Homeຂ່າວຕ່າງປະເທດມຽນມາ ​ກຽມເປີດ​​ສະໜາມ​ບິນແຫ່ງ​ໃໝ່

ມຽນມາ ​ກຽມເປີດ​​ສະໜາມ​ບິນແຫ່ງ​ໃໝ່

Published on

ຕະຫຼາດ​ການທ່ອງ​ທ່ຽວ​ແລະການ​ເດີນທາງ​ໃນ​ມຽນມາ​ເຕີບ​ໃຫຍ່ຂະຫຍາຍຕົວ​ຕາມ​ການ​ພັດທະນາຕົວ​ເມື​ອງ ​ແລະ ​ເສດຖະກິດ ​ເຮັດ​ໃຫ້​ຢ່າງ​ກຸ້ງ ​ມີ​ອາຄານ​ຜູ້​ໂດຍສານ​ແຫ່ງ​ໃໝ່​ທີ່​ພ້ອມ​ໃຫ້​ບໍລິການ​ໃນ​ວັນ​ທີ 12 ມີນາ​ນີ້ ​ແລະ ຍັງ​ມີ​ອີກ​ສະໜາມ​ບິນ​ທີ່​ກຳລັງ​ຈະ​ກໍ່ສ້າງ​ໃນ​ເມືອງ​ພະ​ໂຄ ​ເພື່ອ​ຮອງ​ຮັບ​ຊາວ​ຕ່າງ​ຊາດ​ທີ່​ເດີນທາງ​ມາ​ຢ້ຽມ​ຢາມ​ມຽນມາ 12,5 ລ້ານ​ຄົນ.

ມຽນມາ ທາມ ​ເປີດ​ເຜີຍ​ວ່າ ອາຄານ​ຜູ້​ໂດຍສານ​ສາກົນ​ແຫ່ງ​ໃໝ່​ຢູ່​ສະໜາມ​ບິນ​ຢ່າງ​ກຸ້ງກໍ່ສ້າງ​ສຳ​ເລັດ​ສົມບູນ​ແລ້ວ ມີ​ກຳນົດ​ເປີດ​ໃຫ້​ບໍລິການ​​ໃນ​ວັນ​ທີ 12 ມີນາ​ນີ້ ​ໂດຍ​ອາຄານ​ຫຼັງ​ໃໝ່​ເພີ່ມ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ທີ່​ຈະ​ຊ່ວຍ​ບັນ​ເທົາ​ຄວາມ​​ແອ​ອັດ​ໃຫ້​ກັບ​ສະໜາມ​ບິນ​ຫຼັກ​ຂອງ​ນະຄອນ​ຢ່າງ​ກຸ້ງ, ທັງ​ນີ້ ​ເມື່ອ​ເປີດ​ໃຫ້​ບໍລິການ​ຢ່າງ​ເຕັມ​ຮູບ​ແບບ ອາຄານ​ຜູ້​ໂດຍສານ​ແຫ່ງ​ໃໝ່​ນີ້ ຈະ​ສາມາດ​ຮອງ​ຮັບ​ຜູ້​ໂດຍສານ​ຫຼາຍ​ກວ່າ 6 ລ້ານ​ຄົນ​ຕໍ່​ປີ ຫຼາຍ​ກວ່າ​ປະຈຸ​ບັນ​ທີ່​ຮອງ​ຮັບ​ໄດ້ 2,7 ລ້ານ​ຄົນ​ຕໍ່​ປີ, ສຳລັບ​ແຜນ​ການ​ປັບປຸງ​ສະໜາມ​ບິນ​ໃນ​ຄັ້ງ​ນີ້ ຈະ​ສອດຄ່ອງ​ກັບ​ແຜນ​ແມ່​ບົດ​ດ້ານ​ການທ່ອງທ່ຽວ​ຂອງ​ມຽນມາ ທີ່​ຕັ້ງ​ເປົ້າ​ໝາຍວ່າ ຈະ​ມີ​ຜູ້​ເດີນທາງ​ເຂົ້າ​ມາ​ຈຳນວນ 7,5 ລ້ານ​ຄົນ​ໃນ​ປີ 2020.

ນອກຈາກ​ອາຄານ​ສະໜາມ​ບິນ​ຢ່າງ​ກຸ້ງ​ແລ້ວ ມຽນມາ​ຍັງ​ພັດທະ​ນາ​ສະໜາມ​ບິນ​ນານາ​ຊາດ​ແຫ່ງ​ໃໝ່ (ສະໜາມ​ບິນຫັນ​ທາ​ວະ​ດີ) ຢູ່​ເມືອງ​ພະ​ໂຄ ດ້ວຍ​ມູນ​ຄ່າ​ການ​ລົງທຶນ​ຫຼາຍ​ກວ່າ 1,4 ຕື້​ໂດ​ລາ​ສະຫະລັດ ​ໂດຍ​ມີ​ແຜນ​ຈະ​ໃຫ້​ແລ້ວ​ສຳ​ເລັດ​ໃນ​ປີ 2022 ​ເພື່ອ​ຮອງ​ຮັບ​ຜູ້​ໂດຍສານ​ທີ່​ຈະ​ເດີນທາງ​ເຂົ້າ​ມາ 12 ລ້ານ​ຄົນ​ຕໍ່​ປີ ຊຶ່ງ​ຈະ​ດຳ​ເນີນ​ການ​ກໍ່ສ້າງ​ໂດຍ 3 ບໍລິສັດ 2 ສັນຊາດ​ຄື: ບໍ​ລິສັດສິງ​ກະ​ໂປ ຍອງ​ນຳ ​ໂຣລດິງ, ບໍລິສັດ ຊາງ​ງິ ​ແອ​ພອດ ​ແພຣນ ​ເນີສ ​ແລະ ​ເອັນ​ຈິິ​ເນຍ ​ແລະ ​ເຈ​ແປນ ​ເຈ​ຈິ​ຊີ ຄໍ​ປໍ​ເຣເຊິນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...