Homeຂ່າວຕ່າງປະເທດຈີນຈະສ້າງກ້ອງໂທລະທັດວິທະຍຸທີ່ໃຫຍ່ທີ່ສຸດໃນໂລກ

ຈີນຈະສ້າງກ້ອງໂທລະທັດວິທະຍຸທີ່ໃຫຍ່ທີ່ສຸດໃນໂລກ

Published on

ໃນເດືອນກັນຍາປີນີ້ ຈະມີກ້ອງໂທລະທັດວິທະຍຸຂະໜາດຍັກກ້ອງໃໝ່ສ້າງສຳເລັດພ້ອມໃຊ້ ກ້ອງນີ້ມສີຊື່ວ່າ ຟາສຕ໌ (FAST–Five-hundred-meter Aperture Spherical Telescope) ຕັ້ງຢູ່ຖະໜົນມົນທົນກຸ້ຍໂຈ ທາງຕອນໃຕ້ຂອງປະເທດຈີນ ກ້ອງນີ້ຈະເປັນກ້ອງໂທລະທັດວິທະຍຸຂະໜາດໃຫຍ່ທີ່ສຸດໃນໂລກ ເສັ້ນຜ່າສູງກາງຂອງຈານຮັບສັນຍານເຖິງ 500 ເມັດ ໃຫຍ່ກ່ວາແຊັມເກ່ົາຢ່າງ ອາຣິຊິໂບໃນເປີໂຕຣິໂກ ທີ່ມີຂະໜາດ 305 ເມັດ ແລະ ມີຄວາມໄວໃນກນຮັບສັນຍານຫຼາຍກ່ວາ ສາມເທົ່າ.

ກ້ອງໂທລະທັດວິທະຍຸບໍ່ພຽງແຕ່ໃຊ້ກວດຈັບສັນຍານວັດຖຸໃນອາວະກາດເທົ່ານັ້ນ ບາງຄັ້ງຍັງໃຊ້ເປັນຕົວສົ່ງສັນຍານໃນການສຳຫຼວດດ້ຍເຣດ້າໄດ້ເຊັ່ນກັນ ເຊັ່ນໃນການສຳຫຼວດດາວງເຄາະນ້ອຍ ແລະ ດາວເຄາະໃນລະບົບສຸລິຍະ.

ຄວາມແຕກຕ່າງສຳຄັນລະຫວ່າງກ້ອງອາຣິຊິໂບກໍ່ຄື ຈານສະທ້ອນສັນຍານຂອງກ້ອງຂອງກ້ອງອາຣິຊິໂບໂຄ້ງແບບຊົງກົມ ແລະ ຕາຍຕົວ ການຄວບຄຸມທິດທາງເປົ້າໝາຍເຮັດດ້ວຍການເລື່ອນຕົວຮັບສັນຍານທີ່ຢູ່ເຊິ່ງຢູ່ເໜືອຈານ ສ່ວນຈານສະທ້ອນຂອງກ້ອງຟາສຕ໌ ໂຄ້ງແບບພາລາໂບລາ ແລະ ປັບທິດທາງໄດ້ ໂດຍຕົວຈານປະກອບດ້ວຍແຜງສະທ້ອນສັນຍານຮູບສາມຫຼ່ຽມ 46,000 ຮຽງກັນທີ່ປັບບິດເພື່ອເລືອກເປົ້າໝາຍໄດ້ ວິໄຈການສຳຫຼວດຂອງຟາສຕ໌ກ້ວາງເຖິງ 40 ອົງສາຮອບຈຸດຈອມຟ້າ (ຈຸດເໜືອຫົວ) ໃນຂະນະທີ່ອາຣິຊີໂບກ້ວາງພຽງ 20 ອົງສາຮອບຈຸດຈອມຟ້າເທົ່ານັ້ນ.

ການກໍ່ສ້າງກ້ອງຟາສຕ໌ໄດ້ເລີ່ມຕຈົ້ນຂຶ້ນຕັ້ງແຕ່ປີ 2554 ດ້ວຍງົບປະມານ 1.2 ພັນລ້ານຍວນ ໂຄງການນີ້ເປັນສ່ວນໜຶ່ງໃນຄວາມທະເຍີທະຍານຂອງຈີນທີ່ຈະກ້າວຂຶ້ນມາເປັນຍັກໃຫຍ່ຂອງໂລກໃນການສຳຫຼວດອາວະກາດ ກ່ອນໜ້ານີ້ບໍ່ດົນຈີນໄດ້ສະແດງສັກກະຍາພາບທີ່ກ້າວໜ້າຂຶ້ນຫຼາຍຈາກຜົນງານຂອງພາລະກິດສາງເອີ 3 ຈີນຍັງມີແຜນຈະສ້າງສະຖານີອາວະກາດ ແລະ ສະຖານີ້ຕວດວັດພູມອາກາດນອກໂລກປະຈຳທີ່ຈຸດເນນີນສູງ 1 ລວມເຖິງຈະສົ່ງສັນຍານສຳຫຼວດທີ່ມີທັງຍານໂຄຈອນ ແລະ ລົດແລ່ນໄປຕາມດາວອັງຄານກ່ອນທ້າຍປີ 2563 ອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...