ຄວາມຮັກບໍ່ຜິດ! ຜິດທີ່…ໄວ້ໃຈ ຕອນ 2

ວັນທີ 3 ມີນາ ເປັນວັນເກີດຂອງນ້ຳເຊິ່ງໄດ້ໄປຈັດທີ່ຮ້ານອາຫານແຫ່ງໜຶ່ງ ມີໝູ່ເພື່ອນຫຼາຍຄົນມາຮ່ວມຍິນດີນຳ ລວມທັງໝູ່ຂອງນ້ຳອີກຄົນໜຶ່ງທີ່ເພິ່ງຈະເດີນກັບມາຈາກຮຽນຕໍ່ຢູ່ຈີນໄດ້ປະມານ2-3ວັນ ນ້ຳໄດ້ແນະນຳ ແພງ ເຊິ່ງເປັນໝູ່ຮັກທີ່ເຄີຍຮຽນນຳກັນຕອນມັດທະຍົມໃຫ້ ອັອດຮູ້ຈັກ ທຳອິດອັອດກະຮູ້ສຶກເສີຍໆ ກັບແພງບໍ່ໄດ້ຄິດຫຍັງ ແລະ ແພງກໍ່ເຊັ່ນດຽວກັນ ຍ້ອນທີ່ນ້ຳໄວ້ໃຈໝູ່ຮັກ ແລະ ຮັກໝຸ່ຄົນນີ້ຫຼາຍ ສະນັ້ນເວລາໄປໃສກັບອັອດນ້ຳກໍ່ມັກຈະຊວນແພງໄປນຳ ນ້ຳກໍ່ບໍ່ໄດ້ຄິດຫຍັງຫຼາຍຄິດແຕ່ວ່າບໍ່ໄດ້ພົບກັບໝູ່ຄົນນີ້ດົນແລ້ວ ພາໝູ່ໄປເປີດຫູເປີດຕານຳດີກ່ວາ ຫຼາຍເທື່ອຫຼາຍທີ່ທີ່ແພງໄດ້ໄປກັບນ້ຳ ແລະ ອັອດ ແພງກໍ່ໄດ້ສັງເກດເຫັນສະເໜ່ທີ່ມີໃນຕົວຂອງ ອັອດເປັນຜູ້ຊາຍທີ່ອົບອຸ່ນໃຫ້ກຽດແມ່ຍິງຫຼາຍ ຈົນເຮັດໃຫ້ແພງເກີດຄວາມຮູ້ສຶກອິດສານ້ຳ ແລະ ຄິດຢາກໃຫ້ສອງຄົນນີ້ເລີກກັນ ແລະ ອັອດຕ້ອງເປັນຄົນຮັກຂອງເພິ່ນແທນ ທຸກຄັ້ງທີ່ທັງສາມຄົນໄປທ່ຽວນຳກັນແພງໄດ້ແຕ່ລັກອິດສາໃນໃຈໃບໜ້າທີ່ຍີ້ມແຍ້ມໃສ່ໝູ່ມັນເຕັມໄປດ້ວຍຄວາມອິດສາລິດສະຍາທີ່ແຝງຢູ່ຂ້າງໃນໃຈ. ຮອດເດືອນພຶດສະພາ ເປັນເດືອນທີ່ນ້ຳມີຕາຕະລາງນຳທ່ຽງເຕັມທັງເດືອນເຊິ່ງຫາໂອກາດຍາກທີ່ຈະໄດ້ໄປທ່ຽວກັບຄົນຮັກ ແລະ ເພື່ອນຮັກ ຄືເກົ່າ ເພາະຕົນເອງຕ້ອງໄດ້ເດີນທາງໄປແຂວງນັ້ນແຂວງນີ້ຕະຫຼອດ. ທີ່ແຂວງຈຳປາສັກ ເປັນຄືນວັນເສົາປະມານ 20:00ໂມງ ນ້ຳໄດ້ນອນພັກທີ່ໂຮງແຮມແຫ່ງໜຶ່ງໃນຈຳປາສັກ ຫຼັງຈາກທີ່ພາລູກທົວໄປທ່ຽວທັງວັນ ສຽງໂທລະສັບໄດ້ດັງຂຶ້ນນ້ຳຈັບໂທລະສັບມາເບິ່ງເຫັນເປັນເບີແພງ ນ້ຳເລີຍຮັບສາຍແລ້ວເວົ້າກັບແພງດ້ວຍສຽງເພຍໆວ່າ: ມີຫຍັງແພງ, ແພງຖາມກັບ: ມື້ໃດເພິ່ນສິກັບ, ນ້ຳຕອບ: ອີກ 2-3ວັນກັບ ເປັນຫຍັງ? ແພງຕອບ: