spot_img
Homeຂ່າວຕ່າງປະເທດ“ມາເລເຊຍ” ໄດ້ເປີດ “ສະໜາມບິນ KLIA2” ສາຍການບິນລາຄາຖືກແຫ່ງໃຫມ່

“ມາເລເຊຍ” ໄດ້ເປີດ “ສະໜາມບິນ KLIA2” ສາຍການບິນລາຄາຖືກແຫ່ງໃຫມ່

Published on

ສະໜາມບິນນານາຊາດ ກົວລາລັມເປີ 2 (KLIA2) ສຳລັບການບິນລາຄາຖືກ ຕຽມເປິດບໍລິການໃນວັນສຸກນີ້  ນັບເປັນສູນກາງການບິນແຫ່ງ ໃໝ່ຂອງມາເລເຊຍ ທີ່ໃຫ້ບໍລິການແກ່ຜູ້ໂດຍສານ ທີ່ນິຍົມເດີນທາງແບບ ລາຄາປະຢັດ ໂດຍສະເພາະ

ສະໜາມບິນນານາຊາດ KLIA2 ເຊິ່ງງົບປະມານ 1,200 ລ່ານໂດລ່າ  ຕັ້ງຢູ່ບໍ່ໄກຈາກສະໜາມບິນຫຼັກ KLIA ໂດຍແຕ່ເກົ່າ ລັດຖະບານມາເລເຊຍ ຕັ້ງເປົ້າຈະເປິດໃຫ້ບໍລິການຕັ້ງແຕ່ 3 ປີທີ່ແລ້ວ ແຕ່ເຈີອຸປະສັກຫຼາຍຢ່າງ ທັ້ງຍັງມີສຽງວິພາກວິຈານ ກ່ຽວກັບບັນຫາຄວາມປອດໄພ ແລະການສ້າງທີ່ບໍ່ໃດ້ຕາມມາດຕະຖານ ບໍ່ວ່າຈະເພິ່ມເງິນລົງທຸ່ນເປັນ 2 ເທົ່າກໍ່ຕາມ.

ຢ່າງໃດກໍ່ຕາມ ໂຄ້ງການ KLIA2 ກໍ່ເສັດສົມບູນລົງຈົນໃດ້ ແລະຈະເປິດຮັບຜູ້ໂດຍສານ ຄັ້ງທຳອິດໃນວັນສຸກນີ້  ໂດຍມີເຄື່ອງບິນ ຈອດທັ້ງໝົດ 56 ລຳ ແລະຈະເພີ່ມຂື້ນຢ່າງຕໍ່ເນື່ອງ ຫຼັງຈາກທີ່ສາຍການບິນລາຄາຖືກ ທຸກບໍລິສັດຍ້າຍມາຈາກສະໜາມບິນ  LCCT ມາໃຫ້ບໍລິການສະໜາມບິນແຫ່ງໃຫມ່ນີ້ທັ້ງໝົດ.

ນັກວິເຄາະ ແລະຜູ້ເດິນທາງສ່ວນໃຫຍ່ເຫັນຄືກັນວ່າ ການເປິດສະໜາມບິນລາຄາຖືກ ແຫ່ງໃຫມ່ໃນເມືອງຫຼວງຂອງມາເລເຊຍ ລ່າຊ້າແລະດົນເກິນໄປແລ້ວ.

ສະໜາມບິນ LCCT ເຊິ່ງໃຫ້ບໍລິການໃນປັດຈຸບັນ ເປັນອາຄານເກົ່າເບິ່ງຄ້າຍກັບສະຖານນີປະຈຳທາງຫຼາຍກວ່າສະໜາມບິນ ໂດຍປີທີ່ແລ້ວນີ້ມີນັກເດິນທາງມາໃຊ້ບໍລິການ LCCT ຫຼາຍເຖິງ 22 ລ້ານຄົນ ໂດຍສະໜາມບິນຮອງຮັບຜູ້ໂດຍສານໃດ້ພຽງ 15 ລ້ານຄົນຕໍ່ປີ .

