spot_img
Homeຂ່າວການພັດທະນາຄຳ​ໄພທຸ່ມ 3 ຕື້​ກວ່າ​ກີບ ຊື້​ເບ້ຍ​ໄມ້​ປູກ​ໃສ່​ສອງ​ຟາກ​ທາງ ຕ້ອນ­ຮັບ​ການ​ນຳ

ຄຳ​ໄພທຸ່ມ 3 ຕື້​ກວ່າ​ກີບ ຊື້​ເບ້ຍ​ໄມ້​ປູກ​ໃສ່​ສອງ​ຟາກ​ທາງ ຕ້ອນ­ຮັບ​ການ​ນຳ

Published on

    ທ່ານ ຄຳ​ໄພ ສົມ​ຊະ­ນະ ໜຶ່ງດຽວ​ທີ່​ປູກ​ໄມ້​ເກີນ​ກວ່າ 3 ລ້ານ​ຕົ້ນ​ໃນນະ­ຄອນ­ຫຼວງ​ວຽງ​ຈັນເພື່ອ​ຟື້ນ​ຟູ​ປ່າ­ໄມ້ຢູ່​ເຂດ​ຕາດ​ຊອນໃນ​ຂະ­ນະ​ທີ່​ ກຳ­ລັງ​ຕັດ ເສັ້ນ­ທາງ​ຈາກ​ເສັ້ນ­ທາງ 13 ເໜືອ, ເມືອງນາ​ຊາຍ​ທອງ​ອອກ​ສູ່​ເສັ້ນ­ທາງ​ແຄມ​ຂອງ ບ້ານ​ນາ​ສຳ­ພັນ ເມືອງ​ສັງ​ທອງ ໄດ້​ຈົກຖົງ 4 ແສນ​ກວ່າ​ໂດ​ລາ​ຊື້​ເບ້ຍ​ໄມ້​ອຸດ​ສາຫະ​ກຳ, ເບ້ຍ​ໄມ້​ໃຫ້​ໝາກ, ເບ້ຍ​ໄມ້​ກິນ​ໃບມາ​ປູກ​ປະ­ດັບ​ສອງ​ຟາກ​ທາງ​ທີ່​ມີ​ຄວາມຍາວ 10 ກວ່າ​ກິ­ໂລ­ແມັດເພື່ອ​ຮັບ​ຕ້ອນ​ຜູ້ນຳ​ປະ­ເທດ​ຈາກ​ທະ­ວີບ​ອາ­ເມ­ລິ­ກາທີ່​ຈະ​ເດີນ­ທາງ​ມາ ສປປ ລາວ ໃນ​ປາຍປີ​ນີ້.

    ເມື່ອ​ວັນ​ທີ 4 ມີ­ນາ​ນີ້ ທ່ານ ສອນ​ໄຊ ສີພັນ​ດອນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນກາງ​ພັກ​ລັດ­ຖະ­ມົນ­ຕີ, ຫົວ​ໜາ​ຫ້ອງ​ວ່າການ​ລັດ­ຖະ­ບານ​ກໍ​ໄດ້​ລົງ​ໄປ​ຢ້ຽມ­ຢາມສະ­ຖານ­ທີ່​ທ່ອງ​ທ່ຽວ“ນ້ຳ­ຕົກ­ຕາດ​ຊອນ ແດນ​ຫົງ​ພູ​ສູງ​ສວນ​ອຸດ​ທິ​ຍານ​ພຶກ­ສາຊາດຊຸມ​ຊົນ​ສະ­ມາ­ຄົມ​ອາ​ຊຽນ” ສະ­ຖານທີ່ທີ່​ຜູ້­ນຳ​ຈາກ​ທະ­ວີບ​ອາ­ເມ­ລິ­ກາ​ຈະ​ໄປຢ້ຽມ­ຢາມ, ທ່ານ ຄຳ​ໄພ ສົມ​ຊະ­ນະ ປະທານ​ບໍ­ລິ­ສັດກຸ່ມ​ຄຳ​ໄພ​ຊະ­ນະກໍ່­ສ້າງ​ຈຳກັດ, ເຈົ້າ​ຂອງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ສຳ­ລັບ​ການ​ກະ­ກຽມ​ສະຖານ​ທີ່​ພາກ​ລັດ​ກໍ​ໃຫ້­ການ​ຮ່ວມ​ມື​ເປັນຢ່າງ​ດີ ແລະ​ໄດ້​ຊີ້​ນຳ​ຢ່າງ​ໃກ້­ຊິດ​ມາ​ຮອດປະ­ຈຸ​ບັນ ນອກ­ຈາກ​ມີ​ສະ­ຖານ​ພັກ­ຜ່ອນແລ້ວ​ແມ່ນ​ໄດ້​ປັບ­ປຸງ​ການ​ປະ­ດັບ​ປະ­ດາຕ່າງໆໂດຍ​ສະ­ເພາະ​ເສັ້ນ­ທາງ​ຕັດ​ໃໝ່ແຕ່​ເສັ້ນ­ທາງ 13 ເໜືອເມືອງ​ນາ​ຊາຍ​ທອງ​ຫາ​ເສັ້ນ­ທາງ​ລຽບແຄມ​ຂອງ​ບ້ານ​ສຳ­ພັນ​ນາເມືອງ​ສັງ​ທອງຕົນ​ເອງ​ກໍ​ໄດ້​ຊື້​ເບ້ຍ​ໄມ້​ອຸດ­ສາ­ຫະ­ກຳ​ເຊັ່ນ: ໄມ້​ຂະ​ຍູງ, ໄມ້​ດູ່​ລາຍ, ໄມ້​ດູ່, ໄມ້​ແດງ ແລະ​ຕົ້ນ­ໄມ້​ໃຫ້​ໝາກ​ເຊັ່ນ: ໝາກ­ມ່ວງ, ໝາກ­ຂາມ, ໝາກ­ມີ້, ໝາກ​ລຳ­ໄຍ, ໝາກລິນ​ຈີ່, ໝາກ​ອາ​ໂວ​ກາ​ໂດ, ໝາກ­ກ້ວຍ, ພິກ​ໄທ, ໝາກ­ແໜ່ງ ແລະ​ພືດ​ກິນ​ໃບ​ກິນ ຫົວ​ເຊັ່ນ: ຫົວ​ຂ່າ, ຫົວ​ສີ​ໄຄ ແລະ​ອື່ນໆປູກ​ສອງ​ຟາກ​ທາງ​ເປັນ​ແຖວ​ຍາວ​ຢຽດຕາມ​ສາຍ​ທາງ​ດັ່ງ­ກ່າວ, ຊຶ່ງ​ໃຊ້​ເງິນ​ໄປແລ້ວ 4 ແສນ​ກວ່າ​ໂດ​ລາແຕ່​ກໍ​ປູກ​ໄດ້​ບໍ່ ເຖິງ 50% ແລະ​ຍັງ​ຈະ​ໃຊ້​ທຶນ​ຊື້​ເບ້ຍ​ໄມ້ ຕື່ມ​ອີກໂດຍ​ບໍ່​ລວມ​ມູນ​ຄ່າ​ການ​ກໍ່­ສ້າງ ເສັ້ນ­ທາງ​ທີ່​ມີ​ຄວາມ​ຍາວ​ກວ່າ17ແມັດ.

