ປະຫວັດພຣະອຸປະຄຸດ

ປະຫວັດພຣະອຸປະຄຸດ
ໂດຍ: ພຣະອາຈານ ຫົງສາ ບໍຣິບູນ
ອ້າງອີງຈາກໜັງສືປະຖົມສົມໂພທິການ
ປະຫວັດສາດພຣະພຸດທະສາສະໜາຫຼັງພຸດທະປະຣິນິບພານ ໂດຍສະເພາະສະໄໝພະເຈົ້າອະໂສກະມະຫາຣາດ ພສ 218 ຕາມ ປ/ສ ອິນເດຍ ພສ 236 ຕາມ ປ/ສ ລາວ
o2

ພຣະອຸປະຄຸດ ເປັນພຣະອະຣະຫັນອົງໜຶ່ງ ໃນທາງພຣະພຸດທະສາສະໜາ ເຊິ່ງໄດ້ຮັບການຍົກຍ້ອງວ່າ ມີຄວາມເປັນເລີດທາງດ້ານອິດທິລິດ ຫຼັງຈາກທີ່ພຣະພຸດທະເຈົ້າປະຣິນິບພານແລ້ວ ຄົນພະມ້າ, ໄທ ລາວ ແລະກໍາປູເຈຍ ນັບຖືພຣະອຸປະຄຸດເຖຣະ ເປັນຈໍານວນຫຼາຍ ຈຶ່ງມີການສ້າງຮູບພຣະອຸປະຄຸດຂຶ້ນມາບູຊາ ເຊິ່ງມີສິລະປະແຕກຕ່າງກັນໃນແຕ່ລະປະເທດ ແຕ່ມີຄວາມໝາຍອັນດຽວກັນ ຄື: ພຣະອຸປຄຸຕ ເປັນພາສາບາລີ ແລະພາສາສັນສະກຣິດຂຽນວ່າ: ອຸປຄຸປຕ໌ ໂດຍມີຄວາມໝາຍວ່າ “ຜູ້ຄຸ້ມຄອງໝັ້ນຄົງ” ຫຼືຜູ້ປົກປ້ອງຄຸ້ມຄອງໄພອັນຕະລາຍຕ່າງໆ.

ຕາມປະຫວັດກ່າວວ່າ ພຣະອຸປະຄຸດ ເກີດໃນຕະກູນພໍ່ຄ້າວານິດ ພໍ່ປະກອບອາຊີບຂາຍເຄື່ອງຫອມ ຢູ່ເມືອງມະຖຸຣາ ມີພີ່ນ້ອງນໍາກັນທັງໝົດ 3 ຄົນ ແຕ່ກ່ອນຜູ້ເປັນພໍ່ໄດ້ໃຫ້ຄໍາສັນຍາກັບພຣະສານະວາຣີ (ສານະສໍາພູຕິ) ໄວ້ວ່າ ຖ້າມີລູກຊາຍຈະໃຫ້ບວດໃນພຣະພຸດທະສາສະໜາ ແຕ່ສຸດທ້າຍປີ້ນຄວາມ ເລື່ອນອອກໄປເລື້ອຍໆ ໂດຍອ້າງວ່າຈະເອົາໄວ້ຊ່ອຍວຽກບ້ານການເຮືອນໃນຄອບຄົວ ຈົນວ່າໄດ້ມີລູກຜູ້ທີ່ສາມຄືພຣະອຸປະຄຸດເອງ ເຊິ່ງໄດ້ມີໂອກາດຟັງທໍາຈາກພຣະສານະວາຣີ ຈົນເກີດດວງຕາເຫັນທໍາ ມີຈຸດປະສົງຈະບວດ ພໍ່ຈຶ່ງຈໍາຍອມອະນຸຍາດໃຫ້ບວດ ແລ້ວພຣະອຸປະຄຸດໄດ້ຈະເຣີນວິປັດສະນາຍານໂດຍລໍາດັບ ຈົນບັນລຸພຣະອະຣະຫັນຕະຜົນ ແລະໄດ້ເປັນພຣະອາຈານສັ່ງສອນທາງສະມະຖະກໍາມັດຖານ ແລະວິປັດສະນາກໍາມັດຖານ ທີ່ມີຊື່ສຽງໂດ່ງດັງທີ່ສຸດໃນສະໄໝນັ້ນ ດັ່ງປາກົດມີພຣະອະຣະຫັນທີ່ເປັນລູກສິດຂອງພຣະອຸປະຄຸດຈໍານວນ 18.000 ອົງ ທີ່ເປັນພຣະອະຣະຫັນ ນອກຈາກນີ້ແລ້ວພຣະອຸປະຄຸດຍັງສໍາເລັດອະພິນຍາຕ່າງໆຈົນສາມາດສະແດງອະພິນິຫານ ເປັນທີ່ເລົ່າລືມາຈົນເຖິງທຸກວັນນີ້.

