spot_img
Homeຂ່າວພາຍ​ໃນ​ຖອນ​ແຄ້ນ​ໄດ້​ແລ້ວ! ລີເວີພູລ ເປີດບ້ານເອົາຊະນະ ແມນຊີຕີ 3-0

​ຖອນ​ແຄ້ນ​ໄດ້​ແລ້ວ! ລີເວີພູລ ເປີດບ້ານເອົາຊະນະ ແມນຊີຕີ 3-0

Published on

ລີເວີພູລ ລະບາຍຄວາມອັດອັ້ນຕັນໃຈເຕັມທີ່ຫຼັງ​ເສຍດ່ວນຈຸດໂທດຕໍ່ ແມນຊີຕີ ໃນນັດຊິງແຄປິຕອລວັນຄັບເມື່ອອາທິດທີ່ຜ່ານມາ ກ່ອນຈະຖອນແຄ້ນເດີນໜ້າຖະຫລົ່ມໄປແບບມຸ່ນອຸ້ຍປຸ້ຍ 3-0 ຫຍັບຂຶ້ນ​ເປັນທີ 8 ຂອງຕາລາງພຣີເມຍລີກ…

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2015/16 ປະຈໍາວັນທີ 2 ມີນາ ເປັນການແຂ່ງຂັນໃນຄູ່ລະຫວ່າງ ລີເວີພູລ ທີມອັນດັບ 11 ຂອງຕາຕະລາງ ເປີດສະໜາມແອນຟິລຕ້ອນຮັບການມາຢາມຂອງ ແມນຊີຕີ ທີມອັນດັບ 4 ຂອງຕາຕະລາງ.

ເກມນີ້ ເຈົ້າຖິ່ນໝາຍໝັ້ນຖອນແຄ້ນທີມຢາມເຕັມທີ່ຫຼັງເຮັດໃຫ້ພວກເຂົາຕ້ອງພົບກັບຄວາມຜິດຫວັງໃນຮອບຊີງຊະນະເລີດແຄປິຕອລວັນຄັບເມື່ອວັນອາທິດທີ່ຜ່ານມາ ໂດຍ ເຢີເກນຄລອບ ຜູ້​ຈັດການຂອງທີມປັບຕົວ​ຫຼິ້ນຈາກເກມຫຼ້າສຸດປ່ຽນມາໃຊ້ ດິວອກ ໂອຣິກີ ເປັນກອງໜ້າຕົວເປົ້າແທນທີ່ຂອງ ດາເນຍ ສເຕີີຣິດ ແລະອະດັມ ລັນລານາ ລົງມາແທນ ຟິລິບເປ ຄູຕິນໂຢ ທີ່ມີສະພາບຄວາມພ້ອມບໍ່ເຕັມຮ້ອຍ ສ່ວນທີມຢາມຂາດ ຢາຢາ ຕູເຣ ກອງກາງຄົນສໍາຄັນທີ່ໄດ້ຮັບບາດເຈັບເຮັດໃຫ້ ແຟຣນັນດິນໂຍ ຕ້ອງຈັບຄູ່ກັບ ເຟີນັນໂດ ກາງສະໜາມແຕ່ຍັງມີ ເຊຄິໂອ ອະເກວໂຣ ດາວຍິງຕົວເກັ່ງເປັນກອງໜ້າຕົວເປົ້າຕາມເຄີຍ.

ເປີດເກມຂຶ້ນມາທັງສອງທີມຍັງຫຼິ້ນກັນແບບຕືງຄຽດກາງສະໜາມໂດຍໂອກາດເຮັດປະຕູຍັງບໍ່ເກີດຂຶ້ນຫຼາຍເທື່ອ ຈົນເກມຜ່ານໄປຮອດນາທີທີ່ 22 ໂອກາດຄັ້ງທໍາອິດຂອງເກມເປັນເຈົ້າຖິ່ນ ໂຣແບໂຕ ເຟີມິໂນ ຍິງດ້ວຍຂວາແຕ່ຍັງເຂົ້າຊອງ ໂຈຮາດ ຮັບບໍ່ຜິດພາດ.