ການ​ເຮັດ​ແນວ​ນີ້ກໍ​ເພື່ອ​ຢັ້ງ­ຢືນ​ໃຫ້ເຫັນ​ຄວາມ​ຈິງ​ໃຈ​ຕໍ່​ພັກ​ຕໍ່​ລັດແລະ​ກຳ­ນົດໃຫ້​ເປັນ​ຕົວ​ແບບເພື່ອ​ໃຫ້​ຜູ້​ອື່ນໆ​ນຳ­ໄປຜັນ​ຂະ­ຫຍາຍ​ປູກ​ຕາມ​ສາຍ​ທາງ​ຫຼວງແຕ່​ໃຕ້​ຮອດ​ເໜືອ ແລະ​ເງິນ​ພັກ​ລັດ​ໃຫ້​ມາ ກໍ​ເອົາ​ມາ​ໜູນ​ໃຊ້​ສ້າງ­ສາ​ພັດ­ທະ­ນາ ເພື່ອ ສັງ­ຄົມ ເພື່ອ​ປະ­ເທດ​ຊາດ.

ແນວ­ໃດ​ກໍ​ຕາມການ​ລົງ​ໄປ​ຢ້ຽມຢາມ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຂອງ​ຂ້າ​ພະເຈົ້າ​ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ ແລະ ການ​ນຳ​ທ່ານ​ອື່ນເປັນ​ການ​ໃຫ້​ກຳ­ລັງໃຈ​ກະ­ຕຸກ​ຊຸກ­ຍູ້​ມີ­ແຮງ​ບັນ­ດານ​ໃຈ​ພັດ​ທະນາ​ຕໍ່​ໄປ ໃນ​ໂອ­ກາດ​ວັນ​ທີ 5 ມີ­ນາ ຄະ­ນະໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ​ທົ່ວ​ປະ­ເທດ ຈວນ 150 ທ່ານ ກໍ​ໄດ້​ໄປ​ທັດ­ສະ­ນະ​ສຶກ ສາ ລວມ​ເຖິງ​ພະ­ນັກ­ງານ​ເອື້ອຍ​ນ້ອງ​ແມ່ຍິງ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ​ນະ­ຄອນ ຫຼວງ​ຈຳ­ນວນ 150 ທ່ານ​ກໍ​ໄດ້​ໄປ​ຈັດ​ກິດ ຈະ​ກຳ ລວມ​ທັງ​ໝົດ 300 ທ່ານ ທ່ານ ຄຳໄພ ສົມ​ຊະ­ນະ ກໍ​ໄດ້​ຈັດ​ພາ­ເຂົ້າ​ສາ­ມັກ­ຄີເພື່ອ​ເປັນ​ການ​ໃຫ້​ຂອງ­ຂວັນ​ເນື່ອງ​ໃນ​ວັນ ທີ 8 ມີ­ນາ ວັນ​ແມ່­ຍິງ​ສາ­ກົນ​ຄົບ­ຮອບ 106 ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...