຫຍ່ບໍ່ມັກຢູ່ຫໍພັກໃນວັນເສົາ-ວັນທິດ ແລະ ຕ້ອງໄປຢູ່ເຮືອນຍາດຕິພີ່ນ້ອງແທນເພາະບໍ່ມີນໍ້າອາບນໍ້າໃຊ້ ເຊິ່ງກະທົບບໍ່ໜ້ອຍ. ນັກສຶກສາຈໍານວນໜຶ່ງຊີ້ແຈງວ່າ: ວັນເສົາ-ວັນທິດແທນຈະໄດ້ຊັກເຄື່ອງນຸ່ງຫົ່ມ, ແຕ່ງຢູ່ຄົວກິນກັບໝູ່ເພື່ອນຢູ່ຫໍພັກເພື່ອປະຫຍັດລາຍຈ່າຍ ແຕ່ຊ້ຳພັດໄດ້ອອກໄປກິນເຂົ້າຢູ່ນອກຫໍພັກ. ແມ່ຕູ້ໃບ ເປັນປະຊາຊົນບ້ານສະຟັງມຶກ ເມືອງໄຊທານີນະຄອນຫລວງວຽງຈັນເວົ້າວ່າ: ລະຫວ່າງເດືອນເມສາ ຫາ ເດືອນມິຖະນາຂອງ ທຸກໆປີນໍ້າປະປາມາບໍ່ສະດວກໃນຍາມກາງເວັນ ແຕ່ຂ້ອນແຈ້ງ 2-3ໂມງເຊົ້ານໍ້າຈິ່ງມາສະດວກດີ ສະນັ້ນຕົນເອງເປັນຄອບຄົວໃຫຍ່ ແລະ ມີລາຍຮັບໜ້ອຍບໍ່ມີເງິນຫລາຍທີ່ຈະເຮັດອ່າງກັກເກັບນໍ້າໄວ້ຄືເພີ່ນ ຍິ່ງກວ່ານັ້ນຄ່າໄຟຟ້າ-ນໍ້າປະປາກໍຍິ່ງຂຶ້ນນັບມື້ ບາງຄັ້ງຫາເງິນກໍພໍແຕ່ຈ່າຍອາຫານການກິນເກືອບຈະບໍ່ລອດແລ້ວ. ສະນັ້ນຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຄວນເບິ່ງໃນການພັດທະນາ ແລະ ສະ     ຫຍາຍລະບົບນໍ້າປະປາໂດຍສະເພາະການປ່ຽນຖ່າຍທໍ່ນໍ້າຂະໜາດນ້ອຍໃຫ້ໃຫຍ່ຂຶ້ນກວ່າເກົ່າໄປຄວບຄູ່ກັບນະໂຍບາຍຜ່ອນຜັນສໍາລັບຄົນທຸກຍາກ ຫລື ພະນັກງານຄວນໃຫ້ຈ່າຍຕໍ່າກວ່າພາກສ່ວນທຸລະກິດ. ຕູ້ໃບຍັງກ່າວວ່າ: ຜ່ານມາເຫັນແຕ່ຂ່າວອອກໂທລະພາບວ່າຂະຫຍາຍສະຖານີນໍ້າປະປາ ແລະ ເປີດນໍາໃຊ້ສະຖານີນໍ້າປະປາແຫ່ງໃໝ່ເລື້ອຍໆ ແຕ່ປະກົດວ່ານໍ້າປະປາຄືບໍ່ແຮງ ແລະ ບໍ່ໄດ້ວ່ອງໄວຄືອອກຂ່າວ.

 

ແຫລ່ງຂ່າວຈາກ: Pathedlao Lao

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...