spot_img
Homeຂ່າວການສຶກສາທຶນຫຼັກສູດປະລິນຍາໂທ ຫຼື ປະລິນຍາເອກ ທີ່ ສປປ ຈີນ China-AUN Scholarship 2016/2017.

ທຶນຫຼັກສູດປະລິນຍາໂທ ຫຼື ປະລິນຍາເອກ ທີ່ ສປປ ຈີນ China-AUN Scholarship 2016/2017.

Published on

ສົນໃຈຮຽນຕໍ່ ຫຼັກສູດປະລິນຍາໂທ ຫຼື ປະລິນຍາເອກ ທີ່ ສປປ ຈີນ ອ່ານທາງນີ້:

ຄະນະກໍາມະການທຶນການສຶກສາຂອງລັດຖະບານ ສປ ຈີນ (China Scholarship Council) ກໍາລັງເປີດຮັບສະໝັກນັກສຶກສາລະດັບປະລິນຍາໂທ ແລະ ເອກ ທີ່ ມະຫາວິທະຍາໄລຂອງປະເທດ ສປ ຈີນ ພາຍໃຕ້ທຶນ China-AUN Scholarship 2016/2017ໃນສົກສຶກສາ 2016/2017. ການສະໝັກເອົາທຶນດັ່ງກ່າວນີ້ແມ່ນສະໝັກຜ່ານຄະນະກອງເລຂາເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network Secretariat).

ເງື່ອນໄຂຜູ້ສະໝັກ:

– ຜູ້ສະໝັກຕ້ອງມີອາຍຸຕໍ່າກວ່າ 35 ປີ ສໍາລັບທຶນ ປ. ໂທ ແລະ ອາຍຸຕໍ່າກວ່າ 40 ປີ ສໍາລັບທຶນ ປ. ເອກ.

– ຜູ້ສະໝັກຕ້ອງມີສຸຂະພາບແຂງແຮງດີ ແລະ ສາມາດນຳໃຊ້ພາສາອັງກິດ ຫຼື ພາສາຈີນໄດ້ເປັນຢ່າງດີ.

– ຜູ້ສະໝັກຕ້ອງມີໜັງສືຜ່ານແດນປະຊາຊົນ (Ordinary Passport)

– ສຳລັບພະນັງານ ແລະ ຄູ-ອາຈານ ມຊ ຕ້ອງເປັນພະນັກງານລັດສົມບູນ ແລະ ເຮັດວຽກຫຼາຍກວ່າ 2 ປີຂຶ້ນໄປ.

ໝາຍເຫດ:

ສົ່ງຟອມສະໝັກໂດຍກົງທີ່ ຫ້ອງການກອງເລຂາ AUN ບໍ່ໃຫ້ກາຍ ວັນທີ 22 ເມສາ 2016
ດາວໂຫລດລາຍລະອຽດທຶນການສຶກສາ, ແບບຟອມສະໝັກ ແລະ ຂັ້ນຕອນການສະໝັກ:
https://drive.google.com/folderview…

ສົນໃຈສອບຖາມຂໍ້ມູນເພີ້ມເຕີມພົວພັນ:

Pasita Marukee (Ms.)

Senior Programme Officer

ASEAN University Network Secretariat

17th Floor, Chaloem Rajakumari 60 Building,
Chulalongkorn University, Phayathai Road, Pathumwan,

Bangkok 10330 THAILAND

Tel: +66 2 2153640 ext. 102

Fax: +66 2 2158808

E-Mail: aun.pasita@gmail.com

Website:www.aunsec.org

ຫຼືສາມາດເຂົ້າໄປໄດ້ທີ່:  https://drive.google.com/folderview?id=0B-qGicuxyQubWlhHdDQ2YlZ5WjQ&usp=sharing

 

ຂໍ້ມູນຈາກ ມະຫາວິທະຍາໄລແຫ່ງຊາດລາວ National University Of Laos

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...