spot_img
Homeຊີວິດແລະຄວາມຮັກຄວາມຮັກບໍ່ຜິດ! ຜິດທີ່...ໄວ້ໃຈ ຕອນ 1

ຄວາມຮັກບໍ່ຜິດ! ຜິດທີ່…ໄວ້ໃຈ ຕອນ 1

Published on

ຕອນຈົບຂອງນິຍາຍ ຫຼື ລະຄອນມັກຈະລົງເອີຍທີ່ພະເອກ ແລະ ນາງເອກໄດ້ແຕ່ງງານກັນ ແຕ່ໃນຊີວິດຈິງບາງຄັ້ງອາດຈະບໍ່ເປັນແນວນັ້ນທັງທີ່ຄວາມຮັກ ນ້ຳ ແລະ ອັອດ ດຳເນີນໄປດ້ວຍດີເປັນເວລາ 5 ປີ ແລະ ກຳລັງຈະກ້າວເຂົ້າສູ່ການແຕ່ງງານພາຍໃນປີນີ້ ຢູ່ໆເລື່ອງລາວມັນກັບປ່ຽນໄປບໍ່ເປັນດັ່ງທີ່ຄິດເພາະຝ່າຍຊາຍໄດ້ປັນໃຈໃຫ້ກັບຍິງຄົນໃໝ່ ຊື່ ແພງ ເຊິ່ງຍິງຄົນນັ້ນກໍ່ແມ່ນເພື່ອນສະໜິດຂອງນ້ຳເອງ ເຊິ່ງມັນເປັນສາເຫດທີ່ເຮັດໃຫ້ນ້ຳຍອມຮັບອັອດບໍ່ໄດ້ ແລ້ວໄດ້ຕັດສິນໃຈເດີນອອກຈາກຊີວິດພວກເຂົາທັງສອງໂດຍບໍ່ມີຄຳກ່າວລາ. ເລື່ອງມີຢູ່ວ່າ:

