spot_img
Homeຂ່າວພາຍ​ໃນເດັ່ນພູເຄັ່ງສຸຂຸມາ ຊະນະນັອກ ສົມຈິດໂຊກນໍາໄຊ ຍົກ 5

ເດັ່ນພູເຄັ່ງສຸຂຸມາ ຊະນະນັອກ ສົມຈິດໂຊກນໍາໄຊ ຍົກ 5

Published on

ເດັ່ນພູເຄັງສຸຂຸມາແມ່ນ ນັກມວຍທີ່ເປັນຕົວແທນໃຫ້ແກ່ເມືອງສຸຂຸມາທີ່ສົ່ງເຂົ້າແຂ່ງຂັນໃນລາຍການມວຍລາວສາມາດນັອກຄູ່ຕໍ່ສູ້ທີ່ແຂງແກ່ນຄື

ສົມຈິດໂຊກນຳໄຊໄດ້ໃນຍົກທີ 5 ກ່ອນຈະໝົດເວລາພຽງ 1 ນາທີ ແລະກໍໄດ້ຂັນພະແນກສຶກສາທິການ ແລະກີລາແຂວງຈຳປາສັກພ້ອມທັງໄດ້ເປັນຕົວແທນນັກກີລາເຂົ້າຮ່ວມແຂ່ງ ຂັນງານກີລາມິດຕະພາບລະຫວ່າງແຂວງຈຳປາສັກ ແລະແຂວງພຣະວິເຮຍລາຊະອານາຈັກກຳປູເຈຍທີ່ຈະຈັດຂຶ້ນໃນທ້າຍເດືອນມີນາທີ່ຈະມາເຖິງນີ້.

ການແຂ່ງຂັນກີລາມວຍລາວທີ່ພະແນກສຶກສາທິການ ແລະກີລາແຂວງຈຳປາສັກ ຮ່ວມກັບສະຫະພັນກີລາມວຍລາວ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກີລາມວຍຂຶ້ນເພື່ອຊອກຫາຕົວນັກກີລາທີ່ມີສີ ໄມ້ລາຍມືໂດດເດັ່ນ ເພື່ອເປັນຕົວແທນເຂົ້າຮ່ວມແຂ່ງຂັນກີ ລາມິດຕະພາບແຂວງຈຳປາ ສັກ ແລະແຂວງພຣະວິເຮຍລາຊະອານາຈັກກຳປູເຈຍໃນທ້າຍເດືອນມີນາ 2016 ທີ່ແຂວງ ພຣະວິເຮຍເປັນເຈົ້າພາບສະເພາະການຄັດເລືອກຄັ້ງນີ້ແມ່ນຈັດຂຶ້ນຢູ່ສະໝາມກີລາຫຼັກ 2 ຂອງຄໍ່າຄືນ ວັນທີ 27-28-29 ກຸມພາ 2016  ໂດຍເປັນກຽດເຂົ້າຮ່ວມຊົມຂອງ ທ່ານ ໄກ່ຄຳ ສຸວັນນະເມທີ ຮອງປະທານສະຫະພັນມວຍແຂວງຈຳປາສັກທ່ານ ພອນໄຊ ສະໄໝອິນສີມອນ ຮອງຫົວໜ້າພະແນກຊັບ  ພະຍາກອນນໍ້າ ແລະສິ່ງແວດລ້ອມຂອງແຂວງ ຊຶ່ງມີນັກມວຍເຂົ້າຮ່ວມແຂ່ງຂັນທັງໝົດ 20 ຄູ່ ນອກຈາກນີ້ຍັງມີມວຍກ່ອນເວລາ ແລະມວຍຄູ່ພິເສດໂດຍໃຫ້ການສະໜັບສະໜູນການແຂ່ງຂັນຂອງ ບໍລິສັດ ທ່ານ ນາງ ຄຳເມີງ ແລະນໍ້າດື່ມບາຈຽງ.