ເຈົ້າຖິ່ນເຮັດໄດ້ດີກວ່າໜ້ອຍໜຶ່ງ ຈົນເກມດໍາເນີນມາຮອດນາທີທີ່ 34 ເຈົ້າຖິ່ນກໍ່ມາໄດ້ປະຕູອອກນໍາໄປກ່ອນ 1-0 ຈາກຈັງຫວະທີ່ ມິລເນີ ໄຫຼບານໃຫ້ກັບ ອະດັມ ລັນລານາ ລ້ຽງຈີ້ມາກ່ອນຍິງ​ຫຼຽດດ້ວຍຂວາສົ່ງບານສຽບເສົາເຂົ້າໄປເລີຍ.

ນາທີທີ່ 41 ເຈົ້າຖິ່ນໄດ້ປະຕູຫ່າງ 2-0 ຈາກຈັງຫວະຕໍ່ບານກັນໄດ້ຢ່າງສຸດຍອດເລີ່ມຕົ້ນທີ່ ລັນລານາ ໄຫຼໃຫ້ ເຟີມິໂນ ກ່ອນຈະແທງບານໃຫ້ກັບ ມິລເນີ ຫຼຸດດຽວກ່ອນຍິງສວນຕົວ ໂຈ ຮາດ ເຂົ້າໄປບໍ່ເຫຼືອ ແລະເປັນການຍິງປະຕູທີມເກົ່າຂອງນັກ​ເຕະລາຍນີ້ນຳ.

ຈົບເຄື່ອງທໍາອິດບໍ່ມີຍິງເພີ່ມ ລິເວີພູລ ອອກນໍາ ແມນຊີຕີ ຢູ່ 2-0

ເຂົ້າສູ່ເຄິ່ງຫຼັງມາຮອດນາທີທີ່ 57 ລີເວີພູລ ໜີຫ່າງ 3-0 ຈາກຈັງຫວະເຮັດບານລັ່ນກາງສະໜາມຂອງ ໂອຕາເມນດີ ກ່ອນຈະຖືກ ມິລເນີ ຍາດໄດ້ກ່ອນຈ່າຍໃຫ້ ລັນລານາ ແທງບານໃຫ້ກັບ ເຟີມິໂນ ຫຼຸດດຽວບໍາລໍ້າໜ້າກ່ອນຊັດເຂົ້າໄປ​​ເຕັມໆ.

ອີກ 3 ນາທີຕໍ່ມາ ເຈົ້າຖິ່ນເກືອບໄດ້ລູກທີ່ 4 ເຈມສ ມິລເນີ ອີກແລ້ວບາດນີ້ຊັດໄກ ແຕ່ໂຈຮາດ ຍັງຮັບໄວ້ໄດ້.

ຫຼັງຈາກນັ້ນຕ້ອງບອກວ່າເຈົ້າຖິ່ນເໜືອກວ່າທຸກຢ່າງກ່ອນຈະຄົບ 90 ນາທີ ບໍ່ມີການ​ຍິງເພີ່ມ ຈົບເກມການແຂ່ງຂັນເປັນ ລີເວີພູລ ເປີດບ້ານຖອນແຄ້ນ ແມນຊີຕີ ຂາດລອຍ 3-0 ເກັບ 3 ແຕ້ມເຕັມໄຕ່ຂຶ້ນທີ່ 8 ຂອງຕາລາງແລ້ວ.

ສ່ວນຜົນການແຂ່ງຂັນຄູ່ອື່ນມີດັ່ງນີ້.

ອາເຊນອລ ​ເສຍ ສວອນຊີ ຊີຕີ້ 1-2

ເວສຕແຮມ ຢູໄນເຕັດ ຊະນະ ທອຕແມນ ຮອດສະປອດ 1-0

ແມນເຊັດເຕີຢູໄນເຕັດ ຊະນະ ວັຕຟອດ 1-0

ສະໂຕ໊ກ ຊີຕີ ຊະນະ ນິວຄາສເຊິລ ຢູໄນເຕັດ 1-0

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...