ອັອດ ເປັນພະນັກງານທະນາຄານແຫ່ງໜຶ່ງ, ນ້ຳ ເປັນພະນັກງານທີ່ບໍລິສັດທ່ອງທ່ຽວແຫ່ງໜຶ່ງ ມີມື້ໜຶ່ງນ້ຳໄດ້ໄປທະນາຄານເພື່ອຝາກເງິນເຂົ້າບັນຊີ ແລະ ໄດ້ພົບກັບອັອດທີ່ກຳລັງປະຕິບັດໜ້າທີ່ຢູ່ ເມື່ອ ອັອດເຫັນໜ້ານ້ຳທຳອິດກໍ່ຮູ້ສຶກສົນໃຈ ແລະ ຢາກຮູ້ຈັກກັບນ້ຳໃນໃຈອັອດເຕັ້ນຕຶກໆໃຈສັ່ນລະລົວແບບອາການເຫັນຄົນທີ່ເຮົາຖືກໃຈແລ້ວຢາກກີ໊ດ ປະມານນັ້ນ! ອັອດແນມເບິ່ງໜ້ານ້ຳຕາບໍ່ກະພິບ ແລ້ວນ້ຳກໍ່ຍີ້ມໃຫ້ອັອດເບົາໆ ໃນໃຈນ້ຳໄດ້ແຕ່ຄິດວ່າ ໝໍນີ້ເປັນຫຍັງຫວະ! ຈາກນັ້ນ ອັອດກໍ່ບອກນ້ຳວ່າ: ສາວ! ຂຽນເບີໂທລະສັບເຈົ້າໃສ່ໃບມອບເງິນພ້ອມເດີ້, ນ້ຳກໍ່ບໍ່ໄດ້ຄິດຫຍັງຫຼາຍລາວກໍ່ຂຽນໃສ່ຕາມຄຳແນະນຳຂອງອັອດ ຫຼັງຈາກມອບເງິນເຂົ້າບັນຊີແລ້ວໆນ້ຳກໍ່ອອກຈາກທະນາຄານແລະ ກັບຫ້ອງການໄປເຮັດວຽກຕາມປົກກະຕິ. ພໍຮອດຕອນກາງຄືນເວລາປະມານ 21:15ໂມງ ທີ່ຫ້ອງນອນຂອງນ້ຳ ແລະ ຫ້ອງນອນຂອງອັອດທີ່ເຮືອນຂອງພວກເຂົາເອງ, ນ້ຳທີ່ພວມຕັ້ງໜ້າອ່ານເນື້ອໃນຂໍ້ມູນສະຖານທີ່ແຫຼ່ງທ່ອງທ່ຽວ ເພາະມື້ອື່ນ ນ້ຳຕ້ອງໄດ້ພາແຂກໄປທ່ຽວ ເຊິ່ງເປັນກຣຸບທົວຄົນຈີນ. ສ່ວນ ອັອດຫຼັງຈາກທີ່ກິນເຂົ້າອາບນ້ຳແລ້ວກໍ່ຮອດເວລາພັກຜ່ອນລາວໄດ້ໂນ້ມຕົວລົງຕຽງນອນອັນນຸ້ມໆຫອມໆຂອງລາວ ໃນໃຈຂອງລາວກໍ່ຄິດເຫັນແຕ່ໜ້ານ້ຳ ຄິດເຫັນໃນໜ້າໃສໆ ແວວຕາໃສໆທີ່ເຕັມໄປດ້ວຍຄວາມໄຮ້ດຽວສາ ຮອຍຍີ້ມເບົາໆ ແລະ ຜິວພັນ ຫຸ່ນຮອຍທີ່ພໍດີພໍງາມຕາມສະເປັກທີ່ຕົນວາງໄວ້ ແລ້ວທັນໃດນັ້ນ ອັອດກໍ່ຟ້າວໂດດລົງຈາກຕຽງແລ້ວຟ້າວຍ່າງໄປຈົກຖົງໂສ້ງເພື່ອຈະເອົາເບີໂທຂອງນ້ຳທີ່ຕົນເອງຈົດໃສ່ເຈ້ຍເຫຼືອງແຜ່ນນ້ອຍໆນັ້ນຂຶ້ນມາໂທຫານັ້ນ ອັອດລວບລວມຄວາມກ້າແລ້ວກົດໂທອອກໄປ, ນ້ຳກຳລັງຈະມອດໄຟເຂົ້ານອນສຽງໂທລະສັບທີ່ວາງໄວ້ເທິງໂຕະເຮັດວຽກໃນຫ້ອງນອນກໍ່ດັງຂຶ້ນ. (ສຽງໂທລະສັບເປັນສຽງເມໂລດີ) ນ້ຳໄດ້ຍ່າງໄປຈັບເອົາໂທລະສັບມາເບິ່ງວ່າແມ່ນໃຜໂທມາຫາຕົນເອງຕອນຄ່ຳຄືນແບບນີ້ ເຫັນວ່າເປັນເບີແປກທີ່ບໍ່ເຄີຍເຫັນມາກ່ອນ ນ້ຳຄິດໃນໃຈວ່າສິຮັບ ຫຼື ບໍ່ຮັບດີນໍ້ ປ່ອຍໃຫ້ໂທລະສັບດັງດົນເຕີບ ແລ້ວກໍ່ຕັດສິນໃນຮັບໂທລະສັບຊະ!

ນ້ຳເວົ້າ: ຮາໂຫຼ! ສະບາຍດີ! ມິດບໍ່ມີສຽງຕອບຮັບ. ຮາໂຫລ! ຮາໂຫຼ! ຖ້າບໍ່ເວົ້າຂໍວາງສາຍເດີ້, ຈາກນັ້ນກໍ່ໄດ້ຍິນສຽງຜູ້ຊາຍຕອບກັບດ້ວຍນ້ຳສຽງສັ່ນໆ

ອັອດຖາມ: ນີ້ແມ່ນເບີຂອງນາງ ສີສຸດາແມ່ນບໍ່!

ນ້ຳຕອບກັບ ແມ່ນແລ້ວ ມີຫຍັງບໍ່ນໍ້!

ອັອດໄດ້ເວົ້າຕໍ່ ຂ້ອຍຊື່ອັອດເດີ້ ຂອງເຮັດວຽກຢູ່ທະນາຄານຕອນສວຍມື້ນີ້ເຈົ້າໄປຝາກເງິນທີ່ທະນາຄານເຈົ້າຈື່ຂ້ອຍໄດ້ບໍ່?

ນ້ຳຕ້ອບກັບ: ອໍ…! ຈື່ໄດ້ ມີຫຍັງບໍ່?

