spot_img
Homeຂ່າວຕ່າງປະເທດນິສສັນ ກຽມເປີດໂຮງງານປະກອບລົດຢູ່ ມຽນມາ

ນິສສັນ ກຽມເປີດໂຮງງານປະກອບລົດຢູ່ ມຽນມາ

Published on

ທ່ານ ໂທຣຸ ຮາເຊກາວາ ຮອງປະທານນິສສັນ ມໍເຕີ ອາຊີ-ປາຊິຟິກ ແລະ ຄອບປໍເຣທ ວີພີ ນິສສັນ ມໍເຕີ ເປີດເຜີຍວ່າ ນິສສັນກຽມເປີດໂຮງງານປະກອບລົດຢູ່ມຽນມາ ແລະ ຈະມີກຳລັງການຜະລິດຢູ່ທີ່ 10 ພັນຄັນ.

ນິສສັນເປີດເຜີຍວ່າ ກຽມເປີດໂຮງງານປະກອບລົດຢູ່ມຽນມາ ເປັນໂຮງງານທີ່ຮ່ວມກັບພັນທະມິດ ຍ່າງຕັນຈົງ ມໍເຕີກຣຸບ ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງມຽນມາ ໂຮງງານແຫ່ງໃໝ່ນີ້ຈະຈ້າງແຮງງານປະມານ 300 ຄົນ ແລະ ມີກຳລັງການຜະລິດ 10 ພັນຄັນ ນອກຈາກນີ້ ຍັງສົ່ງພະນັກງານຈຳນວນ 200 ຄົນໄປຝຶກອົບຮົມຢູ່ທີ່ໂຮງງານຕັນຈົງໃນມາເລເຊຍ ເພື່ອໃຫ້ໄດ້ຮັບຄວາມຮູ້ມາປະກອບກັບການເຮັດວຽກໃນໂຮງງານແຫ່ງໃໝ່.

ໂດຍພັນທະມິດນິສສັນ ແລະ ຕັນຈົງຈະຍັງເພີ່ມປະສິດທິພາບໃນການຂະຫຍາຍເຄືອຂ່າຍທຸລະກິດຢູ່ມຽນມາ ທີ່ມີສຳນັກງານໃຫຍ່ ແລະ ຕົວແທນຈຳໜ່າຍໃນເມືອງຢ່າງກຸ້ງ ແລະ ເປັນການເປີດຕະຫຼາດໃໝ່ໃຫ້ກັບປະເທດທີ່ກຳລັງພັດທະນາ, ໂຮງງານແຫ່ງໃໝ່ນີ້ຈະເລີ່ມຜະລິດລົດຮຸ່ນໃໝ່ພາຍໃຕ້ຍີ່ຫໍ້ນິສສັນ ຮຸ່ນທຳອິດມີຄວາມເປັນໄປໄດ້ວ່າ ຈະຜະລິດນິສສັນ ອັລເມຣ່າ(ຊັນນີ), ລົດອີໂຄຄາ ຊີດານ ໄດ້ຮັບຄວາມນິຍົມຈາກຫຼາຍປະເທດ ທີ່ເຂົ້າຈຳໜ່າຍ ແລະ ຈະມີຮຸ່ນອື່ນໆຕາມມາໃນອະນາຄົດ ບໍ່ວ່າຈະເປັນລົດອະເນກປະສົງ, ລົດມິນິບັສ ແລະ ລົດກະບະ.

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...