spot_img
Homeວິທະຍາສາດ-ວິທະຍາການສື່ສານໂທລະຈິດ ເປົ້າໝາຍອານາຄົດຂອງເຟສບຸກ

ສື່ສານໂທລະຈິດ ເປົ້າໝາຍອານາຄົດຂອງເຟສບຸກ

Published on

ມາຣ໌ດ ຊັດເກີເບີຣ໌ກ ຜູ່ກໍ່ຕັ້ງເຟສບຸກເຊື່ອວ່າ ມະນຸດໃນໂລກຈະມີໂອກາດ ຖ່າຍທອດຄວາມຄິດ ສື່ສານທາງໂທລະຈິດກັນໄດ້ໂດຍກົງ ໂດຍໃຊ້ເທັກໂນໂລຢີເປັນຕົວເຊື່ອມ ແລະ ນີ້ຄືທິດທາງຂອງເຟສບຸກໃນອານາຄົດຂ້າງໜ້າ.
“ມັນຈະເໝືອນກັບວ່າ ເວລາທ່ານກຳລັງຄິດຫຍັງຢູ່ ເພື່ອນຂອງທ່ານກໍ່ຈະຮັບຮູ້ສິ່ງທີ່ທ່ານຄິດທັນທີ ແລະ ນີ້ຄືທີ່ສຸດຂອງເທັກໂນໂລຢີການສື່ສານ”
ຊັດເກີເບີຣ໌ກ ເປີດເຜີຍເລື່ອງນີ້ລະຫວ່າງຕອບຄຳຖາມຈາກຜູ້ໃຊ້ ເຊິ່ງຖາມວ່າແຜນໄລຍະຍາວຂອງເຟສບຸກຈະເປັນແນວໃດ?
ໃນຊ່ວງ 10 ປີທີ່ຜ່ານມາ ເຟສບຸກພັດທະນາບໍລິການເພື່ອຕ້ອງສິໜອງການສື່ສານຂອງຜູ້ໃຊ້ຢ່າງຕໍ່ເນື່ອງ ເລີ່ມຕົ້ນຈາກການບໍລິການໜ້າໂປຣໄຟລ໌ທຳມະດາ ຈົນໄປເຖິງການສະແດງຄວາມຄິດເຫັນເພີ່ມເຕີມໄດ້ ແຖມການກົດໄລຄ໌ Like ແບ່ງກຸ່ມເພື່ອນ ຕະຫຼອດຈົນການບໍລິການອື່ນໆທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຊ່ວງປີຫຼັງໆທີ່ຜ່ານມາ ບໍ່ລິການຂອງເຟສບຸກເລີມຂະຍັບຈາກການແຊຂໍ້ມູນສາທາລະນະ ເປັນເໜັ້ນການສື່ສານສ່ວນບຸກຄົນຫຼາຍຂຶ້ນ ນັ້ນເປັນທີ່ມາຂອງການເຂົ້າຊື້ກິດຈະການແອັບພິເຄຊັ່ນຂໍ້ຄວາມສົນທະນາ WhatsApp ດ້ວຍມູນຄ່າ ກວ່າ 22,000 ລ້ານຫຼຽນສະຫະລັດ.
ເຊັ່ນດຽວກັບການເຂົ້າຊື້ກິດຈະການ Oculus ຜູ່ຜະລິດອຸປະກອນສວມໃສ່ທີ່ສະແດງພາບ 3 ມິຕິເໝືອນຈິງ ເຊິ່ງເປັນການສົ່ງສັນຍານວ່າ ເຟສບຸກກຳລັງເດີນໜ້າເຂົ້າສູ່ບໍລິການເໝືອນຈິງ ເພື່ອຍົກລະດັບການສື່ສານທາງເຟສບຸກຂຶ້ນໄປອີກຂັ້ນ.
237692
ມີນັກວິທະຍາສາດຫຼາຍຂະແໜງ ກຳລັງຄິດຄົ້ນການໃຊ້ຄອມພິວເຕີ້ຖ່າຍທອດຄວາມຄິດຂອງບຸກຄົນ ເພື່ອສົ່ງຕໍ່ເຖິງກັນໂດຍໃຊ້ຄຸນສົມບັດຂອງຄອມພິວເຕີໃນການແປງຄີ້ນສະໝອງເປັນຂໍ້ມູນ.
ຕົວຢ່າງມະຫາວິທະຍາໄລວໍຊິງຕັນໄດ້ເຄີຍເຮັດສຳເລັດມາແລ້ວ ໂດຍບຸກຄົນຕົ້ນທາງຄິດຈະເໜັງມື ແລະ ຄື້ນສະໝອງກໍ່ຖືກສົ່ງຜ່ານທາງອິນເຕີເນັດໄປທີ່ປາຍທາງ ສົ່ງເຖິງໃຫ້ບຸກຄົນປາຍທາງເໜັງນິ້ວມືເທິງຄີບອດຕາມບຸກຄົນຕົ້ນທາງຄິດ ໂດຍບຸກຄົນທັງສອງຝັ່ງ ຕ້ອງສວມໃສ່ອຸປະກອນຄ້າຍໝວກ ເພື່ອຊ່ວຍໃນການແປງຄື້ນສະໝອງດ້ວຍ.
237693
ຂໍ້ມູນຈາກ http://www.teenee.com/

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...