Homeຂ່າວຕ່າງປະເທດອາເມລິກາ ເປັນຄູ່ຄ້າອັນດັບ 1 ຂອງ ເຢຍລະມັນ

ອາເມລິກາ ເປັນຄູ່ຄ້າອັນດັບ 1 ຂອງ ເຢຍລະມັນ

Published on

ສຳ­ນັກ­ງານ​ສະ­ຖິ­ຕິ​ຂອງ​ເຢຍ​ລະ​ມັນ​ລະ­ບຸ​ວ່າ ອາ­ເມ­ລິ­ກາ​ແຊງ​ໜ້າ​ຝຣັ່ງ​ຂຶ້ນ​ເປັນ​ຄູ່​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ເຢຍ​ລະ​ມັນ​ໃນ​ປີ​ກ່ອນ ນັບ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ­ແຕ່​ປີ 1970.

     ຕາມ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ: ສຳ­ນັກ­ງານ​ສະ­ຖິ­ຕິ​ຖະ­ແຫຼງ​ວ່າ ປີ​ທີ່​ຜ່ານ​ມາ​ເຢຍ​ລະ​ມັນ ແລະອາ­ເມ­ລິ­ກາ​ມີ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ 173,2 ຕື້​ເອີ​ໂຣ ຮອງ​ລົງ​ມາ​ຄື​ການ​ຄ້າ​ກັບ​ຝຣັ່ງ 170,1 ຕື້​ເອີ​ໂຣ ແລະ ໂຮນ​ລັງ 167,6 ຕື້​ເອີ​ໂຣ ຖ້າ​ຫາກ​ເບິ່ງ​ສະ­ເພາະ​ສິນ­ຄ້າ​ສົ່ງ​ອອກ​ຂອງ​ເຢຍ​ລະ​ມັນ ອາ­ເມ­ລິ­ກາ​ກໍ​ນຳ​ໜ້າ​ຝຣັ່ງ​ຂຶ້ນ​ເປັນ​ຕະ­ຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງ​ເຢຍ​ລະ​ມັນ​ໃນ​ປີ​ກ່ອນ​ດ້ວຍ​ມູນ​ຄ່າ 113,9 ຕື້​ເອີ​ໂຣ.

ຝຣັ່ງ​ເປັນ​ຕະ­ຫຼາດ​ສົ່ງ​ອອກ​ອັນ​ດັບ 1 ຂອງ​ເຢຍ​ລະ​ມັນ​ມາ​ຕັ້ງ­ແຕ່​ປີ 1961 ແລະ ເປັນ​ຄູ່​ຄ້າ​ອັນ​ດັບ​ໜຶ່ງ​ມາ​ໂດຍ​ຕະ­ຫຼອດ ແຕ່​ຄ່າ​ເງິນ​ເອີ​ໂຣ​ທີ່​ອ່ອນ​ຄ່າ​ລົງ​ເມື່ອ​ທຽບ​ກັບ​ໂດ​ລາ​ສະ­ຫະ­ລັດ​ປະ­ກອບ​ກັບ​ເສດ­ຖະ­ກິດ​ອາ­ເມ­ລິ­ກາ​ຟື້ນ​ຕົວ ເຮັດ​ໃຫ້­ການ​ຄ້າ​ເຢຍ​ລະ​ມັນ​ກັບ​ອາ­ເມ­ລິ­ກາ​ເຂັ້ມ­ແຂງ​ຂຶ້ນ ສ່ວນ​ໃນ​ດ້ານ​ສິນ­ຄ້າ​ນຳ​ເຂົ້າ​ໃນ​ປີ​ທີ່​ຜ່ານ​ມາ​ເຢຍ​ລະ​ມັນ​ນຳ​ເຂົ້າ​ຈາກ​ສປ ຈີນ​ຫຼາຍ​ທີ່​ສຸດ​ລວມ 91,5 ຕື້​ເອີ​ໂຣ, ຮອງ​ລົງ​ມາ​ແມ່ນ​ໂຮນ​ລັງ ແລະ ຝຣັ່ງ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...