ອັອດເວົ້າ: ບໍ່ຮູ້ວ່າໂທມາລົບກວນບໍ່ ແຕ່ໃຈຂ້ອຍມັນສັ່ງໃຫ້ໂທມາລົມນຳເຈົ້າ ບໍ່ຮູ້ວ່າສິເປັນການລົບກວນເວລານອນເຈົ້າ ຫຼື ບໍ່? ອັອດທັງເວົ້າທັງເຂີນໆເລັກນ້ອຍ

ນ້ຳຕອບກັບ: ອື…! ກະລົມໄດ້ແຕ່ບໍ່ເກີນ 5 ນາທີເດີ້ ເພາະຂ້ອຍຕ້ອງເຂົ້ານອນໄວ ມື້ອື່ນຂ້ອຍມີວຽກແຕ່ເຊົ້າ.

ອັອດດີໃຈ YES! ແລ້ວນີ້ກໍ່ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ເຂົາທັງສອງໄດ້ມີການລົມກັນທາງໂທລະສັບ ໂດຍທຸກໆມື້ຕອນກາງຄືນເວລາປະມານ 21:15ໂມງ ອັອດຕ້ອງໄດ້ໂທຫານ້ຳເປັນເວລາ 5 ນາທີ ກ່ອນເຂົ້ານອນ ເຮັດແບບນີ້ເປັນປະຈຳຈົບຄົບ 1 ເດືອນ ຫຼັງຈາກນັ້ນພວກເຂົາກໍ່ໄດ້ນັດພົບກັນທີ່ຮ້ານອາຫານແຫ່ງໜຶ່ງແຖວແຄມຂອງ ຮ້ານນັ້ນບັນຍາກາດດີໆ ອາຫານກາແຊບ ສຽງເພັງກາມ່ວນ ລົມກະເຢັນສະບາຍ ທັງສອງລົມກັນໄດ້ດີ ມີສຽງຫົວອິກໆອັກໆ ເບິ່ງແລ້ວຄ້າຍໆຄືໝູ່ມາກິນເຂົ້ານຳກັນຫຼາຍກ່ວາແຟນຈາກການທີ່ນັດພົບກັນເດືອນລະເທື່ອເຮັດແບບນີ້ເປັນໄລຍະເວລາເຖິງ 8 ເດືອນ ການພົບກັນຂອງພວກເຂົາກັບຖີ່ຂື້ນເປັນເດືອນລະສອງເທື່ອສາມເທື່ອ ເຮັດແບບນີ້ມາເປັນເວລາສາມປີ ເພາະນ້ຳເອງກໍ່ບໍ່ມີເວລາສ່ວນຫຼາຍພາລູກທົວໄປທ່ຽວຕ່າງແຂວງ ຫຼື ຕ່າງປະເທດຕະຫຼອດຈິ່ງເຮັດໃຫ້ການນັດພົບກັນຂອງເຂົາທັງສອງແມ່ນຍາກຫຼາຍ ແຕ່ເຖິງຈະຫ່າງກັນພຽງໃດພວກເຂົາທັງສອງກໍ່ຕິດຕໍ່ຫາກັນຕະຫຼອດໂດຍຕິດຕໍ່ຜ່ານໂທລະສັບ, ອີເມວ, ເຟສບຸກ ເປັນປະຈຳ ສະນັ້ນພວກເຂົາຈິ່ງບໍ່ຮູ້ສຶກຫ່າງກັນເລີຍ. ເຂົ້າຮອດປີທີ 5ແລ້ວທັງຄູ່ກໍ່ໄດ້ມີການລົມກັນເລື່ອງການວາງແຜນແຕ່ງງານ ທາງອັອດກໍ່ບອກກັບນ້ຳວ່າ ຕອນນີ້ຕົນເອງເກັບເງິນສ້າງເນື້ອສ້າງຕົວໃກ້ສິພ້ອມ 100% ແລ້ວ ຄາດວ່າອອກພັນສາປີນີ້ສິໃຫ້ພໍ່ແມ່ເຖົ້າແກ່ມາຂໍນ້ຳ ຈັ່ງໃດກໍ່ໃຫ້ນ້ຳອົດໃຈລໍ ນ້ຳຢ່າຟ້າວປ່ຽນໃຈຈາກຕົນໄປມີຄົນອື່ນເດີ້.

 

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...