spot_img
Homeຂ່າວການພັດທະນາທາງ​ບ້ານ​ຈຽງ-ເມືອງ​ແມດ ​ສຳ­ເລັດ​ຫຼາຍ​ກວ່າ 36%

ທາງ​ບ້ານ​ຈຽງ-ເມືອງ​ແມດ ​ສຳ­ເລັດ​ຫຼາຍ​ກວ່າ 36%

Published on

    ທາງ​ບ້ານ​ຈຽງ​ເມືອງ​ກາ­ສີ​ຫາ ເມືອງ​ແມດ ເປັນ​ເສັ້ນ­ທາງ​ບຸ­ລິ­ມະ­ສິດ​ອີກເສັ້ນ​ໜຶ່ງ​ທີ່​ແຂວງ​ວຽງ​ຈັນ ແລະ​ລັດ​ຖະ ບານ​ສຸມ​ໃສ່​ກໍ່­ສ້າງເນື່ອງ​ຈາກ​ເປັນ​ເສັ້ນທາງ​ເຂົ້າ​ຫາ​ເມືອງ​ທຸກ​ຍາກ​ສ້າງ​ຂຶ້ນ​ຮັບໃຊ້​ການ​ໄປ-ມາ​ຫາ​ສູ່, ການ​ຂົນ­ສົ່ງ​ສິນ ຄ້າ​ແລກ­ປ່ຽນ​ຊື້-ຂາຍ ​ແລະ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ທັງ​ເປັນ​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ສຳ­ຄັນ​ໃນ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ຫາກ​ສຳ­ເລັດ​ຈະ​ເປັນ​ການ​ແກ້​ໄຂ​ບັນ­ຫາ​ການ​ສັນ­ຈອນ​ທີ່ ຫຍຸ້ງ­ຍາກ​ເປັນ​ເວ­ລາ​ຫຼາຍ​ສິບ​ປີ​ນັ້ນ​ໃຫ້ອະ­ວະ­ສານ​ລົງ​ຢ່າງ​ສິ້ນ​ເຊີງ, ປະ­ຈຸ​ບັນການ​ກໍ່­ສ້າງ​ສຳ­ເລັດ​ຫຼາຍ​ກວ່າ 36%, ດ້ານ​ຜູ້​ຮັບ​ເໝົາ​ຊີ້​ວ່າ​ໝົດ​ແລ້ງ​ນີ້​ຈະ​ເຮັດ​ວຽກ​ດິນ​ຕັດ, ລົງ​ດິນ​ອັດ​ແໜ້ນ​ໃຫ້​ຮອດເມືອງ​ແມດ.

    ທ່ານ ສົມ​ນາມ ດວງ​ພະ­ຈັນ ຫົວໜ້າ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງດັ່ງ­ກ່າວໃຫ້​ຮູ້​ວ່າ: ທາງ​ບ້ານ​ຈຽງ​ເມືອງ​ກາ­ສີ​ເລີ່ມ ແຕ່​ທາງ​ຫຼວງ​ແຫ່ງ​ຊາດ 13 ເໜືອ​ຈາກຈຸດ​ບ້ານ​ຈຽງ-ເຂົ້າ​ຫາ​ເມືອງ​ແມດ​ມີ​ຄວາມ​ຍາວ 60 ກິ­ໂລ­ແມັດ, ໜ້າ​ທາງ​ປູ ຢາງ​ສອງ​ຊັ້ນ​ກວ້າງ 8 ແມັດ, ມີ​ສອງຊ່ອງ​ຈະ­ລາ­ຈອນຊ່ອງ​ລະ 3,5 ແມັດ, ມີບ່າ​ທາງ​ສອງ​ຂ້າງ-ຂ້າງ​ລະ 0,5 ແມັດ, ສ້າງ​ຕາມ​ມາດ­ຕະ­ຖານ​ຂອງ​ກະ­ຊວງ​ໂຍທາ​ທິ​ການ ແລະ​ຂົນ­ສົ່ງເປັນ​ທາງ​ຫຼວງປະ­ເພດ 4 ພູ​ດອຍ, ຈຸດ​ພິ­ເສດ​ຂອງ​ທາງເສັ້ນ​ນີ້​ເປັນ​ທາງ​ພູ​ດອຍ​ທີ່​ມີ​ຄວາມ​ຄ້ອຍຊັນຊຶ່ງ​ມີ​ບໍ​ລິ​ມາດ​ດິນ​ຕັດ ແລະ​ດິນ​ຖົມເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ເນື່ອງ​ຈາກ​ສ້າງຕາມ​ຮ່ອມ​ພູ, ນອກ­ຈາກ​ມີ​ບໍ​ລິ​ມາດ​ດິນຕັດ ແລະ​ດິນ​ຖົມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍແລ້ວ​ທາງ​ເສັ້ນ​ນີ້​ຍັງ​ຕ້ອງ​ໄດ້​ສ້າງ​ຂົວ​ເບຕົງ​ອັດ​ແຮງ​ເຖິງ 4 ແຫ່ງ ກວ້າງ 9,60 ແມັດ, ຊ່ອງ​ຈະ­ລາ­ຈອນ 8 ແມັດ ສ່ວນ​ທີ່ເຫຼືອ​ເປັນ​ທາງ​ຍ່າງ, ຂົວ 4 ແຫ່ງ​ຍາວ​ທັງ ໝົດ 195,44 ແມັດ, ມີ​ທໍ່​ດາ​ໂລ່ 55 ຈຸດ, ທໍ່​ລອດ​ທາງ 230 ຈຸດ ຈິ່ງ​ເຮັດ​ໃຫ້​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ມີ​ເຖິງ 774 ຕື້​ໂດຍ ແມ່ນ​ບໍ­ລິ­ສັດ​ພັດ­ທະ­ນາ​ສາມ­ຫຼ່ຽມ​ເສດ​ຖະກິດ​ຄົບ​ວົງ​ຈອນ​ເປັນ​ຜູ້​ລົງ­ທຶນ​ກໍ່­ສ້າງກ່ອນ100% ແລະ​ລັດ­ຖະ­ບານ​ຊຳ­ລະ​ຄືນພາຍ​ໃນ​ກຳ­ນົດ 10 ປີ​ນັບ​ແຕ່​ມື້​ສຳ­ເລັດ ເປັນ­ຕົ້ນ​ໄປ.

