Homeຂ່າວຕ່າງປະເທດພັກ NLD ສະເໜີຊື່ຄົນໃກ້ຊິດ ອອງ ຊານ ຊູຈີ ລົງສະໝັກຊິງຕຳແໜ່ງ ປະທານາທິບໍດີມຽນມາ!

ພັກ NLD ສະເໜີຊື່ຄົນໃກ້ຊິດ ອອງ ຊານ ຊູຈີ ລົງສະໝັກຊິງຕຳແໜ່ງ ປະທານາທິບໍດີມຽນມາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ມີນານີ້ວ່າ ພັກສັນນິບາດຊາດເພື່ອປະຊາທິປະໄຕ ຫລື NLD ພາຍໃຕ້ການນຳຂອງ ນາງ ອອງ ຊານ ຊູຈີ ໄດ້ນຳສະເໜີຊື່ ທ່ານ ຖິ່ນ ຈໍ (Htin Kyaw) ເປັນຕົວແທນຂອງພັກ ລົງສະໝັກຊິງຕຳແໜ່ງປະທານາທິບໍດີມຽນມາ ຊຶ່ງຈະມີການລົງມະຕິເລືອກຕັ້ງ ພາຍໃນລັດຖະສະພາມຽນມາ ໃນອີກບໍ່ດົນນີ້.

ທ່ານ ຖິ່ນ ຈໍ ເປັນຜູ້ທີ່ມີບົດບາດສຳຄັນ ແລະ ໃກ້ຊິດຕິດແທດ ກັບນາງ ອອງ ຊານ ຊູຈີ ໂດຍທ່ານເປັນຜູ້ບໍລິຫານ ມູນນິທິຂອງຊູຈີ ທີ່ສ້າງຕັ້ງຂຶ້ນ ແລະ ໃກ້ຊິດກັບຊູຈີ ມາຕັ້ງແຕ່ຊຸມປີ 1990 ເປັນຕົ້ນມາ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...