spot_img
Homeຂ່າວພາຍ​ໃນມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 (ເລີ່ມ 5 - 15 ມີນາ 2016ນີ້)

ມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 (ເລີ່ມ 5 – 15 ມີນາ 2016ນີ້)

Published on

ມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 ຈະຈັດຂຶ້ນໃນລະຫວ່າງວັນທີ 5 – 15 ມີນາ 2016 ເຊິ່ງແມ່ນມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ມີ 9 ພາກສ່ວນເຂົ້າຮ່ວມ ແລະ ແຂ່ງຂັນໃນ 11 ປະເພດກີລາ.

ພິທີຖະແຫຼງຂ່າວ ກຽມຈັດມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຕົວແທນຜູ້ຊຸກຍູ້ງານ, ຕາງໜ້າຈາກທຸລະກິດ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ຮສ. ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທັງເປັນຮອງປະທານຈັດງານໄດ້ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການເສີມຂະຫຍາຍວຽກງານກິລາກາຍະກຳ ເຂົ້າສູ່ມວນຊົນຖັນແຖວນັກສຶກສາ ຫັນໄປສູ່ການຫຼິ້ນກິລາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເປັນການເຄື່ອນໄຫວດ້ານວັດທະນະທຳ – ສັງຄົມ, ສ້າງນຳໃຈສາມັກຄີ, ມີລະບຽບວິໄນຂອງຊາວໜຸ່ມ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນການຍົກລະດັບທາງດ້ານເຕັກນີກ, ວິທີການຫຼິ້ນກິລາປະເພດຕ່າງໆໃຫ້ກ້າວສູ່ລະດັບສູງເປັນກ້າວໆ ແລະ ທຽບທັນກັບສາກົນ, ເປັນການຮັດແໜ້ນຄວາມສາມັກຄີພາຍໃນລະຫວ່າງບັນດານັກສຶກສາມະຫາວິທະຍາໄລ ແລະ ວິທະຍາໄລສູນກາງ, ທ້ອງຖິ່ນໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ ແລະ ເປັນການພັດທະນາ ແລະ ຍົກລະດັບຢ່າງຮອບດ້ານໃນການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດງານແຂ່ງຂັນນາໆຊາດ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ທ່ານໄດ້ກ່າວຕື່ມອີກວ່າ: ງານຄັ້ງນີ້ ມີ 9 ພາກສ່ວນເຂົ້າຮ່ວມຄື: ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ, ມະຫາວິທະຍາໄລສຸຂະພາບ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ, ວິທະຍາຄານປ້ອງກັນຊາດ, ວິທະຍາຄານປ້ອງກັນຄວາມສະຫງົບ, ສະຖາບັນພາກລັດ ( ວິທະຍາໄລພາກລັດ ແລະ ສະຖາບັນການສຶກສາພາກເອກະຊົນລະດັບວິທະຍາໄລ ).
ສ່ວນປະເພດກິລາ ມີ 11 ປະເພດໄດ້ແກ່: ກິລາ ແລ່ນລານ, ບານເຕະ, ຟຸດຊໍ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ກະຕໍ້ຫວາຍ, ເປຕັງ, ເທຄວັນໂດ, ປິ່ງປ່ອງ, ດອກປີກໄກ່ ແລະ ກິລາ ບານບ້ວງ ເຊິ່ງໄດ້ຮັບງົບປະມານຈາກລັດຖະບານ ສົກປີ 2015 – 2016 ປະມານ 20 ຕື້ກີບ.
ໃນພິທີຍັງມີການປະກາດລາຍຊື່ຜູ້ອຸປະຖໍາມອບເງິນຈາກພາກສ່ວນຂອງລັດ, ລັດວິສາຫະກິດ, ພາກທຸລະກິດ ຫຼາຍກວ່າ 600 ລ້ານກີບ.

 

ຂໍ້ມູນຈາກ  ຂ່ານສານກີລາລາວຕ່າງປະເທດ ຄວາມເຄື່ອນໄຫວເຈາະເລິກ

ບົດຄວາມຫຼ້າສຸດ

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່່ງໃນປະເທດຫວຽດນາມ ໂດຍສາເຫດເກີດຈາກ. ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ, ໂດຍດັດໄດ້ດັດແຂ້ວມາ...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...