spot_img
Homeມູມໄອທີລາວຫົວເຫວີຍເປີດໂຕ MateBook ທີ່ງານ MWC 2016

ຫົວເຫວີຍເປີດໂຕ MateBook ທີ່ງານ MWC 2016

Published on

ຫົວເຫວີຍເປີດໂຕ MateBook ທີ່ງານ MWC 2016 ໂທລະສັບນະວັດຕະກຳໃໝ່ທີ່ເໝາະສຳລັບຄົນທີ່ມີທຸລະກິດ

ຫົວເຫວີຍໄດ້ເປີດຕົວອຸປະກອນ 2 in 1 HUAWEI MateBook ທີ່ອອກແບບມາເພື່ອຕອບສະໜອງຄວາມຕ້ອງການການພັດທະນາຂອງຜູ້ໃຊ້ທາງທຸລະກິດທີ່ທັນສະໃໝໃນປັດຈຸບັນ.ຈາກຄວາມສຳເລັດຂອງຫົວເຫີວຍໃນການສົ່ງມອບ ລະດັບອຸປະກອນ high-end ຂອງຜູ້ບໍລິໂພກທີ່ສວຍງາມ ແລະ ມີປະສິດທິພາບຂອງມືຖື,ໃນໂຕມັນເອງເປັນທັງໂທລະສັບທີ່ພົກພາໄປໄດ້ທຸກທີທີ່ໃຊ້ໃນການທຳງານໄດ້ ແລະ ໃນການບັນເທີງໄດ້ຄືກັນ.

ແລະ ໃນລາຄາເລີ່ມຕົ້ນແມ່ນຢູ່ທີ່ $ 699 / € 799 MateBook ຈະຕອບຮັບຄວາມຕ້ອງການສຳລັບອຸປະກອນການພົກພາທີ່ທັນສະໃໝທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໃນການຕັ້ງຄ່າ. ການອອກແບບສຳລັບຜູ້ບໍລິໂພກທີ່ມັກອຸປະກອນທີ່ສາມາດປັບຕົວໃຫ້ເຂົ້າກັບທຸກໆສະພາບສະຖານະການ, MateBook ເປັນສິນຄ້າພີມຽມທີ່ສົມບູນແບບທາງດ້ານຄວາມສົມດູນຂອງການອອກແບບ ແລະ ການພົກພາ.

ຫົວເຫວີຍໄດ້ສະແດງໃຫ້ເຫັນເຖິງການເປັນຜູ້ນຳທາງດ້ານອຸດສາຫະກຳອອກແບບ ແລະ ການຜະລິດໂດຍນຳນະວັດຕະກຳໃໝ່ສ້າງອອກມາຢ່າງສວຍງາມໄປສູ່ຕະຫຼາດທີ່ມີຮູບແບບໃໝ່ໃນດ້ານທຸລະກິດ-ການເຊື່ອມທຸກອຸປະກອນຂອງຄອມພິວເຕີໃນທຸກສະຖານະການ ‘’ Richard Yu ປະທານບໍລິສັດຫົວເຫວີຍໄດ້ກ່າວໄວ້ວ່າ’’ : ຫົວເຫວີຍແມ່ນໄດ້ປະສົບຄວາມສຳເລັດທາງປະສົບການດ້ານການຄວບຄຸມ ແລະ ດ້ານການຜະລິດສິນຄ້າມືຖືພີມຽມທີ່ກົງກັບຄວາມຕ້ອງການທາງທຸລະກິດທີ່ທັນສະໃໝໂດຍການແນະນຳອຸປະກອນທີ່ມີປະສິດທິພາບສູງ ແລະ ຄວາມບັນເທິງໄດ້ຢ່າງລົງຕົວ.

ນອກຈາກນີ້ MateBook ຍັງມີຮອສສະປອດ Wi-Fi ມືຖືທີ່ເຄື່ອນທີ່ໄດ້, ສຳລັບຜູ້ທີ່ໃຊ້ງານເມື່ອມີການເຊື່ອມຕໍ່ກັບອິນເຕີເນັດແບບເກົ່າແມ່ນບໍ່ສາມາດໃຊ້ໄດ້ ກັບຄຸນສົມບັດອື່ນໆ. ລວມໄປເຖິງຄວາມສາມາດໃນການຍ້າຍຂໍ້ມູນທີ່ບໍ່ມີຮອຍຕໍ່ທີ່ຊ່ວຍໃຫ້ການຍ້າຍເອກະສານ ການລາກ ແລະ ວາງໄປ-ກັບຈາກສະມາດໂຟນ Android.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...