spot_img
Homeຂ່າວພາຍ​ໃນງານມະຫາກໍາກິລາ ມະຫາວິທະຍາໄລລາວ ຄັ້ງທີ 1 ໄດ້ເລີ້ມຂຶ້ນແລ້ວ

ງານມະຫາກໍາກິລາ ມະຫາວິທະຍາໄລລາວ ຄັ້ງທີ 1 ໄດ້ເລີ້ມຂຶ້ນແລ້ວ

Published on

ນົກອິນຊີ ເປັນສັດນໍາໂຊກປະຈໍາງານກິລາມະຫາວິທະຍາໄລລາວ ຂະນະທີ່ ງານເປີດມີ 4 ລາຍການສະແດງງານມະຫາກໍາກິລາ ມະຫາວິທະຍາໄລລາວ ຄັ້ງທີ 1 ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ 5-15 ມີນານີ້ ທີ່ນະຄອນຫຼວງວຽງຈັນ ຈະໃຊ້ ນົກອິນຊີ ເປັນມາສຄອສ (ສັດນໍາໂຊກ) ປະຈໍາການແຂ່ງ ຂະນະທີ່ ງານເປີດຈະມີການສະແດງເຖິງ 4 ລາຍການໃຫຍ່ທີ່ສະແດງເຖິງຊາວໜຸ່ມລາວ ແລະ ຄວາມສາມັກຄີ.

ງານເປີດການແຂ່ງຂັນກິລາ ມະຫາວິທະຍາໄລລາວ ຄັ້ງທີ 1 ຈະເປີດສາກຢ່າງເປັນທາງການ ໃນວັນເສົາທີ 5 ມັງກອນ 2016ນີ້ ທີ່ສະໜາມກິລາກາງມະຫາວິທະຍາໄລແຫ່ງຊາດ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍສັດນໍາໂຊກປະຈໍາການແຂ່ງຂັນແມ່ນ ນົກອິນຊີ ໂຕຜູ້ ແລະ ໂຕແມ່ ໂດຍສັນຍາລັກນີ້ສະແດງເຖິງ ນົກອິນຊີ ປຽບເໝືອນ ຊາວໜຸ່ມລາວ ບໍ່ຫວັ່ນໄຫວຕໍ່ພາຍຸລົມແດງ ດັ່ງຄໍາເວົ້າຂອງ ທ່ານ ໄກສອນ ພົມວິຫານ ຜູ້ນໍາອັນເຄົາລົບຮັບຂອງ ສປປລາວ.

p1

ທ່ານ ຮສ. ດຣ. ອານຸລົມ ວິໄລພອນ ຫົວໜ້າກໍາມະການກອງເລຂາງານມະຫາກໍາກິລາມະຫາວິທະຍາໄລລາວຄັ້ງທີ 1 ໃຫ້ສໍາພາດວ່າ: ງານຄັ້ງນີ້ໄດ້ຕົກລົງເອົາ ນົກອິນຊີ ເປັນສັດນໍາໂຊກປະຈໍາການແຂ່ງຂັນ ເນື່ອງຈາກງານຄັ້ງນີ້ແມ່ນງານແຂ່ງຂັນຂອງຊາວໜຸ່ມຜູ້ມີຄວາມຮູ້, ຄວາມສາມາດ, ເປັນກໍາລັງສໍາຄັນ ແລະ ອານາຄົດຂອງປະເທດຊາດ ເໝືອນດັ່ງຄໍາເວົ້າຂອງ ທ່ານ ໄກສອນ ພົມວິຫານ ຜູ້ນໍາອັນແສນເຂົາລົບຮັກທີ່ເຄີຍກ່າວໄວ້ວ່າ “ຊາວໜຸ່ມປຽບເໝືອນນົກອິນຊີ ທີ່ບໍ່ຫວັ່ນໄຫວຕໍ່ພາຍຸລົມແດງ” ເຊິ່ງຄໍາເວົ້າດັ່ງກ່າວໄດ້ຍົກໃຫ້ເຫັນເຖິງຊາວໜຸ່ມປຽບເໝືອ ນົກອິນຊີ ທີ່ສາມາດມ່ອງກວ້າງເຫັນໄກ ແລະ ບໍ່ຫວັ່ນໄຫວຕໍ່ລົມພາຍຸເຖິງຈະບິນຢູ່ເທິງທ້ອງຟ້າກໍ່ຕາມ.