ພຣະອຸປະຄຸດມີປະຕິປະທາດໍາເນີນໄປໃນທາງສັນໂດດ ມັກນ້ອຍ ແລະທ່ານໄດ້ເນຣະມິດເຮືອນແກ້ວ (ກຸດຕິ) ຂຶ້ນໃນທ້ອງທະເລ ເປັນທີ່ຢູ່ອາໄສ ແລະກໍໄປຈໍາພັນສາຢູ່ທີ່ກຸດຕິແກ້ວຕະຫຼອດເວລາໃນທ້ອງທະເລ ເມື່ອມີເຫດເພດໄພເກີດຂຶ້ນໃນພຣະພຸດທະສາສະໜາ ຫຼືເມື່ອມີພິທີກໍາໃຫຍ່ໆ ຫຼືມີຜູ້ນິມົນ ພຣະອຸປະຄຸດກໍຈະຂຶ້ນມາຊ່ວຍເຫຼືອດ້ວຍຄວາມເຕັມໃຈສະເໜີ ຊາວພຸດເຮົາເຊື່ອກັນວ່າ ພຣະອຸປະຄຸດສາມາດປົກປ້ອງຄຸ້ມຄອງໄພອັນຕະລາຍຕ່າງໆ ທີ່ອາດຈະເກີດຂຶ້ນຕໍ່ຊີວິດ ແລະພິທີກໍາຕ່າງໆ ຈິ່ງເຊີນພຣະອຸປະຄຸດມາຄຸ້ມຄອງໃນຍາມມີງານສໍາຄັນໃຫຍ່ໆ ໃນທາງພຣະພຸດທະສາສະໜາ ເພື່ອໃຫ້ງານສໍາເລັດລຸລ່ວງໄປດ້ວຍດີ ພຣະອຸປະຄຸດ ເປັນລູກສິດຂອງພຣະມະຫາກັດສະປະ ເຂົ້ານິໂຣດສະມາບັດໃນເຮືອນແກ້ວຢູ່ທ້ອງທະເລ ເພາະເພິ່ນມີມະຫິດທານຸພາບ ມັກຄວາມວິເວກວັງເວງ ແລະຢູ່ຕາມລໍາພັງຜູ້ດຽວ ບໍ່ມັກກ່ຽວຂ້ອງກັບຜູ້ອື່ນ ເປັນພຣະອະຣະຫັນຫຼັງສະໄໝພຸດທະການ ມີຊື່ປາກົດຢູ່ໃນຈາຣຶກພຣະເຈົ້າອະໂສກ ເຊິ່ງຂຽນຂຶ້ນເມື່ອ ພສ 218 ປີ ຫຼັງພຸດທະປະຣິນິບພານ ແລະຍັງປາກົດຢູ່ໃນໜັງສືປະຖົມສົມໂພດ ທີ່ກ່າວເຖິງເລື່ອງລາວພະເຈົ້າອະໂສກສ້າງພຣະທາດທົ່ວຊຸມພູທະວີບ ແລ້ວມີການສະເຫຼີມສະຫຼອງນານເຖິງ 7 ປີ 7 ເດືອນ 7 ມື້ ຈຶ່ງຢ້ານພະຍາມານມາທໍາລາຍພິທີນັ້ນ ຈຶ່ງນິມົນພຣະອຸປະຄຸດ ຂຶ້ນມາປົກປ້ອງຄຸ້ມຄອງພະຍາມານ ຈົນພະຍາມານຍອມພ່າຍແພ້ ໃນການຄັ້ງນັ້ນ ແລະພຣະອຸປະຄຸດຍັງມີອີກຊື່ໜຶ່ງທີ່ຄົນເຮົາເອີ້ນຄື ພຣະບົວເຂັມ ສາຍເຫດທີ່ເອີ້ນພຣະບົວເຂັມກໍເພາະວ່າ ຮູບເພິ່ນມີໃບບົວຢູ່ເທິງຫົວ ແລະມີຈອມແຫຼມໆຄືເຂັມ ກໍເລີຍເອີ້ນວ່າພຣະບົວເຂັມນັ້ນເອງ.