ຄູ່ມວຍທີ່ເຮັດໃຫ້ມີສຽງໂຮ ແລະສຽງເຊຍສະນັ່ນຫວັ່ນໄຫວ ກໍຄືຄູ່ເອກ 1 ໃນລາຍການລະຫວ່າງເດັ່ນພູເຄັງສຸຂຸ ມາພົບກັບສົມຈິດໂຊກນຳໄຊໃນລຸ້ນ 56 ກິ ໂລ, ທັງຄູ່ລ້ວນແຕ່ແມ່ນນັກມວຍ ທີ່ມີປະສົບການສູງໄດ້ຜ່ານການແຂ່ງຂັນມາຫຼາຍຄັ້ງ ແລະກໍເປັນນັກກີລາຫຼຽນຄຳທີ່ງານມະຫາກຳກີລາຄັ້ງທີ8 ຂອງແຂວງຈຳປາສັກ ທີ່ເມືອງຊະນະສົມບູນເປັນເຈົ້າພາບຈັດຂຶ້ນ, ການແຂ່ງຂັນຍົກທີ 1 ຍົກທີ 3 ເຫັນວ່າຕ່າງຄົນໃຊ້ ອາວຸດເດັດໆໃສ່ກັນຖືກເປົ້າຢ່າງຈະແຈ້ງ, ໂດຍປ່ຽນກັນບຸກປ່ຽນກັນຖອຍຕັ້ງຮັບສູ້ກັນຢ່າງດຸເດືອດເຮັດໃຫ້ຜູ້ຊົມອ້ອມຂ້າງເວທີບໍ່ສາມາດວິເຄາະເກມໄດ້ວ່າໃຜຈະເປັນຜູ້ຊະນະ ແລະໃຜຈະເປັນຜູ້ເສຍ, ພໍຕົກເຖິງຍົກທີ 4 ເດັ່ນພູເຄັງສຸຂຸ ມາໄດ້ປ່ຽນວິທີຈາກບຸກມາເປັນຮັບລໍຈັ່ງຫວະສອງໂຕ້ກັບດ້ວຍການເຕະ, ກອດຂຶ້ນແລ້ວເຂົ່າໃສ່ບໍລິເວນໜ້າທ້ອງໄດ້ຫຼາຍຄັ້ງເຫັນ ວ່າໄດ້ຜົນເຮັດໃຫ້ສົມຈິດໂຊກນຳ ໄຊອ່ອນກຳລັງລົງຫຼາຍພໍຕົກຮອດ ຍົກທີ 5 ສົມຈິດພາຍຫຼັງຖືກເດັ່ນພູເຄັງບຸກໜັກໃນຍົກຜ່ານມາກຳ ລັງກໍຍັງບໍ່ພື້ນງ່າຍ ຈິ່ງເຮັດໃຫ້ເດັ່ນພູເຄັງສຸຂຸມາເປັນຕໍ່ ແລະຄຸມສະຖານະການໄດ້ດີພ້ອມນັ້ນກໍບຸກ ໜັກຂຶ້ນທັງກຳປັ້ນ, ເຂົ່າ, ສອກ, ເຕະເຮັດໃຫ້ສົມຈິດໂຊກນຳໄຊບໍ່ມີ ແຮງສູ້ສຸດທ້າຍເດັ່ນພູເຄັງສຸຂຸມາກໍໄດ້ໃຊ້ໄມ້ຕາຍເຕະເຂົ້າສ້ວງອ່ອນ  ຂອງສົມຈິດສົ່ງໄປນອນລົງກັບ ພື້ນແບບບໍ່ໃຫ້ກຳມະການມີຄວາມຫຍຸ້ງຍາກໃນການໃຫ້ຄະແນນ, ໄດ້ຮັບຂັນຂອງພະແນກສຶກສາທິການ ແລະກີລາແຂວງຈຳປາສັກ ພ້ອມທັງເງິນລາງວັນສຳລັບຄູ່ມວຍອື່ນທີ່ແຂ່ງຂັນຄື: ລຳຫ້ວຍເພັກຊະນະນັອກເອນ້ອຍຈາກເມືອງມຸນຍົກ 2 ຟ້າສັ່ງ ຊຽນນິຍົມຊະນະນັອກແວວມະນີສິດຈານລີຍົກ 2 ຂົນນ້ອຍເມືອງ ມຸນຊະນະນັອກນໍ້າເຕົ້າທອງໂຊກນຳໄຊຍົກ 1 ເດີນໜ້າຊຽນນິຍົມຊະນະນັອກວິຊານເລັກສໍສຸມາລີຍົກ 3 ຊຸບເປີແບງຊະນະນັອກເອະນ້ອຍ ຈາກເມືອງມຸນ, ແສນໄຊນ້ອຍຊະນະຄະແນນສິດຈານເອບ, ຟ້າສະທ້ານສາວັນຊະນະນັອກຍອດເພັດສິດຈານລີ  ຍົກ 3.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...