Homeຂ່າວການພັດທະນາສກຈບ ເຕີບ​ໂຕ​ໄວ​ແຕ່​ຄຸນ​ນະ​ພາບ​ຍັງ​ບໍ່​ສູງ

ສກຈບ ເຕີບ​ໂຕ​ໄວ​ແຕ່​ຄຸນ​ນະ​ພາບ​ຍັງ​ບໍ່​ສູງ

Published on

ສະ​ຖາ​ບັນ​ການເງິນ​ຈຸ​ລະ​ພາກ​ທີ່​ບໍ່​ຮັບເງິນ​ຝາກ (ສກຈບ) ໄດ້​ປະ­ສົບ​ຜົນ­ສຳ­ເລັດໃນ​ການ​ດຳ­ເນີນ​ທຸ­ລະກິດ​ທີ່​ໜ້າ​ພໍ­ໃຈພາຍ​ໃຕ້ການ​ຄຸ້ມ​ຄອງ​ບໍ­ລິ­ຫານທີ່​ເນັ້ນການ​ບໍ­ລິ­ຫານ​ຄວາມ​ສ່ຽງ​ຕໍ່​ລະ­ບົບ ສກຈບ ຢ່າງ​ຕໍ່​ເນື່ອງ ຈິ່ງ​ເຮັດ​ໃຫ້ ສກຈບ ສາ­ມາດປັບ​ຕົວ ແລະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ­ທິພາບ ແລະ​ມີ​ການ​ເພີ່ມ​ປະ­ລິ­ມານ​ຂຶ້ນ​ເລື້ອຍໆ ຊຶ່ງ​ເຮັດ​ໃຫ້​ມີ​ຜົນ​ກຳ­ໄລ​ທີ່​ສູງ​ແຕ່​ຄຸນ​ນະພາບ​ຍັງ​ບໍ່​ສູງ.

ວັນ​ທີ 4 ມີ­ນາ​ຜ່ານ​ມາ​ທີ່​ສູນ​ການ​ຄ້າລາວ-ໄອ​ເຕັກ ໄດ້​ມີ​ກອງ​ປະ­ຊຸມ​ສະ­ຫຼຸບວຽກ​ງານ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກທີ່​ບໍ່​ຮັບ​ເງິນ​ຝາກ​ປະ­ຈຳ​ປີ 2015 ໂດຍການ​ຮ່ວມ​ມື​ລະ­ຫວ່າງ​ທະ­ນາ­ຄານ​ແຫ່ງ ສປປ ລາວ ກັບ​ໂຄງ­ການ​ການ​ເງິນ​ຈຸ​ລະພາກ​ໃນ​ຂົງ­ເຂດ​ຊົນ­ນະ­ບົດ-ການ​ເຂົ້າເຖິງ​ແຫຼ່ງ​ທຶນ​ຂອງ​ຜູ້​ທຸກ​ຍາກ ( MRA-AFP) ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງຜູ້​ວ່າ­ການ​ທະ­ນາ­ຄານແຫ່ງ ສປປ ລາວ, ແລະ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວິ­ໄລ​ມິດ ອັກ​ຄະ​ວົງ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ, ທຫລ ກ່າວ​ວ່າ: ໃນ​ປີ 2015 ນັບ​ວ່າ​ເປັນ​ອີກປີ​ໜຶ່ງ​ທີ່ ສກຈບ ປະ­ສົບ​ຜົນ­ສຳ­ເລັດ​ໃນການ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ໜ້າ​ພໍ­ໃຈ​ໂດຍນອກ­ຈາກ​ຈະ​ສາ­ມາດ​ຮັບ​ມື​ກັບ​ພາ­ວະເສດ­ຖະ­ກິດ​ຂ້ອນ​ຂ້າງ​ທ້າ​ທາຍ​ທັງ​ພາຍໃນ ແລະ​ຕ່າງ­ປະ­ເທດ​ໄດ້​ເປັນ​ຢ່າງ​ດີ​ຍັງມີ​ຜົນ​ປະ­ກອບ​ການ​ທີ່​ດີ ຊຶ່ງ​ກໍ່­ໃຫ້­ເກີດ​ປະໂຫຍດ​ກັບ ສກຈບ ລູກ​ຄ້າ ແລະ​ຜູ້​ຖື​ຮຸ້ນ ໂດຍ​ຍອດ​ຊັບ​ສິນ​ເພີ່ມ​ຂຶ້ນ​ຈາກ 81 ຕື້ກວ່າ​ກີບ ໃນ​ປີ 2014 ມາ​ເປັນ 107 ຕື້ກວ່າ​ກີບ ໃນ​ປີ 2015 ເທົ່າ​ກັບ 32,20%, ສິນ​ເຊື່ອ​ເພີ່ມ​ຈາກ 59 ຕື້​ກວ່າ​ກີບ ມາ​ເປັນ 83 ຕື້​ກວ່າ​ກີບ ເທົ່າ​ກັບ 41,58% ແລະ ມີ​ກຳ­ໄລ​ສຸດ­ທິ 8,2 ຕື້​ກີບ ເພີ່ມ​ຂຶ້ນ​ເປັນ 8,8 ຕື້​ກີບ ເທົ່າ​ກັບ 6,73%.

ນອກ​ນັ້ນ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ບໍ່​ຮັບ​ເງິນ​ຝາກ​ກໍ​ເພີ່ມ​ຂຶ້ນ​ເລື້ອຍໆຈາກ​ປີ 2014 ມີ 31 ແຫ່ງມາ​ເປັນ 43 ແຫ່ງ​ໃນ​ປີ 2015 ເພີ່ມ​ຂຶ້ນ 12 ແຫ່ງ, ມີ​ທຶນ​ໃນ​ປີ 2014 ທັງ​ໝົດ 36 ຕື້​ກວ່າ​ກີບ ເພີ່ມ​ຂຶ້ນ​ເປັນ 46 ຕື້​ກວ່າ​ກີບ ໃນ​ປີ 2015 ເທົ່າ​ກັບ 28,70%.

ໂດຍ​ສ່ວນ​ໃຫຍ່​ແມ່ນ​ໃຫ້­ການ​ບໍ​ລິການ​ທາງ​ດ້ານ​ເງິນ​ກູ້​ເປັນ​ຫຼັກ ໄດ້​ມີ​ການພັດ­ທະ­ນາ​ຜະ­ລິດ​ຕະ​ພັນ​ສິນ​ເຊື່ອ ແລະ​ປັບປຸງ​ຮູບ​ແບບ​ການ​ບໍ­ລິ­ການ​ດ້ານ​ຕ່າງໆ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງລູກ​ຄ້າ, ການ​ບໍ­ລິ­ການ​ສິນ​ເຊື່ອ​ສ່ວນ​ຫຼາຍຢູ່​ໃນ​ຂະ­ແໜງ­ການ​ຄ້າ ແລະ​ບໍ­ລິ­ການ​ກວມ ເອົາ​ອັດ­ຕາ​ສ່ວນ 60% ຂອງ​ຍອດ​ສິນເຊື່ອ​ທັງ​ໝົດ, ກະ­ສິ­ກຳ ກວມ 37% ແລະ ເງິນ​ກູ້​ສຳ­ລັບ​ຄອບ­ຄົວ, ຄົວ​ເຮືອນກວມເອົາ​ອັດ­ຕາ​ສ່ວນ​ພຽງ 5% ຂອງ​ຍອດ​ສິນເຊື່ອ​ທັງ​ໝົດ.

ຢ່າງ­ໃດ​ກໍ​ຕາມ ທ່ານ ສອນ​ໄຊ ສິດພະ​ໄຊ ກ່າວວ່າ: ເຖິງ​ວ່າ ສກຈບ ຈະ​ມີພື້ນ​ທີ່​ໃນ​ການ​ພັດ­ທະ­ນາ​ໄປ​ໄດ້​ອີກ​ຫຼາຍ ແລະ​ມີ​ໂອ­ກາດ​ໃນ​ການ​ເຕີບ​ໂຕ​ຂ້ອນ​ຂ້າງສູງ​ແຕ່​ໃນ​ຄວາມ​ເປັນ​ຈິງ​ຊ້ຳ­ພັດ​ດຳ­ເນີນໄປ​ຢ່າງ​ຊ້າໆ​ມີ​ການ​ຂະ­ຫຍາຍ­ຕົວ​ທີ່​ໄວທາງ​ດ້ານ​ປະ­ລິ­ມານ​ແຕ່​ຄຸນ​ນະ​ພາບ​ຍັງບໍ່​ສູງ​ບັນ­ຫາ​ດັ່ງ­ກ່າວ​ອາດ​ເກີດ​ຈາກ​ການຂາດ​ນິ­ຕິ​ກຳ ຫຼື ກົດ­ເກນ​ໃນ​ການ​ສະ­ໜັບສະ​ໜູນ ແລະ​ການ​ຄຸ້ມ​ຄອງ​ຜູ້​ບໍ­ລິ­ໂພກ​ທີ່ ເປັນ​ມາດ­ຕະ­ຖານ, ການ​ມີ​ຫຼາຍ​ໜ່ວຍ​ງານຄຸ້ມ​ຄອງ​ແຕ່​ຂາດ​ໜ່ວຍ​ງານ​ທີ່​ເປັນ​ເຈົ້າການ​ຮັບ­ຜິດ­ຊອບ​ໃນ​ການ​ວາງ​ນະ​ໂຍບາຍ  ແລະ​ການ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ (ຍົກເວັ້ນ​ສ່ວນ​ທີ່ ທຫລ ຄຸ້ມ​ຄອງ) ລວມ​ເຖິງການ​ຂາດ​ແຫຼ່ງ​ທຶນ ແລະ​ຕະ­ຫຼາດ​ສຳ­ຮອງ ເພື່ອ​ຮອງ​ຮັບ​ຊັບ​ສິນ​ທີ່​ໃຫ້​ບໍ­ລິ­ການ​ເປັນຕົ້ນ​ຊັບ​ສິນ​ທີ່​ໄດ້​ຈາກ​ການ​ປະ­ຕິ­ບັດ​ສັນຍາ, ຈາກ​ການ​ເຊົ່າ​ຊື້ ຊຶ່ງ​ລວມ​ເຖິງ​ເຄື່ອງຈັກ ແລະ​ອຸ­ປະ­ກອນ​ໃນ​ອຸດ­ສາ­ຫະ­ກຳຕ່າງໆ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...