ເລື່ອງລາວຂອງພຣະອຸປະຄຸດ ປາກົດເມື່ອພຣະພຸດທະອົງປະຣິນິບພາບໄປແລ້ວ 218 ປີ ແລະພຣະພຸດທະເຈົ້າໄດ້ທໍານວາຍໄວ້ວ່າພຣະອຸປະຄຸດຈະເປັນຜູ້ທໍາໜ້າທີ່ສືບທອດ ແລະພິທັກພຣະພຸດທະສາສະໜາ ເໝືອນດັ່ງພຣະພຸດທະເຈົ້າອົງໜຶ່ງ ພາຍໜ້າໄປຈະເປັນຜູ້ເຮັດໜ້າທີ່ປາບພະຍາມານ ທີ່ຈະມາທໍາລາຍງານພິທີກໍາຕ່າງໆທາງພຣະພຸດທະສາສະໜາ ແລະພະຍາມານຈະຄາຍມິດສາທິດຖິ ລະຍົດຍອມເຂົ້າມາຢູ່ໃນບໍວອນພຣະພຸດທະສາສະໜາ ແລະພະຍາມານຈະສະແດງອິດທິລິດເນຣະມິດຕົນເອງ ສະແດງໃຫ້ເຫັນເປັນຮູບພຣະພຸດທະເຈົ້າເມື່ອຄັ້ງຍັງມີພຣະຊົນມາຊີບຢູ່ ໃຫ້ບັນດາພຣະສາວົກໄດ້ເຫັນເປັນອັດສະຈັນ ຕໍ່ມາພຣະເຈົ້າອະໂສກະມະຫາຣາດ ຊົງເຫຼື່ອມໃສໃນພຣະພຸດທະສາສະໜາ ໄດ້ສ້າງພຣະວິຫານແລະສະຖູບ ຈໍານວນ 84.000 ແຫ່ງ ເພື່ອບັນຈຸພຣະບໍຣົມສາຣີຣິກະທາດ ກໍາໜົດຈັດໃຫ້ມີການສົມໂພດຂຶ້ນ 7 ປີ 7 ເດືອນ 7 ວັນ ເພື່ອໃຫ້ງານສົມໂພດສໍາເລັດ ຈຶ່ງນິມົນໃຫ້ພຣະສົງຂີນາສົບທີ່ຊົງອິດທິລິດເປັນຜູ້ຄຸ້ມຄອງງານ ໃຫ້ປາສະຈາກອຸປະສັກບັນຫາຕ່າງໆ ຄະນະສົງໃນນະຄອນປັດຕາລີບຸດ ຈຶ່ງຕົກລົງກັນວ່າ ໃຫ້ໄປອັນເຊີນເອົາພຣະອຸປະຄຸດເຖຣະ ທີ່ຈໍາພັນສາຢູ່ທ້ອງທະເລເລິກ ມາຊ່ອຍຮັກສາຄວາມປອດໄພໃນງານສົມໂພດພຣະສະຖູບເຈດີ ເມື່ອພຣະອຸປະຄຸດຮັບນິມົນ ພຣະເຈົ້າອະໂລກເຫັນວ່າເພິ່ນມີຮູບຮ່າງຈ່ອຍຜອມ ອ່ອນແອ ຢ້ານວ່າເຮັດໜ້າທີ່ບໍ່ສໍາເລັດ ຈຶ່ງທົດສອບດ້ວຍການປ່ອຍຊ້າງພາຍ ໃຫ້ແລ່ນເຂົ້າມາທໍາຮ້າຍໃນລະຫວ່າງທີ່ພຣະອຸປະຄຸດອອກບິນທະບາດ ຊ້າງພາຍກໍຖືກພຣະອຸປະຄຸດສະກົດໃຫ້ນິ່ງຢູ່ກັບທີ່ ເໝືອນກ້ອນຫີນ ເຮັດໃຫ້ພຣະເຈົ້າອະໂສກເກີດຄວາມເຫຼື່ອມໃສທັດທາຫຼາຍ ຄັນຮອດມື້ງານສົມໂພດພຣະສະຖູບເຈດີ ພະຍາມານວະສະວະດີ ກໍມຸ້ງມາທໍາຮ້າຍງານສົມໂພດ ໂດຍໃຊ້ອໍານາດຂອງຕົນເອງ ໃນທີ່ສຸດພຣະອຸປະຄຸດເຖຣະກໍປາບພະຍາມານຈົນໝົດລິດ ແລ້ວພຣະອຸປະຄຸດອະທິດຖານປະຄົດ (ສາຍແອວ) ເປັນໂຊ່ຮັດພະຍາມານໄວ້ກັບພູ ແລະເນຣະມິດໃຫ້ໜັງໝາເນົ່າ ໄປຄ້ອງຄໍພະຍາມານໄວ້ ບໍ່ມີໃຜຈະສາມາດໄປຊ່ວຍເຫຼືອພະຍາມານໄດ້ ເມື່ອສໍາເລັດງານສົມໂພດພຣະສະຖູບເຈດີແລ້ວ ຈິ່ງຈະປ່ອຍພະຍາມານອອກມາ ຄັນແລ້ວງານກໍໄປປ່ອຍອອກມາ ເຮັດໃຫ້ພະຍາມານອະທິດຖານເຂົ້າສູ່ພຣະພຸດທະສາສະໜາ ແລະຕັ້ງຈິດອະທິດຖານປາຖະໜາສໍາເລັດເປັນພຣະສັບພັນຍູໃນອະນາຄົດ ພຣະອຸປະຄຸດຈິ່ງຂໍໃຫ້ພະຍາມານ ເນຣະມິດກາຍເປັນຮູບພຣະພຸດທະເຈົ້າ ເພື່ອໃຫ້ພຣະສົງສາວົກໄດ້ເຫັນ ພະຍາມານກໍສະແດງກາຍໃຫ້ເປັນຮູບພຣະພຸດທະເຈົ້າ ໃຫ້ພຣະສົງສາວົກນັບແສນອົງໄດ້ເຫັນ ເປັນທີ່ຈະເລີນສັດທາຢ່າງຍິ່ງ ຕໍ່ມາຈິ່ງມີການສ້າງຮູບພຣະອຸປະຄຸດຕາມແບບຕ່າງໆມາຂາບໄຫວ້ສັກກາຣະບູຊາກັນໃນທຸກມື້ນີ້.