ການ​ກໍ່­ສ້າງ​ມາ​ຮອດ​ທ້າຍ​ເດືອນ​ກຸມພາ​ນີ້​ສຳ­ເລັດ​ແລ້ວ 36% ທຽບ­ໃສ່​ແຜນການ​ແມ່ນ​ຫຼ້າ​ຊ້າ​ພຽງ​ເລັກ​ໜ້ອຍ​ຍ້ອນເປັນ​ເພາະ​ສະ­ພາບ​ອາ­ກາດ​ບໍ່​ອຳ­ນວຍ​ມີຝົນ­ຕົກ​ໃນ​ໄລ­ຍະ​ເດືອນ​ຜ່ານ​ມາ​ເຮັດ​ໃຫ້ດິນ​ຊຸມ​ບໍ່​ສາ­ມາດ​ດຳ­ເນີນ​ວຽກ​ໄດ້, ໃນຈຳ­ນວນ​ໜ້າ​ວຽກ​ທີ່​ສຳ­ເລັດ​ມີ: ວຽກ​ດິນຕັດ​ຮອດ​ກິ­ໂລ­ແມັດ​ທີ 36,8 ກມ, ວຽກ​ດິນຖົມ​ຮອດ​ກິ­ໂລ­ແມັດ​ທີ 30 ກມ, ວຽກ​ທໍ່ ລອດ​ທາງ​ຮອດ​ກິ­ໂລ­ແມັດ​ທີ 32, ວຽກ ທໍ່​ດາ​ໂລ​ກຳ­ລັງ​ດຳ­ເນີນ​ການ​ກໍ່­ສ້າງ​ຢູ່ 3 ຈຸດ, ໄດ້​ລົງ­ມື​ກໍ່­ສ້າງ​ຂົວ 2 ແຫ່ງ​ຄື​ຂົວ​ນ້ຳປັງ​ສຳ­ເລັດ 49% ແລະ​ຂົວ​ນ້ຳ​ມ້ຽງ​ສຳເລັດ 42%, ທ່ານ​ກ່າວ​ຕໍ່​ອີ​ກວ່າ, ສ່ວນແຜນ​ເກົ່າ​ວ່າ​ຈະ​ມີ​ການ​ປູ­ຢາງ 20 ກິ​ໂລແມັດແຕ່​ທາງ​ແບ່ງ​ບ້ານ​ຈຽງ​ເຂົ້າ​ໄປ​ນັ້ນທາງ​ບໍ­ລິ­ສັດ​ໄດ້​ໂຈະ​ເອົາ​ໄວ້​ກ່ອນ ແລະ ປ່ຽນ​ແຜນ​ມາ​ສຸມ​ໃສ່​ວຽກ​ດິນ​ຕັດ ແລະ ລົງ​ດິນ​ອັດ​ແໜ້ນ​ໃຫ້​ຮອດ​ເມືອງ​ແມດເພື່ອສ້າງ​ຄວາມ​ສະ­ດວກ​ໃນ​ການ​ສັນ­ຈອນ ໄປ-ມາ​ຂອງ​ປະ­ຊາ­ຊົນ.

ທ່ານ​ກ່າວ​ຕໍ່​ອີ​ກວ່າການ​ກໍ່­ສ້າງ​ທາງປະ­ຈຸ​ບັນ​ນີ້​ໄດ້​ເຮັດ​ໃຫ້­ການ​ສັນ­ຈອນ​ສະດວກ​ຂຶ້ນ​ຫຼາຍຊຶ່ງ​ປະ­ຈຸ​ບັນ​ການ​ເດີນ ທາງ​ແຕ່​ທາງ​ແບ່ງ​ບ້ານ​ຈຽງ​ເຂົ້າ​ຫາເມືອງ​ແມດ​ນັ້ນ​ໃຊ້​ເວ­ລາ​ພຽງ​ຊົ່ວ­ໂມງກວ່າ​ທຽບ­ໃສ່​ເມືອງ​ກ່ອນ​ການ​ກໍ່­ສ້າງຕ້ອງ​ໃຊ້​ເວ­ລາ​ເຖິງ 4-6 ຊົ່ວ­ໂມງ​ທັງ​ນີ້​ກໍ​ຍ້ອນ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ຜູ້​ຮັບ​ເໝົາ​ອອກ​ເປັນ 12 ທີມ​ຕະ­ລຸມ­ບອນ​ເປັນ​ຈຸດໆ​ໄປ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...