Homeຂ່າວທ້ອງຖິ່ນຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ ເຂດ 14 ລົງ​ຫາ​ສຽງ​ຢູ່​ຕຸ້ມ​ລານ

ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ ເຂດ 14 ລົງ​ຫາ​ສຽງ​ຢູ່​ຕຸ້ມ​ລານ

Published on

 

ໃນ​ວັນ​ທີ 29 ກຸມ­ພາ​ຜ່ານ​ມາ ຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ເຂດ 14 ໄດ້​ເລີ່ມລົງ​ຫາ​ສຽງ​ການ​ເລຶອກ​ຕັ້ງ ຊຶ່ງ​ເປັນ​ຈຸດ 3 ຂອງ​ແຂວງ​ສາ­ລະ​ວັນ​ຢູ່​ໂມ​ສອນ​ໃຫ່​ຍຂອງ ເມືອງ​ຕຸ້ມ​ລານ, ໃຫ້​ກຽດ​ຕ້ອນ­ຮັບ ໂດຍທ່ານ ຈັນ​ສະ­ໝອນ ພົມ​ມະ​ແສງ ເຈົ້າ­ເມືອງໆ​ຕຸ້ມ​ລານ ແລະ​ນຳ​ທີມ​ງານ​ລົງ​ໂຄ­ສະ­ນາ​ຫາ​ສຽງໂດຍ ທ່ານ ບຸນ​ທຽມ ພົມ​ມະ​ສະ­ຖິດ ຮອງ​ເລ­ຂາ​ພັກ​ແຂວງ​ສະ­ມາ­ຊິກ​ສະ­ພາແຫ່ງ​ຊາດ​ຊຸດ​ທີ 7, ພ້ອມ​ນີ້​ກໍ​ມີພະ­ນັກງານ​ລັດ­ຖະ­ກອນ​ສະ­ມາ­ຊິກ​ພັກ, ພະ­ນັກງານ​ທະ­ຫານ​ຕຳ­ຫຼວດ, ພໍ່​ແມ່​ປະ­ຊາ­ຊົນ, ອາ­ຈານ ແລະ​ນັກ­ຮຽນ​ເຂົ້າ​ຮ່ວມ​ຮັບ​ຟັງ.

ທ່ານ ຈັນ​ສະ­ໝອນ ພົມ​ມະ​ແສງ ໄດ້ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ກະ­ກຽມເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ຊຸດ​ທີ 8 ຊຶ່ງທົ່ວ​ເມືອງ​ມີ​ຄະ­ນະ​ກຳ­ມະ­ການ​ເລືອກ​ຕັ້ງ​ຂັ້ນ​ເມືອງ 13 ທ່ານ, ຍິງ 1 ທ່ານ ແລະ​ໄດ້ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ຕາມ​ແຕ່​ລະ​ໜ້າ​ວຽກ​ຕາມ​ຄວາມ​ເໜາະ​ສົມ, ຢູ່​ໃນ​ເມືອງ​ຕຸ້ມ​ລານ​ມີ​ພົນ­ລະ­ເມືອງ​ທັງ​ໝົດ 28.892 ຄົນ, ຍິງ 14.790 ຄົນ, ມີ 3.595 ຫຼັງຄາ​ເຮືອນ, ມີ 5.610 ຄອບ­ຄົວ, ມີ 37 ບ້ານ, ໃນ​ນັ້ນ​ມີ​ຜູ້​ມີ​ສິດ​ປ່ອນ​ບັດ​ເລຶອກ​ຕັ້ງ​ທັງ​ໝົດ 14.128 ຄົນ, ຍິງ 7.256 ຄົນ, ທົ່ວ​ເມືອງ​ໄດ້​ກຳ­ນົດ​ຈຸດ​ເລື້ອກ​ຕັ້ງມີ 20 ຈຸດ.

ຈາກ​ນັ້ນ​ຜູ້​ສະ​ໜັກ​ເລຶອກ​ຕັ້ງ​ກໍ​ໄດ້​ແນະນຳ​ຕົນ​ເອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ກໍ​ຄື​ຊາວ ເມືອງ​ຕຸ້ມ​ລານ​ຮັບ​ຮູ້​ຊື່​ສຽງ ແລະ​ປະ­ຫວັດຫຍໍ້​ຂອງ​ຕົນ​ເອງ​ໄລ­ຍະ​ການ​ເຮັດ​ວຽກ ຜ່ານ​ມາ​ແຕ່​ນຳ​ເບີ້​ທີ 1-11 ເພື່ອ​ເລືອກ​ເອົາເປັນ​ຕົວ​ແທນ​ຂອງ​ຕົນ​ເອງ​ກໍ​ຄື​ຂອງ​ພໍ່ແມ່​ປະ­ຊາ­ຊົນ​ເຂົ້າ​ໄປ​ນັ່ງ​ໃນ​ສະ­ພາ​ແຫ່ງຊາດ, ໃນ​ຈຳ­ນວນ 11 ທ່ານ, ຍິງ 2 ທ່ານ, ມາ​ຈາກ​ສູນ​ກາງ 3 ທ່ານ, ຍິງ 1 ທ່ານ, ນີ້​ແມ່ນ​ເລຶອກ​ເອົາ 8 ທ່ານ.

ໂດຍ​ການ​ລົງ​ເທື່ອ​ນີ້​ຜູ້​ສະ­ໝັກ​ຮັບເລືອກ​ຕັ້ງ​ໄດ້​ລົງ​ເຄື່ອນ​ໄຫວ​ຫາ​ສຽງ​ຢູ່ 3 ຈຸດ​ຄື: ຈຸດ​ເທ­ສະ​ບານ​ເມືອງ​ຕຸ້ມ​ລານ, ຈຸດ​ກຸ່ມ​ບ້ານ​ນາ​ດູ ແລະ​ຈຸດ​ກຸ່ມ​ຕຸ້ມ​ລານ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...