ສາຍເຫດທີ່ໃຫ້ສາມະເນນ (ຈົວ) ເປັນຜູ້ໄປນິມົນພຣະອຸປະຄຸດກໍເພາະວ່າ ມີເລື່ອງເລົ່າມາວ່າ ຕອນທີ່ຄະນະສາວົກປະຊຸມກັນໃນເລື່ອງງານສົມໂພດພຣະສະຖູບເຈດີ ຂອງພຣະເຈົ້າອະໂສກຄັ້ງນັ້ນ ມີພະຍານາກມາຟັງດ້ວຍ ແລະກໍມີພະຍາຄຸດບິນເຂົ້າມາໃນກາງທີ່ປະຊຸມ ຈະທໍາຮ້າຍພະຍານາກ ພະຍານາກແລ່ນເຂົ້າໄປໃນວົງພຣະສົງ ພຣະສົງຕື່ນຕົກໃຈກັນໝົດ ພຣະສົງເລີຍບອກໃຫ້ສາມະເນນຊ່ວຍພະຍານາກດຽວນີ້ ສາມະເນນອາຍຸ 7 ປີ ເທົ່ານັ້ນ ເປັນພຣະອະນາຄາມີ ໄດ້ອະພິນຍາ ພໍເມື່ອພຣະສົງສັ່ງສາມະເນນນ້ອຍກໍຍິ້ມ ແລ້ວເຂົ້າມາຊານເພັ່ງວາໂຍ ກະສິນ (ທາດລົມ) ເປັນລົມຫອບເອົາພະຍາຄຸດໄປໄກໆ ພຣະສົງໄດ້ທ່າທີ່ຜິດຄໍາສັ່ງ ສາມະເນນເຮົາບອກໃຫ້ຊ່ວຍພະຍານາກ ເປັນຫຍັງຄືຊ່ວຍພະຍາຄຸດ ພຣະສົງຕ້ອງລົງໂທດແນ່ ສາມະເນນກໍຍອມຮັບ ແລ້ວແຕ່ຈະລົງໂທດ ແລ້ວພຣະສົງສັ່ງວ່າ ຖ້າຢ່າງນັ້ນເຈົ້າຈົ່ງລົງໄປຕາມນິມົນພຣະອຸປະຄຸດ ຂຶ້ນມາ ເບື້ອງຕົ້ນປຶກສາກັນວ່າໃຜຈະເປັນຜູ້ໄປນິມົນພຣະອຸປະຄຸດທີ່ຈໍາພັນສາຢູ່ກາງທະເລ ພຣະພຸດທະເຈົ້າຊົງພະຍາກອນໄວ້ວ່າມີແຕ່ພຣະອຸປະຄຸດເທົ່ານັ້ນທີ່ເປັນຄູ່ປັບກັບພະຍາມານທິຣາດ. ພໍເມື່ອພຣະອຸປະຄຸດມາຮອດແລ້ວ ພຣະສົງທັງຫຼາຍກໍຫາວ່າພຣະອຸປະຄຸດເປັນພຣະອະຣະຫັນແລ້ວ ຫາຄວາມສຸກແຕ່ຜູ້ດຽວ ບໍ່ຊ່ວຍກັນບໍາລຸງພຣະພຸດທະສາສະໜາ ໄປເຂົ້ານິໂຣດສະມາບັດຢູ່ກາງທະເລຜູ້ດຽວຢ່າງນີ້ ຕ້ອງຖືກລົງທັນດະກໍາ (ລົງໂທດ) ພຣະອຸປະຄຸດກໍຍອມຮັບວ່າ ບໍ່ເປັນຫຍັງຍອມຮັບທຸກຢ່າງໃຫ້ວ່າມາ ເລີຍໄດ້ຮັບມອບໝາຍໃຫ້ຕໍ່ຕ້ານພະຍາມານທິຣາດ ໃນອີກ 7 ວັນຂ້າງໜ້າ.

