spot_img
Homeຂ່າວເຫດການແມັກໂນເລຍ ກິງໂກະ ພລັສ

ແມັກໂນເລຍ ກິງໂກະ ພລັສ

Published on

ກິດຈະກຳພິເສດທີ່ທາງ ແມັກໂນເລຍ ກິງໂກະ ພລັສ ຈະໄດ້ຈັດຂຶ້ນໂດຍມີຊື່ໂຄງການວ່າ: ຝຶກທັກສະຊ່ວຍຈື່ຈຳກັບ  ແມັກໂນເລຍ ກິງໂກະ ພລັສ ເພື່ອເປັນການສົ່ງເສີມການສ້າງທັກສະໃຫ້ຄວາມຮູ້ແກ່ນັກຮຽນ,ນັກສຶກສາມາຮຽນຮູ້ວິທີຝຶກສະໝອງເສີມຄວາມຈຳ ແລະ ຫຼິ້ນເກມລອງປັນຍາ ວ່າໃຜຈະມີຄວາມຈຳດີກວ່າໝູ່ໃນດ້ານຄວາມຈື່ຈຳ, ການໃຊ້ສະໝອງທີ່ຖືກຕ້ອງ,ເຊິ່ງພວກເຮົາຈະໄດ້ລົງໄປຈັດກິດຈະກຳຢູ່ 21 ໂຮງຮຽນທົ່ວນະຄອນຫຼວງເຊິ່ງເລີ່ມແຕ່ວັນທີ່ 1/03/2016 ເປັນຕົ້ນໄປ. ໃນນັ້ນພວກເຮົາກໍ່ໄດ້ເຊີນນັກວິທະຍາກອນຜູ້ຊ່ຽວຊານທີ່ມາຈາກປະເທດເພື່ອນບ້ານລວມໄປເຖິງດາລາ,ນັກຮ້ອງທີ່ມີຊື່ສຽງຢູ່ໃນລາວທີ່ຈະມາໃຫ້ຄວາມຮູ້ທັກສະຕ່າງໆກ່ຽວກັບຄວາມຈື່ຈຳເພື່ອໝູນໃຊ້ກັບວິທີການຮຽນ. ພ້ອມກັນນັ້ນພວກເຮົາກໍ່ຍັງມີການແຈກນົມ ແມັກໂນເລຍ ກິງໂກະ ພລັສ ແລະ ຫຼີ້ນເກມຝຶກສະໝອງທົດສອບຄວາມຈຳແຈກຂອງລາງວັນໃຫ້ກັບນ້ອງໆນັກຮຽນນັກສຶກສາອີກດ້ວຍ ແລະ ກໍ່ຍັງປິດທ້າຍດ້ວຍການແນະນຳຜະລິດຕະພັນທີ່ດີຈາກພວກເຮົານັ້ນກໍ່ຄື: ນົມແມັກໂນເລຍ ກິງໂກະ ພລັສ ທີ່ມີ 3 ລົດຊາດຄື: ລົດໄວສມໍ, ລົດຈືດ, ລົດຊ໋ອກໂກແລັດ ເຊິ່ງມີສ່ວນຜະສົມພິເສດຂອງ ວິຕາມິນA, ວິຕາມິນB1, ວິຕາມິນB2, ວິຕາມິນB12, ທາດເຫລັກ, ແຄລຊ່ຽມ ແລະ ກິງໂກະສານສະກັດຈາກໃບແປະກ້ວຍທີ່ຊ່ວຍເສີມສ້າງຮ່າງກາຍໃຫ້ແຂງແຮງແລະບຳລຸງໝອງໃຫ້ມີຄວາມຈື່ຈຳດີອີກດ້ວຍ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...