spot_img
Homeມຸມຂ່າວ AECອາຊຽນ-ເອີຣົບ ເປີດກອງປະຊຸມ ປຶກສາຫາລືດ້ານການຄ້າ ຄັ້ງທີ 14 ທີ່ຊຽງໃໝ່ ປະເທດໄທ!

ອາຊຽນ-ເອີຣົບ ເປີດກອງປະຊຸມ ປຶກສາຫາລືດ້ານການຄ້າ ຄັ້ງທີ 14 ທີ່ຊຽງໃໝ່ ປະເທດໄທ!

Published on

ຂປລ. ບັນດາລັດຖະມົນຕີເສດຖະກິດອາ​ຊຽນ (AEM) ຮ່ວມກັບກໍາມະການດ້ານການຄ້າສະຫະພາບເອີຣົບ ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ຄ້າອາ​ຊຽນ– ​ເອີຣົບຄັ້ງ​ທີ 14 ຂຶ້ນ​ທີ່​ແຂວງ​ຊຽງ​​ໃໝ່ປະ​ເທດ​ໄທ​ ໃນ​ວັນ​ທີ 3 ມີນາ ນີ້ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າຢູ່​ໃນ​ 2 ພາ​ກພື້ນ​ໂດຍ​​ເປັນ​ປະທານ​ຮ່ວມລະຫວ່າງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ​ກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງສປປ ລາວ ແລະ ທ່ານ ນາງເຊສິເລຍ ມານສະຕຣອມ (Cecilia Malmström) ລັດຖະມົນຕີການຄ້າສະຫະພາບເອີຣົບ.

ໃນ​​ກອງ​ປະຊຸມດັ່ງກ່າວ​, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ ພ້ອມຍົກໃຫ້ເຫັນການພົວພັນຮ່ວມ​ມື​ດ້ານການຄ້າ ​ແລະ ການລົງທຶນ ຈາ​ກອະດີດ​ເຖິງ​ປັດຈຸບັນ ​ໄດ້​ຮັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​​​​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາະ​ສະຫະພາບ ເອີຣົບເປັນຄູ່ຮ່ວມດ້ານການຄ້າ-ການ​ລົງທຶນໃຫຍ່ທີ່ສຸດອັນດັບ 2 ຂອງອາຊຽນ.  ​ປີ 2015 ຜ່ານມາ​, ການຮ່ວມ​ມື​ດ້ານຄ້າອາຊຽນເອີຣົບບັນ​ລຸ 201 ຕື້​ເອີ​ໂຣ​ເທົ່າ​ກັບ 11% ຕໍ່ປີ. ຂະນະ​ທີ່ການລົງທຶນໂດຍກົງ (FDI) ພົບ​ວ່າແຫ​ລ່ງທຶນຈາກສະຫະພາບ ເອີຣົບ​ເຂົ້າ​ອາ​ຊຽນເພີ່ມຂຶ້ນ 31.2% ຫລື 29 ຕື້ກວ່າໂດລາສະຫະລັດ.

ແນວໃດກໍດີ ສອງຝ່າຍໄດ້ຢືນຢັນຮ່ວມກັນ ຈະສືບຕໍ່ຮັດແໜ້ນການພົວພັນ ​ແລະ ການຮ່ວມມືດ້ານເສດຖະກິດໃຫ້ມີຄວາມ​ເລີກເຊິ່ງກວ່າເກົ່າ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...