ຂະນະທີ່ ໃນພິທີເປີດການແຂ່ງຂັນການຢ່າງເປັນທາງການຈະມີການສະແດງ 4 ລາຍການໃຫຍ່ໂດຍ ທ່ານ ນາງ ສະນີນ່າ ສີສົມພູ ກໍາມະການອາສາສະໝັກ ຈາກຄະນະສຶກສາສາດ ສາຂາວິຊາ ພະລະສຶກສາ ໃຫ້ສໍາພາດວ່າ: ການສະແດງໃນພິທີເປີດຈະສະແດງຢູ່ 4 ລາຍການ ໃນນັກສະແດງຂອງມະຫາວິທະຍາໄລ ແລະ ນ້ອງນັກຮຽນມັດທະຍົມອ້ອມຂ້າງເຂົ້າຮ່ວມສະແດງ 1.000 ກວ່າຄົນ ຫຼັງໄດ້ຝຶກຊ້ອມກັນມາຫຼາຍເດືອນ ເຊິ່ງສ່ອງແສງເຖິງຊາວໜຸ່ມລາວທີ່ກໍາລັງສຶກສາ ແລະ ຮຽນຮູ້ ເພື່ອສືບທອດພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮື່ອງສີວິໄລ ແລະ ພຽບພ້ອມກັບ 5 ຫຼັກມູນການສຶກສາຄື: ຄຸນສົມບັດການສຶກສາ, ສີລະປະສຶກສາ, ແຮງງານສຶກສາ, ປັນຍາສຶກສາ ແລະ ພາລະສຶກສາ.

ສໍາລັບ ນົກອິນຊີ ຈະສັດນໍາໂຊກປະຈໍາການແຂ່ງຂັນກິລາມະຫາວິທະຍາໄລລາວ ຄັ້ງທີ 1 ປະຈໍາປີ 2016 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ສ່ວນລາຍການສະແດງມີ 4 ລາຍສະແດງປະກອບດ້ວຍ: ລາຍການທີ 1 ບົດຟ້ອນ ອະນາຄົດນັກສຶກສາລາວກ້າວໄປ, ລາຍການທີ 2 ກິລາກາຍຍະກໍາໃຈປະສານມິດໄມຕີຈິດມິດຕະພາບ, ລາຍການທີ 3 ບົດຟ້ອນສາມັກຄີຮ່ວມໃຈກັນຕໍ່ສູ້ສູ່ຄວ່າສີວິໄລ ແລະ ລາຍການສຸດທ້າຍ ຍິນດີຕ້ອນຮັບເຂົ້າສູ່ງານມະຫາກໍາກິລາ ມະຫາວິທະຍາໄລລາວ ຄັ້ງທີ 1. ນອກນັ້ນ, ຍັງຈະມີການສະແດງຕ່າງໆເປັນຕົ້ນກໍ່ແມ່ນບົດເພງຈາກສີລະປິນລາວທີ່ມີຊື່ສຽງເຂົ້າຮ່ວມປະກອບສ່ວນໃນງານອີກດ້ວຍ.

ພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນມີ:

  1. ວິທະຍາຄານປ້ອງກັນຄວາມສະຫງົບ
  2. ມະຫາວິທະຍາໄລຈຳປາສັກ
  3. ສະມາຄົມສຶກສາເອກະຊົນ
  4. ມະຫາວິທະຍາໄລວິທະຍາສາດສຸຂະພາບ
  5. ກິລາວິທະຍາໄລພາກລັດ
  6. ມະຫາວິທະຍາໄລສຸພານຸວົງ
  7. ວິທະຍາຄານກອງທັບ
  8. ມະຫາວິທະຍາໄລສະຫວັນນະເຂດ
  9. ມະຫາວິທະຍາໄລແຫ່ງຊາດ

ລາຍການແຂ່ງຂັນກິລາປະເພດຕ່າງໆຂອງງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ I ມີດັ່ງນີ້:

 ລ.ດ  ປະເພດກິລາ  ລາຍການແຂ່ງຂັນ
 1.  ແລ່ນ-ລານ 100 m (ຍິງ-ຊາຍ)

200 m (ຍິງ-ຊາຍ)

400 m (ຍິງ-ຊາຍ)

800 m (ຍິງ-ຊາຍ)

1.500 m (ຍິງ-ຊາຍ)

3.000 m (ຍິງ)

5.000 m (ຍິງ-ຊາຍ)

10.000 m (ຊາຍ)

110 m – ຂ້າມ​ຮົ້ວ (ຍິງ-ຊາຍ)

400 m – ຂ້າມ​ຮົ້ວ (ຍິງ-ຊາຍ)

4×100 m- ປ່ຽນ​ໄມ້ (ຍິງ-ຊາຍ)

4 x 400 m – ປ່ຽນ​ໄມ້ (ຍິງ-ຊາຍ)

ເຕັ້ນຍາວ (ຍິງ-ຊາຍ)

​ເຕັ້ນສາມ​ກ້າວ (ຍິງ-ຊາຍ)

​ເຕັ້ນສູງ (ຍິງ-ຊາຍ)

ຊຸກ​ນໍ້າໜັກ (ຍິງ-ຊາຍ)