ທາງການມາເລເຊຍເຊື່ອວ່າ KLIA2 ເຊິ່ງຈະເປັນບ້ານໃຫມ່ ຂອງສາຍການບິນ ທີ່ມີພື້ນທີ່ກວ້າງຂວາງພໍໆ ກັບເດິນເຕະບານ 24 ເດິນຮວມກັນ ແລະໃຫຍ່ກວ່າສະໜາມບິນ LCCT ປະມານ 4 ເທົ່າ.

ອາຄານຖືກອອກແບບໃຫ້ທັນສະໄໝ ແລະມີຊ່ອງຮັບແສງທຳມະຊາດ ເພື່ອຊ່ວຍໃຫ້ປະຢັດຄ່າໄຟຟ້າ ຜູ້ໂດຍສານສາມາດເຊື່ອຕໍ່ກັບ ລະບົບຣົດໄຟຄວາມໄວສູງ KLIA Express ເພື່ອເດິນທາງໄປ ນະຄອນກົວລາລັມເປິ ເຊິ່ງຢູ່ຫ່າງອອກໄປປະມານ 50 ກິໂລແມັດ ໃດ້ຢ່າງສະດວກ.

ສາຍການບິນລາຄາຖືກ ຈະເລິ່ມໃຫ້ບໍລິການທີ່ສະໜາມບິນ KLIA2 ຕັ້ງແຕ່ວັນສຸກນີ້ ໃດ້ແກ່ Malin Air Condo, Cebu ປາຊີຟິກ, Tiger Airways, Lion Air ແລະ Mandala Airlines ສ່ວນສາຍການບິນ Flight ຍອດນິຍົມ  “AirAsia” ຈະຍາຍການບິນມາທີ່ KLIA2 ຕັ້ງແຕ່ວັນທີ່ 9 ພຶດສະພາເປັນຕົ້ນໄປ.

KLIA2 ສາມາດຮອງຮັບຜູ້ໂດຍສານໃດ້ປີລະ 45 ລ້ານຄົນ ໃນຂະນະທີ່ສະໜາມບິນ KLIA ເຊິ່ງຖືເປັນສະໜາມບິນຫຼັກ ຂອງມາເລເຊຍ ຍັງຮັບຜູ້ໂດຍສານໃດ້ພຽງ 40 ລ້ານຄົນຕໍ່ປີ ລັດທະບານ ກໍ່ມີແຜນຈະຂະຍາຍສະໜາມບິນຫຼັກ ໃຫ້ສາມາດຮອງຮັບ ຄົນເດິນທາງ ໃດ້ຫຼາຍຂື້ນເຊັ່ນກັນ.

ທາງມາເລເຊຍຄາດວ່າ ຈະມີຜູ້ໂດຍສານໃຊ້ສະໜາມບິນ KLIA2 ປະມານ 24 ລ້ານຄົນ ໃນຊ່ວງ 12 ເດືອນທຳອິດທີ່ເປິດໃຫ້ບໍລິການ

“ ສະໜາມບິນ KLIA2 ຈະຊ່ວຍເສີມຄວາມແຂງແກ່ງໃຫ້ນະຄອນກົວລາລັມເປິ ໃນຖານະທີ່ເປັນສູນກາງການບິນ ທັ້ງແບບລາຄາຖືກ ແລະບໍລິການຄົບວົງຈອນ ” Bashir Ahmad ຜູ້ອຳນວຍການຝ່າຍຈັດການຂອງບໍລິສັດ ເມເລເຊຍ Airport Holdings Berhad. (MAHB) ເຊິ່ງເປັນຜູ້ບໍລິຫານ ແລະ ກໍ່ສ້າງສະໜາມບິນ KLIA2 ຂື້ນ.

 

 

ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...