spot_img
Homeມຸມຂ່າວ AECສະຖາບັນກວດສອບປະເທດອາຊຽນ ເພີ່ມທະວີການຮ່ວມມືດ້ານວິຊາການ

ສະຖາບັນກວດສອບປະເທດອາຊຽນ ເພີ່ມທະວີການຮ່ວມມືດ້ານວິຊາການ

Published on

ອົງການ​ກວດ​ສອບ​ແຫ່ງ​ລັດ ​ສປປ ລາວ ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ແລກປ່ຽນ​ຄວາມ​ຮູ້ ກ່ຽວ​ກັບ​ການ​ກວດ​ສອບ​ການ​ເກັບ​ລາຍ​ຮັບ​ຂອງ​ລັດ ໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 2-4 ມີນາ 2016 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນ​ຫຼວງ​ວຽງ​ຈັນ ເປັນ​ປະທານຂອງ​ທ່ານ ​ດຣ. ປະດັບ​ເພັດ ໄຊຍະ​ໂຄດ ຮອງ​ປະທານ​ອົງການກວດ​ສອບ​ແຫ່ງ​ລັດ ມີ​ທ່ານ ພໍ​ໄຊ ຊິນ​ງີ (Paul Chai Sinngee) ຮອງ​ຫົວໜ້າ​ກົມ​ສະ​ຖາ​ບັນ​ກວດສອບ​ມາ​ເລ​ເຊຍ ແລະ ຊ່ຽວຊານຈາກ​ມາ​ເລ​ເຊຍ ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຈາກ​ສະ​ຖາ​ບັນ​ກວດ​ສອບ​ສູງສຸດ​ ຂອງ​ປະເທດ​ອາ​ຊຽນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ແລກປ່ຽນ​ຄວາມຮູ້​ທາງ​ດ້ານ​ວິຊາ​ການ​ຄັ້ງ​ນີ້ ​ເປັນກິດຈະກຳ​ໜຶ່ງ​ທີ່​ນອນ​ໃນ​ແຜນຂອງ​ຄະນະ​ກຳມະການ​ແລກປ່ຽນຄວາມ​ຮູ້​ ຂອງ​ສະ​ຖາ​ບັນ​ກວດສອບ​ສູງ​ສຸດ​ອາ​ຊຽນ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ທັງເປັນ​ການ​ແລກປ່ຽນ​ບົດຮຽນ​ທັກສະ​ ໃນ​ການ​ກວດ​ສອບ​ການ​ເກັບລາຍ​ຮັບ​ຂອງ​ພາກ​ລັດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...