ແກວ່ງ​ຈານ (ຍິງ-ຊາຍ)

ຊັດ​ຫລາວ (ຍິງ-ຊາຍ)

ແກວ່ງ​ຄ້ອນ (ຍິງ-ຊາຍ)

 2.  ບານເຕະ ທີມຊາຍ

ທີມຍິງ

3. ຟຸດຊໍ ທີມຊາຍ
4. ບານສົ່ງໃນຮົ່ມ ທີມຊາຍ

ທີມຍິງ

5. ບານສົ່ງຊາຍຫາດ ທີມຊາຍ

ທີມຍິງ

6. ກະຕໍ້ຫວາຍ ປະເພດຄູ່ຊາຍ

ປະເພດຄູ່ຍິງ

ປະເພດດ່ຽວຊາຍ

ປະເພດດ່ຽວຍິງ

ປະເພດທີມຊຸດຊາຍ

ປະເພດຊຸດຍິງ

7. ເປຕັງ ປະເພດດ່ຽວຊາຍ

ປະເພດດ່ຽວຍິງ

ປະເພດຄູ່ຊາຍ

ປະເພດຄູ່ຍິງ

ປະເພດທີມ 3 ຄົນ ຊາຍ

ປະເພດທີມ 3 ຄົນ ຍິງ

ຊຸດຕິງຊາຍ

ຊຸດຕິງຍິງ

ຄູ່ປະສົມ (ຊາຍ1, ຍິງ 1)

ຄູ່ປະສົມ (ຊາຍ2, ຍິງ 1)

ຄູ່ປະສົມ (ຊາຍ1, ຍິງ 2)

8. ເທຄວັນໂດ ປະເພດຕໍ່ສູ້ ຊາຍ 45 kg

ປະເພດຕໍ່ສູ້ ຊາຍ 48kg

ປະເພດຕໍ່ສູ້ ຊາຍ 51 kg

ປະເພດຕໍ່ສູ້ ຊາຍ 55 kg

ປະເພດຕໍ່ສູ້ ຊາຍ 59 kg

ປະເພດຕໍ່ສູ້ ຊາຍ 63 kg

ປະເພດຕໍ່ສູ້ ຊາຍ 68kg

ປະເພດຕໍ່ສູ້ ຊາຍ 73 kg

ປະເພດຕໍ່ສູ້ ຊາຍ 78 kg

ປະເພດຕໍ່ສູ້ ຍິງ 42 kg

ປະເພດຕໍ່ສູ້ ຍິງ 44 kg

ປະເພດຕໍ່ສູ້ ຍິງ 46 kg

ປະເພດຕໍ່ສູ້ ຍິງ 49 kg

ປະເພດຕໍ່ສູ້ ຍິງ 52 kg

​ປະເພດຕໍ່ສູ້ ຍິງ 55 kg

ປະເພດຕໍ່ສູ້ ຍິງ 59 kg

ປະເພດຕໍ່ສູ້ ຍິງ 63 kg

ປະເພດຕໍ່ສູ້ ຍິງ 68 kg

ປະເພດຟ້ອນ ດ່ຽວຍິງ

ປະເພດຟ້ອນ ດ່ຽວຊາຍ

ປະເພດຟ້ອນ ຄູ່​ປະສົມ ຊາຍ+ຍິງ

9. ປິ່ງປ່ອງ ປະ​ເພດ​​ ດ່ຽວ (ຊາຍ)

ປະ​ເພດ​ຄູ່ (ຊາຍ)

ປະ​ເພດ​ທີ​ມ (ຊາຍ)

ປະ​ເພດ​​ ດ່ຽວ (ຍິງ)

ປະ​ເພດ​ຄູ່ (ຍິງ)

ປະ​ເພດ​ທີ​ມ (ຍິງ)

ຄູ່​ປະສົມ (ຊາຍ+ຍິງ)

10. ດອກປີກໄກ່ ດ່ຽວ (ຊາຍ)

ຄູ່ (ຊາຍ)

ດ່ຽວ (ຍິງ)

ຄູ່ (ຍິງ)

ຄູ່ (ຊາຍ 1 & ຍິງ 1)

11 ບານບ້ວງ ທີ​ມ ຊາຍ

ທີ​ມ ຍິງ

 schedule

ຂ່າວຈາກ: ຫຼ້າເອັມເຄພີ
ພາບຈາກ: NOUL

ແຫລ່ງຂ່າວເບື້ອງຕົ້ນຈາກ FB. ຂ່ານສານກີລາລາວຕ່າງປະເທດ ຄວາມເຄື່ອນໄຫວເຈາະເລິກ

ຮຽບຮຽງຂ່າວລະອຽດໂດຍ: ປັອກເລັກ ລາວໂພສຕ໌.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...