Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂັບລົດໄວ! ຕຳຫລັກມ້າລາຍຫັກ 3 ຫລັກ ເສຍຊີວິດຄາທີ່ ຢູ່ສະຫວັນນະເຂດ!

ຂັບລົດໄວ! ຕຳຫລັກມ້າລາຍຫັກ 3 ຫລັກ ເສຍຊີວິດຄາທີ່ ຢູ່ສະຫວັນນະເຂດ!

Published on

ເຈົ້າໜ້າທີ່ຈະລາຈອນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນເວລາປະມານ 7 ໂມງຂອງວັນທີ 3 ມີນາຜ່ານມານີ້, ຢູ່ເສັ້ນທາງເລກທີ 11 ເຂດບ້ານດົງຄຳຫລວງ ຕັດໃສ່ຫລັກ 35 ໄດ້ເກີດອຸປະຕິເຫດ ລົດຈັກໝາຍເລກທະບຽນ ຍຄ 0924 ສະຫວັນນະເຂດ ຂັບຂີ່ໂດຍທ້າວ ໂຕເດ ອາຍຸ 25 ປີ, ຢູ່ບ້ານຫ້ວຍ ເມືອງໄກສອນ ພົມວິຫານ ແລ່ນມາແຕ່ ເມືອງໄກສອນ ພົມວິຫານ ມຸ່ງໜ້າໄປທາງບ້ານຫລັກ 35 ດ້ວຍຄວາມໄວສູງ ຈຶ່ງເກີດເສຍຫລັກ ໄປຕຳເອົາຫລັກມ້າລາຍຢູ່ແຄມທາງ ຫັກ 3 ຫລັກ ສົ່ງຜົນໃຫ້ເສຍຊີວິດຄາທີ່.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...