spot_img
Homeມູມໄອທີລາວວິທີເຮັດບໍ່ໃຫ້ຄລິບວີດິໂອໃນ facebook ຫຼິ້ນແບບອັດຕະໂນມັດ ເພື່ອບໍ່ໃຫ້ເປືອງຄ່າອິນເຕີເນັດ

ວິທີເຮັດບໍ່ໃຫ້ຄລິບວີດິໂອໃນ facebook ຫຼິ້ນແບບອັດຕະໂນມັດ ເພື່ອບໍ່ໃຫ້ເປືອງຄ່າອິນເຕີເນັດ

Published on

ວິທີເຮັດບໍ່ໃຫ້ຄລິບວີດິໂອໃນ facebook ຫຼິ້ນແບບອັດຕະໂນມັດ ເພື່ອບໍ່ໃຫ້ເປືອງຄ່າອິນເຕີເນັດ

ມື້ນີ້ຂໍນໍາເອົາຄວາມຮູ້ທີ່ຖືກເຜີຍແຜ່ໃນເວ໊ບຂອງຕ່າງປະເທດມາຕ້ອນ ເຊິ່ງອາດຈະເປັນປະໂຫຽດແກ່ຜູ້ທີ່ມັກຫຼິ້ນອິນເຕີເນັດ ຈະໄດ້ຫຼຸດຜ່ອນການສິ້ນເປືອງລົງແດ່ ໂດຍສະເພາະໃນໄລຍະຜ່ານມາ ຫຼັງຈາກທີ່ facebook ໄດ້ທໍາການອັບເດດໃໝ່ ປາກົດວ່າ ໃນເວລາເຮົາເລື່ອນໜ້າຈໍໄປພໍ້ຄລິບວີດິໂອ ມັນຈະຫຼິ້ນຄລິບແບບອັດຕະໂນມັດ ໃນດ້ານນຶ່ງກໍເຫັນວ່າມັນສະດວກຂຶ້ນ ແຕ່ອີກດ້ານນຶ່ງ ການຫຼິ້ນຄລິບ ມັນໄດ້ດຶງເອົາຂໍ້ມູນລົງມາ ເຮັດໃຫ້ເຮົາສິ້ນເປືອງໂດຍບໍ່ຕັ້ງໃຈ.

ສາເຫດທີ່ facebook ເຮັດແບບນັ້ນກໍເພາະຕ້ອງການໃຫ້ຄົນເຫັນຄລິບວີດິໂອຫຼາຍຂຶ້ນ ເຊິ່ງເປັນເຫດຜົນທາງການຕະຫຼາດທີ່ເຮົາບໍ່ຂໍວິຈານ ຫຼື ແຈກແຈງໃຫ້ລະອຽດກວ່ານີ້ ແຕ່ສໍາລັບຜູ້ໃຊ້ທົ່ວໄປ ບາງທີກໍບໍ່ປະເອີບກັບມັນປານໃດ ເພາະມັນເຮັດໃຫ້ເປືອງຄ່າອິນເຕີເນັດ ທີ່ຄິດໄລ່ຕາມ ດາຕ້າ ທີ່ເຮົາໃຊ້ໄປ ເຊິ່ງມື້ນີ້ຈະນໍາສະເໜີກໍຄື ວິທີມອດການຫຼິ້ນວີດິໂອແບບອັດຕະໂນມັດ ເພື່ອຫຼຸດຜ່ອນຄວາມສິ້ນເປືອງໄດ້ບາງສ່ວນ ເຊິ່ງທ່ານອາດຈະເຮັດຕາມ ຫຼື ບໍ່ ກໍແລ້ວແຕ່ຄວາມສະໝັກໃຈ.

ສໍາລັບຜູ້ທີ່ໃຊ້ PC ຫຼື  Notebook

ໃຫ້ໄປທີ່ ເມນູສາມຫຼ່ຽມທີ່ຢູ່ມູມຂວາດ້ານເທິງ ແລ້ວເລືອກ Settings

nn

ຈາກນັ້ນເລືອກຄໍາວ່າ “ວີດິໂອ” ຢູ່ “Auto-Play Videos” ທີ່ປຸ່ມຈະຂຽນວ່າ  Default ໃຫ້ເຮົາກົດ ແລ້ວເລືອກ Off.

SPS_2-1

ສໍາລັບຄົນທີ່ໃຊ້ ສະມາຣ໌ທໂຟນ  Android

ໃຫ້ເປີດແອພ  facebook ຂຶ້ນມາແລ້ວເລືອກທີ່ ເມນູ > ເລືອກ App Settings

SPS_3

ເລືອກ Videos play automatically

SPS_4-1

ໃນໜ້ານີ້ ເຮົາສາມາດເລືອກໄດ້ 3 ຢ່າງຄື:

  • ໃຫ້ມັນຫຼິ້ນອັດຕະໂນມັດ ແບບບໍ່ສົນໃຈວ່າຈະໃຊ້ອິນເຕີເນັດຫຽັງຢູ່
  • ໃຫ້ຫຼິ້ນອັດຕະໂນມັດສະເພາະຕອນເປີດ  Wi-Fi
  • ບໍ່ໃຫ້ມັນຫຼິ້ນແບບອັດຕະໂນມັດເລີຍ.
ພຽງທໍ່ນີ້ ເຮົາກໍສາມາດຈັດການກ່ຽວກັບ ການຫຼິ້ນ ຫຼື ບໍ່ຫຼິ້ນວີດິໂອແບບອັດຕະໂນມັດເທິງ facebook ໄດ້ແລ້ວ.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...