spot_img
Homeຂ່າວພາຍ​ໃນປີແລ້ວ ພະແນກ ຖວທ ນະຄອນຫຼວງມີຫຼາຍດ້ານພົ້ນເດັ່ນ

ປີແລ້ວ ພະແນກ ຖວທ ນະຄອນຫຼວງມີຫຼາຍດ້ານພົ້ນເດັ່ນ

Published on

1398828024

ໂດຍ: ໂອ​ຫຼົດ

​   ໃນ​ໄລຍະ 1 ປີຜ່ານມາ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ​ຂອງ​ພະແນກ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ​ຖື​ວ່າ​ມີ​ຫຼາຍ​ດ້ານ​ພົ້ນ​ເດັ່ນ​ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ຂົງເຂດ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ຂົງເຂດ​ທ່ອງ​ທ່ຽວ, ຂະນະ​ທີ່​ທິດ​ທາງ​ແຜນການ​ຕໍ່ໜ້າ​ທາງ​ພະ​ແນກ​ໄດ້​ເນັ້ນ​ຫຼາຍ​ບັນຫາ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ບັນລຸ.

ທ່ານ ​ນາງ ວັນເພັງ ແກ້ວ​ນະຄອນ ຫົວໜ້າ​ພະ​ແນກ ຖວ​ທ ນະຄອນຫຼວງ​ວຽງ​ຈັນ ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ທົ່ວ​ປະເທດ​ສົກ​ປີ 2013-2014 ຮູ້​ວ່າ: ຕະຫຼອດ​ໄລຍະ 1 ປີຜ່ານມາ​ກໍ​ຄື​ສົກ​ປີ 2012-2013 ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ພະ​ແນກ ຖວ​ທ ນະຄອນຫຼວງ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ເຫັນ​ວ່າ​ມີ​ລັກສະນະ​ພົ້ນ​ເດັ່ນ​ພໍ​ສົມຄວນ​ເປັນຕົ້ນ: ໃນ​ຂົງເຂດ​ຖະແຫຼງ​ຂ່າວ ແມ່ນ​ໄດ້​ເກັບ​ກຳ​ສະຖິຕິ​ວຽກ​ງານ ຖວ​ທ ທົ່ວ​ນະຄອນຫຼວງ​ວຽງ​ຈັນ​ຄືນໃໝ່​ຊຶ່ງ​ປະກອບ​ມີ​ບັນດາ​ບ້ານ​ທີ່​ມີ​ຫ້ອງ​ຂ່າວ, ກະດານ​ຂ່າວ​ຊົມໃຊ້, ວາລະສານ​ຕ່າງໆ​ມີ 185 ບ້ານ ໃນ​ຈຳນວນ 481 ບ້ານ, ມີ​ຮ້ານ​ຖ່າຍຮູບ, ຖ່າຍ​ວີ​ດິ​ໂອ​ຈຳນວນ 28 ຮ້ານ, ໄດ້​ຍົກ​ລະດັບ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະພາບ​ຂອງ​ໜັງສືພິມ​ວຽງ​ຈັນ​ໃໝ່, ວຽງ​ຈັນ​ທຸລະ​ກິດ​ສັງຄົມ ໂດຍ​ໃນ 1 ປີຜ່ານມາ​ສາມາດ​ຜະລິດ​ໜັງສືພິມ​ວຽງ​ຈັນ​ໃໝ່​ລາຍ​ວັນ​ໄດ້ 1,4 ພັນ​ກວ່າ​ສະບັບ,  ໜັງສືພິມ​ວຽງ​ຈັນ​ທຸລະ​ກິດ​ສັງຄົມ​ໄດ້ 17 ພັນ​ກວ່າ​ສະບັບ, ພິເສດ​ພະ​ແນກ ຖວ​ທ ນະຄອນຫຼວງ​ໄດ້​ຂໍ​ການ​ລົງ​ທຶນ​ຂອງ​ລັດ​ເຂົ້າ​ໃນ​ການ​ກໍ່ສ້າງ​ສະຖານີ​ໂທລະພາບ​ນະຄອນຫຼວງ​ວຽງ​ຈັນ 1 ແຫ່ງ ຊຶ່ງ​ປະຈຸ​ບັນ​ກຳລັງ​ສ້າງ​ໄດ້​ປະມານ 40%  ຄາດ​ທ້າຍ​ປີ 2015 ຈະ​ສຳເລັດ.

ສ່ວນ​ດ້ານ​ວັດທະນະທຳວຽກງານ ​ການ​ກໍ່ສ້າງ​ຄອບຄົວ ແລະ ບາງ​ບ້ານວັດທະນະທຳ​ເປັນ​ບ້ານ​ບຸລິມະສິດໂດຍ​ສາມາດ​ມອບ​ໃບຢັ້ງຢືນ​ໃຫ້​ຄອບຄົວ​ວັດທະນະທຳ​ໄດ້ 8 ພັນ​ກວ່າ​ຄອບຄົວ, ທຽບໃສ່​ແຜນການ​ປີ​ເທົ່າ​ກັບ 65,02%, ປະກາດ​ຮັບຮອງ​ບ້ານ​ວັດທະນະທຳ​ໄດ້ 78 ບ້ານ ທຽບໃສ່​ແຜນການ​ປີ 48,11%, ປະກາດ​ກຸ່ມ​ບ້ານ​ວັດທະນະທຳ 11 ກຸ່ມ  ທຽບໃສ່​ແຜນການ​ປີ 11,81% ມາ​ຮອດ​ປະຈຸ​ບັນ​ນະຄອນຫຼວງ​ວຽງ​ຈັນ​ມີ​ຄອບຄົວ​ວັດທະນະທຳ 1,6 ແສນ​ກວ່າ​ຄອບຄົວ, ມີ​ບ້ານ​ວັດທະນະທຳ 367 ບ້ານ.