ເຫງົານະ! ຢາກໄປທ່ຽວບໍ່ມີຜູ້ພາໄປ ຢາກຊວນແຟນເພິ່ນໄປນຳຢູ່ແຕ່ເຂົາບໍ່ກ້າເກງໃຈນ່ະ. ນ້ຳຕອບ: ລອງຊວນເບິ່ງແມ້ ບາງເທື່ອລາວໄປນຳເພິ່ນ, ແພງຕອບ: ເຂົາວ່າຖ້າເຂົາຊວນລາວບໍ່ໄປນ້ຳດອກ ເພິ່ນລອງບອກລາວໃຫ້ໄປຫຼິ້ນເປັນໝູ່ເຂົາແນ່ດຸ ເຂົາເຊັ່ງແຮງໆໆ ເນາະໆໆເພິ່ນ, ນ້ຳຕອບ: ເອີ້ໆ ລະເຂົາສິລອງຖາມລາວໃຫ້. ຫຼັງຈາກວາງສາຍຈາກແພງນ້ຳກໍ່ໂທຫາອັອດແລ້ວບອກໃຫ້ອັອດໄປຫຼິ້ນເປັນເພື່ອນແພງແນ່ ທຳອິດອັອດກໍ່ບໍ່ຢາກໄປ ແຕ່ນ້ຳຂໍໃຫ້ອັອດໄປ ອັອດກະຕາມໃຈນ້ຳເລີຍໄປຫຼິ້ນເປັນໝູ່ແພງຕາມທີ່ນ້ຳຂໍ ນ້ຳເອງບໍ່ໄດ້ຄິດຫຍັງຫຼາຍເພາະຄິດສະເໝີວ່າແຟນທີ່ຄົບກັນມາດົນຄົງຈະບໍ່ນອກໃຈ ແລະ ໝູ່ທີ່ຫຼິ້ນນຳກັນມາແຕ່ນ້ອຍຄົງຈະບໍ່ລັກແທງຂ້າງຫຼັງຕົນເອງ ເພາະຄວາມໄວ້ໃຈ ເຊື່ອໃຈ ປ່ອຍປາຢ້າງໄວ້ກັບແມວ ແລະ ມັນກໍ່ເປັນແບບນີ້ທຸກຄັ້ງທີ່ນ້ຳໄປເຮັດວຽກຕ່າງແຂວງ ນີ້ມັນເປັນຊ່ອງວ່າງທີ່ເປີດໂອກາດໃຫ້ອັອດກັບແພງໄດ້ຮູ້ຈັກໃກ້ຊິດກັນຫຼາຍຂຶ້ນ ແພງເປັນຄົນງາມ ແລະ ມີບາງສິ່ງທີ່ນ້ຳບໍ່ມີ ແພງເປັນຄົນແຕ່ງຕົວເກັ່ງ, ລົມເກັ່ງ, ດື່ມເບຍເກັ່ງ, ເຕັ້ນກະເກັ່ງ, ມັກການເຮຮາປາຕີ້ ກິນໄດ້ບໍ່ເລືອກ ທີ່ສຳຄັນມີເວລາຊວນໄປໃສໄປກັນ ບໍ່ຄືນ້ຳ ນ້ຳເປັນຄົນບໍ່ດື່ມເບຍ, ເຫຼົ້າ, ບໍ່ມັກເຕັ້ນ, ບໍ່ມັກໄປຫຼິ້ນເທັກຫຼິ້ນບາ, ບໍ່ມີເວລາ, ບໍ່ມັກແຕ່ງໂຕເຊັກຊີ້, ຮຽບຮ້ອຍເຂົ້າວັດ… ເຊິ່ງມັນເຮັດໃຫ້ອັອດຮູ້ສຶກວ່ານ້ຳເປັນຄົນທີ່ຈືດຊື້ດບໍ່ມີລົດຊາດໄປທັນທີເລີຍ ສ່ວນແພງມີສິ່ງທີ່ໜ້າດຶງດູດໃຈເັຮດໃຫ້ອັອດຢາກຮູ້ຈັກກັບແພງຫຼາຍຂຶ້ນ ເພາະເວລາຢູ່ກັບແພງອັອດສາມາດເຮັດໃນສິ່ງທີ່ອັອດບໍ່ສາມາດເຮັດກັບນ້ຳໄດ້ ເຊັ່ນ: ການກອດຈູບປະມານນັ້ນ ພວກເຂົາໄດ້ສານຄວາມສຳພັນກັນແບບລັບໆ ຈາກທີ່ເມື່ອກ່ອນກ່ອນຈະອອກໄປຫຼິ້ນໃສກັບແພງ ນ້ຳຈະເປັນຄົນບອກ ຫຼື ອັອດຈະເປັນຄົນໂທຄອບສະເໝີ ຜ່ານໄປສອງເດືອນອາການກໍ່ເລີ່ມປ່ຽນໄປອັອດກັບແພງມັກລັກໄປຫຼິ້ນນຳກັນສອງຕໍ່ສອງໂດຍບໍ່ບອກນ້ຳ. ເຖິງອອັດຈະຮັກນ້ຳພຽງໃດແຕ່ກໍ່ບໍ່ສາມາດຫັກຫ້າມໃຈໃຫ້ຫຼົງສະເໜ່ຂອງແພງໄດ້ ມັນອາດເປັນການຫຼົງຜິດຊົ່ວຄັ້ງຊົ່ວຄາວ ຫຼື ນີ້ມັນແມ່ນສິ່ງທີ່ອັອດຕ້ອງການ ໃນຫົວຂອງອອັດມັນຄິດສັບສົນວຸ້ນວາຍກັບແນວຄິດຂອງຕົນ ໃນຄວາມຮູ້ສຶກເລິກໆຍັງມີນ້ຳໃນໃຈແຕ່ສະໝອງມັນບອກວ່າ ແພງຄືຜູ້ຍິງທີ່ແມ່ນ ແລະ ເຂົ້າກັນໄດ້ຫຼາຍກ່ວານ້ຳ ນັບແຕ່ນັ້ນມານ້ຳກັບອັອດກໍ່ອອກໄປທ່ຽວ, ໄປກິນເຂົ້າ, ໄປຫຼິ້ນນຳກັນໜ້ອຍຂຶ້ນ ແລະ ເວລາໄປຫຼິ້ນນຳກັນຄວາມຮູ້ສຶກກໍ່ບໍ່ມ່ວນຄືເກົ່າຈາກຄົນທີ່ເຄີຍມີຄວາມຮູ້ສຶກພິເສດກໍ່ກາຍເປັນຄວາມຮູ້ສຶກທີ່ອຶດອັດເວົ້າກັນຍາກ ເວລາກັນຍາມໃດກໍ່ເວົ້າແຕ່ເລື່ອງຂອງແພງຈົນບາງຄັ້ງເຮັດໃຫ້ນ້ຳຮູ້ສຶກນ້ອຍໃຈບໍ່ພໍໃຈ. ທີ່ຮ້ານອາຫານແຫ່ງໜຶ່ງໃນຂະນະທີ່ນ້ຳກັບອັອດກຳລັງນັ່ງກິນເຂົ້າຢູ່ນັ້ນສຽງໂທລະສັບຂອງອັອດທີ່ວາງເທິງໜ້າໂຕະກິນເຂົ້າກໍ່ດັງຂຶ້ນ ນ້ຳແນມເບິ່ງທີ່ໂທລະສັບອັອດ ເຫັນສາຍທີ່ໂທເຂົ້າເປັນສື່ແພງແລະມີຮູບໂຊ ອັອດຟ້າວຈັບໂທລະສັບແລ້ວຍ່າງອອກໄປລົມນອກຮ້ອນດົນເຕີບ ນ້ຳທີ່ນັ່ງໃນຮ້ານໄດ້ແນມເບິ່ງອັອດຜ່ານແວ່ນແກ້ວແຜ່ນໃຫຍ່ໃສໆຂອງຮ້ານ ເຫັນອັອດລົມໂທລະສັບດ້ວຍສີໜ້າທີ່ຍີ້ມແຍ້ມ ແລະ ມີຄວາມສຸກ ແລະ ເຫັນທ່າວ່າຄົງຈະລົມຍາວໂດຍທີ່ອັອດລືມຄິດໄປວ່າຍັງມີຜູ້ຍິງອີກຄົນໜຶ່ງທີ່ຂຶ້ນຊື່ວ່າແຟນນັ່ງກິນເຂົ້າໃນຮ້ານສິ່ງທີ່ລາວຄວນເຮັດຕອນນີ້ຄືວາງສາຍໂທລະສັບ ແລະ ກັບໄປກິນເຂົ້າກັບນ້ຳຊະ! ແຕ່ລາວກໍ່ບໍ່ເຮັດ ລາວຍັງລົມໂທລະສັບໂດຍບໍ່ແຄສາຍຕານ້ຳເລີຍ ນ້ຳຮູ້ສຶກຢາກຮ້າຍມືເບື້ອງຂວາຂອງນ້ຳໄດ້ກບ່ວງໄວ້ແໜ້ນ ຈາກນັ້ນນ້ຳກໍ່ລຸກອອກມາຫາອັອດທີ່ນອກຮ້ານອາຫານ.

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