ພໍເມື່ອເຖິງມື້ເລີ່ມງານພະຍາມານກໍສະແດງເດດ ເຮັດໃຫ້ທ້ອງຟ້າມືດຄຶ້ມ ບໍ່ໃຫ້ເຫັນແສງອາທິດເລີຍ ພຣະສົງທັງຫຼາຍກໍເຕືອນວ່ານັ້ນເດພຣະອຸປະຄຸດ ພະຍາມານສະແດງລິດເດດແລ້ວ ພຣະອຸປະຄຸດກໍວ່າບໍ່ເປັນຫຍັງເລື່ອງນ້ອຍໆ ພໍແຕ່ງໂຕແລ້ວກໍບອກໃຫ້ພະຍາມານຄາຍລິດດຽວນີ້ ແຕ່ພະຍາມານບໍ່ຢ້ານໃຜ ກໍເລີຍສູ້ກັນໄປມາຈົນເໝື່ອຍ ແລ້ວພຣະອຸປະຄຸດ ກໍໄດ້ມັດມືພະຍາມານຂັດຫຼັງໄວ້ ແລ້ວເອົາໜັງໝາເນົ່າມາຄ້ອງຄໍໄວ້ດັ່ງວ່ານັ້ນ ພະຍາມານທິຣາດກໍແລ່ນໄປຫາເທວະດາອົງໜຶ່ງໃຫ້ຊ່ອຍແກ້ໜັງໝາອອກໃຫ້ ເທວະດາກໍບໍ່ຊ່ວຍ ແລ່ນໄປຫາພະຍາອິນ ພະຍາອິນກໍບອກວ່ານັ້ນແຫຼະໄປຫຼິ້ນກັບໃຜບໍ່ຫຼິ້ນໄປຫຼິ້ນກັບພຣະອຸປະຄຸດ ເພິ່ນຈະເຮັດບຸນທາງພຣະພຸດສາສະໜາ ຍັງໄປຍຸ້ງກັບງານອີກ ໃຜກໍບໍ່ສາມາດແກ້ໃຫ້ທ່ານໄດ້ດອກ ບໍ່ມີໃຜຈະມີລິດເທົ່າພຣະອະຣະຫັນເລີຍ ມີທາງດຽວເທົ່ານັ້ນທີ່ຈະຊ່ວຍໄດ້ຄື ທ່ານໄປຂໍຂະມາພຣະອຸປະຄຸດເສຍ ແລ້ວສັນຍາວ່າ ຈະບໍ່ພະຍົດອີກຕໍ່ໄປ ພຣະອຸປະຄຸດກໍຈະອະໄພໃຫ້ແກ່ທ່ານແນ່ນອນ ພະຍາມານກໍຈໍາໃຈຈໍາຍອມໄປຂໍຂະມາ ນໍາພຣະອຸປະຄຸດໆຖາມວ່າ ເປັນຢ່າງໃດໝົດລິດແລ້ວບໍ? ພະຍາມານບອກວ່າ ຍອມ ຍອມໆໆ… ທຸກຢ່າງຕໍ່ໄປຂ້າງໜ້າບໍ່ແກ້ງເຮັດທໍາຮ້າຍອີກແລ້ວ ພຣະອຸປະຄຸດກໍແກ້ໜັງໝາເນົ່າ ແກ້ມັດມືອອກໃຫ້ ແຕ່ຍັງເອົາຮັດປະຄົດສາຍແອວຜູກໄວ້ກັບພູເຂົາພຣະສຸເມຣຸຣາດອີກ ປ່ອຍພະຍາມານດິ້ນດັອງແດັງຢູ່ນັ້ນ 7 ປີ 7 ເດືອນ 7 ວັນ ຈົນແລ້ວງານສົມໂພດພຣະສະຖູບເຈດີ ທີ່ພຣະເຈົ້າອະໂສກສ້າງຂຶ້ນນັ້ນແລ.
ພຣະອຸປະຄຸດ ມີສັນຍະລັກສໍາຄັນຄືຕ້ອງນັ່ງ ຫຼືຢືນຢູ່ເທິງທີ່ມີກຸ້ງ ຫອຍ ປູ ປາ ເພາະເພິ່ນຈໍາພັນສາຢູ່ໃຕ້ທ້ອງທະເລເລິກ ແລະເວລາເຮັດພະເຫວດ ຫຼືງານບຸນສົມໂພດພຣະ ງານບຸນໃຫຍ່ຕ່າງໆທາງພຣະພຸດທະສາສະໜາຈຶ່ງມີການອັນເຊີນເອົາພຣະອຸປະຄຸດຂຶ້ນມາປົກປ້ອງຄຸ້ມຄອງກໍເພາະວ່າເລື່ອງລາວເປັນມາຢ່າງນີ້ແລ ແລະເຊື່ອກັນວ່າເພິ່ນເປັນຜູ້ຄຸ້ມຄອງໄດ້  ມີແບບລາວ , ແບບໄທ , ແບບກໍາປູເຈຍ ແລະແບບມຽນມາ.

01

ເນື້ອໃນໄດ້ຈາກເພຈ Art and Culture of Laos