ດ້ານ​ວຽກ​ງານ​ການທ່ອງທ່ຽວແມ່ນ​ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ ໂດຍ​ໄດ້​ອະນຸຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ນຳ​ໃຊ້​ບັດ​ຜ່ານ​ແດນ​ເຂົ້າ​ມາ​ທ່ຽວ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໄດ້ 1,4 ແສນ​ກວ່າ​ເທື່ອ​ຄົນ ​ສ້າງ​ລາຍ​ ຮັບ​ຈາກ​ການທ່ອງທ່ຽວ​ໄດ້ 1,765 ລ້ານກວ່າ​ກີບ, ປະຈຸ​ບັນ​ ມີ​ໂຮງແຮມ 200 ກວ່າແຫ່ງ, ເຮືອນ​ພັກ-ຣີ​ລອດ 217 ແຫ່ງ, ພັດ​ຕາ​ຄານ ແລະ ຮ້ານ​ອາຫານ 85 ແຫ່ງ, ສະຖານທີ່​ທ່ອງ​ທ່ຽວ​ທາງ​ວັດທະນະທຳ​ມີ 12 ແຫ່ງ, ທຳ​ມະ​ຊາດ 14 ແຫ່ງ ແລະ ທາງ​ປະຫວັດສາດ​ມີ 10 ແຫ່ງ, ມີ​ເຮືອ​ນຳ​ທ່ຽວ 3 ລຳ ​ແລະ ບໍລິສັດ​ທ່ອງ​ທ່ຽວ 165 ບໍລິສັດ.

ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ​ກໍ​ຄື​ສົກ​ປີ 2013-2014 ພະ​ແນກ ຖວ​ທ ນະຄອນຫຼວງ​ໄດ້​ເນັ້ນ​ຫຼາຍ​ບັນຫາ​ຄື: ດ້ານ​ ຖະແຫຼງ​ຂ່າວ ຈະ​ສືບຕໍ່​ຕິດຕາມ​ກວດກາ​ເນື້ອ​ໃນ​ຂ່າວ​ໃນ​ໜ້າ​ໜັງສືພິມ​ວຽງ​ຈັນ​ໃໝ່, ວຽງ​ຈັນ​ທຸລະ​ກິດ​ສັງຄົມ, ລາຍການ​ວິທະຍຸ ແລະ ລາຍການ​ໂທລະພາບ, ສືບຕໍ່​ປະສານ​ງານ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເພື່ອ​ສູ້​ຊົນ​ປະຕິບັດ​ໂຄງການ​ກໍ່ສ້າງ​ສະຖານີ​ໂທລະພາບ​ນະຄອນຫຼວງ​ວຽງ​ຈັນ​ໃຫ້​ສຳເລັດ​ຕາມ​ແຜນການ, ສູ້​ຊົນ​ສ້ອມແປງ​ເຄື່ອງສົ່ງ​ວິທະຍຸ 105,5 ແລະ ອື່ນໆ; ດ້ານ​ວັດທະນະທຳສືບຕໍ່​ຊຸກຍູ້​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ປະຕິບັດ​ວຽກ​ງານ​ໂຄງການ​ການ​ກໍ່ສ້າງ​ຄອບຄົວ​ວັດທະນະທຳ​ຢູ່​ທຸກໆ​ເມືອງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງ​ປະຕິບັດ​ຕາມ​ຕົວ​ເລກ​ຄາດໝາຍ​ສູ້​ຊົນ​ຮັບປະກັນ​ໄດ້​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ສູ້​ຊົນ​ມອບ​ໃບຢັ້ງຢືນ​ຄອບຄົວ​ວັດທະນະທຳ​ໃຫ້​ໄດ້ 1 ພັນ​ຄອບຄົວ, ປະ ກາດ​ບ້ານ​ວັດທະນະທຳ​ໃຫ້​ໄດ້ 65 ບ້ານ ແລະ ກຸມ​ບ້ານ​ວັດທະນະທຳ​ໃຫ້​ໄດ້ 3 ກຸ່ມ.

ສ່ວນ​ດ້ານ​ການທ່ອງທ່ຽວ ກະກຽມ​ຈັດ​ກອງ​ປະຊຸມ​ອົບຮົມ​ພະນັກງານ​ບໍລິການ​ທ່ຽວ​ທ່ຽວ​ປະຈຳ​ສົກ​ປີ 2013-2014 ໃຫ້​ໄດ້​ຢ່າງ​ໜ້ອຍ 2 ຄັ້ງ, ສືບຕໍ່​ ອະນຸຍາດ​ການ​ດຳເນີນ​ທຸລະ​ກິດ​ປະຈຳ ​ປີ 2014 ໃຫ້​ແກ່​ຂົງເຂດ​ທຸລະ​ກິດທ່ອງທ່ຽວ, ເອົາໃຈໃສ່​ໂຄສະນາການທ່ອງ ທ່ຽວ​ຂອງ​ນະຄອນຫຼວງ​ໃຫ້​ມີ​ຄວາມ ຫຼາກ​ຫຼາຍ​ສີສັນ​ຂຶ້ນ​ຕື່ມ ແລະ ຈະ​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ທົ່ວ​ນະຄອນ ຫຼວງ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໃຫ້​ເດີນທາງ​ເຂົ້າ​ມາ​ທ່ຽວ​ຊົມ​ນະຄອນຫຼວງ​ວຽງ​ຈັນ​ກໍ​ຄື ສປປ ລາວ​ ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເລື້ອຍໆ.

ທີ່ມາ ເສດຖະກິດ-ສິງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...