Homeຂ່າວເຫດການເມົາ! ຂັບໄວຕຳແລ້ວໜີແຕ່ພົນລະເມືອງດີນຳໄປຖ່າຍປ້າຍລົດໄວ້ໄດ້‬

ເມົາ! ຂັບໄວຕຳແລ້ວໜີແຕ່ພົນລະເມືອງດີນຳໄປຖ່າຍປ້າຍລົດໄວ້ໄດ້‬

Published on

da

ເມົາ! ຂັບໄວຕຳແລ້ວໜີແຕ່ພົນລະເມືອງດີນຳໄປຖ່າຍປ້າຍລົດໄວ້ໄດ້‬

‪‎ໃນຕອນເດິກຂອງຄ່ຳຄືນວັນທີ 09 ມີນ່າ 2016 ເວລາປະມານ 00:05 ນາທີ ທີ່ຜ່ານມາ ທາງທີມງານໄດ້ຮັບແຈ້ງຈາກໜ່ວຍກູ້ໄພມູນນິທິ 1623 ວ່າມີອຸບັດຕິເຫດຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຫຼັງຈາກທີມງານ ແລະ ອາສາສະໝັກກູ້ໄພໄປເຖິງທີ່ເກີດເຫດ ພົບຜູ້ປະສົບເຫດ 1 ຄົນເປັນຊາຍ ໄດ້ຮັບບາດເຈັບໜັກບໍລິເວນຫົວ ມີຮອຍຊ້ຳຈາກການກະທົບທີ່ຕາຊ້າຍ ຫົວມີຮອຍບາດແຜ ນິ້ວມືມີບາດແຜເລິກສົມຄວນ ແລະ ຕາມຂາມີຮອຍບາດແຜເຫຼີ້ນ

dsa

ຈາກການກວດສອບສະຖານທີ່ພົບລົດຈັກ 1 ຄັນລໍ້ໜ້າເສຍຫາຍໜັກ ແລະ ລົດເປ່ເພ່ສົມຄວນ ນອກຈາກນັ້ນຍັງພົບຊິ້ນສ່ວນແວ່ນລົດໃຫຍ່ ຍີ່ຫໍ້ VIGO ແລະ ຕາລົດທີ່ຕົກເຍ່ຍໃນບໍລິເວນດັ່ງກ່າວ.

ຈາກການສອບຖາມຜູ້ເຫັນເຫດການໄດ້ເລົ່າວ່າ ລົດຈັກກຳລັງມາແຕ່ທາງນາທົ່ມມຸ່ງໜ້າໄປທາງຫໍພັກຊີເກມ ເມື່ອຜູ້ກ່ຽວມາເຖິງຈຸດເກີດເຫດ ລົດໃຫຍ່ VIGO ຂັບມາດ້ວຍຄວາມໄວສູງໄດ້ເຈີດມາຕຳເອົາລົດຜູ້ກ່ຽວເຮັດໃຫ້ລົດ ແລະ ຄົນກະເດັນອອກແຄມທາງ

ຈາກນັ້ນລົດວີໂກກໍ່ໄດ້ຮີບຂັບໜີໄປ ແຕ່ເນື່ອງຈາກລໍ້ໜ້າລົດໃຫຍ່ຄັນດັ່ງກ່າວເກີດການຮົ່ວເຮັດໃຫ້ໄປໄດ້ບໍ່ໄວ ພົນລະເມືອງດີທີ່ເຫັນເຫດການເມື່ອເຫັນສະພາບວ່າລົດໃຫຍ່ກຳລັງຈະໜີຄວາມຜິດຈຶ່ງໄດ້ຂັບລົດຈັກໄປຖ່າຍເອົາປ້າຍລົດໄວ້ໄດ້ທັນ ພ້ອມກັບສັງເກດເຫັນຄົນຂັບເປັນໄວລຸ້ນທ່າທາງມຶນເມົາ ແລະ ມີພົນລະເມືອງດີທີ່ຢູ່ໃນເຫດການກໍ່ໂທແຈ້ງເບີສຸກເສີນ 1623 ເພື່ອຂໍຄວາມຊ່ວຍເຫຼືອ

ເປັນອີກຄັ້ງກັບປະກົດການຫຍໍ້ທໍ້ຂອງເຫດການຕຳແລ້ວໜີຄວາມຜິດ ອຸບັດຕິເຫດທີ່ບໍ່ມີໃຜຢາກໃຫ້ເກີດເມື່ອເກີດຂື້ນແລ້ວຕ້ອງຮັບຜິດຊອບ ບໍ່ວ່າຝ່າຍໃດຈະຜິດ ຫຼື ຖືກຄວນມີນ້ຳໃຈລົງມາຊ່ວຍເຫຼືອຄູ່ກໍລະນີ ການທີ່ທ່ານໜີຈາກຄວາມຜິດນັ້ນເຖິງທາງເຈົ້າໜ້າທີ່ບໍ່ສາມາດກວດສອບບໍ່ໄດ້ສາວບໍ່ເຖິງ “ແຕ່ເຊື່ອເຖາະວ່າເຈົ້າຈະໜີກົດແຫງກຳບໍ່ໄດ້”

ຂໍຂອບໃຈພົນລະເມືອງດີທຸກທ່ານທີ່ໃຫ້ການຊ່ວຍເຫຼືອໃນການນຳເອົາຫຼັກຖານຈາກຄູ່ກໍລະນີໄວ້ໄດ້ ແລະ ຖືວ່າເປັນການຕັດສິນໃຈທີ່ຖືກທີ່ພຽງແຕ່ນຳຖ່າຍຮູບໄວ້ຕໍ່ໄປກໍ່ຄົງເປັນໜ້າທີ່ຂອງເຈົ້າໜ້າທີ່ທີ່ຕ້ອງດຳເນີນຄະດີກັບຜູ່ກະທຳຜິດຕາມກົດໝາຍບ້ານເມືອງ.

 

ຂໍ້ມູນຈາກ ນາທີ ຊີວິດ/ Risky Time

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...