Homeຂ່າວຕ່າງປະເທດແຜ່ນດິນໄຫວໃຫຍ່ນອກຝັ່ງສຸມາຕຣາ ອິນໂດເນເຊຍ ລະດັບ 8,1 ອາດເສຍຫາຍຮຸນແຮງ

ແຜ່ນດິນໄຫວໃຫຍ່ນອກຝັ່ງສຸມາຕຣາ ອິນໂດເນເຊຍ ລະດັບ 8,1 ອາດເສຍຫາຍຮຸນແຮງ

Published on

 ສຳນັກຂ່າວຣອຍເຕີລາຍງານວ່າ ເມື່ອວັນທີ 2 ມີນາ ປະມານ 20.00 ໂມງ ຕາມເວລາໃນລາລ ໄດ້ເກີດມີແຜ່ນດິນໄຫວຮຸນແຮງຂະໜາດ 8,1

ບໍລິເວນຝັ່ງຕາເວັນຕົກຂອງປະເທດອິນໂດເນເຊຍ ເທິງເກາະສຸມາຕຣາ ໂດຍສຳນັກສຳຫຼວດທໍລະນີວິທະຍາສະຫະລັດ ອາເມລິກາ (ຢູເອສຈີເອສ) ແຈ້ງວ່າ ສູນກາງແຜ່ນດິນໄຫວຮຸ່ນແຮງຄັ້ງນີ້ຢູ່ຫ່າງຈາກເມືອງປາດັງຂອງອິນໂດເນເຊຍ ໄປທາງຕາເວັນຕົກສຽງໃຕ້ປະມານ 808 ກິໂລແມັດ ແລະຢູ່ເລິກລົງໄປພື້ນດິນ 10 ກິໂລແມັດ ເບື້ອງຕົ້ນຍັງບໍ່ມີການລາຍງານຄວາມເສຍຫາຍ, ແນວໃດກໍຕາມ ລາຍງານລະບຸວ່າ ຄວາມຮຸນແຮງໃນລະດັບນີ້ ແລະຢູ່ພື້ນດິນຂະໜາດນີ້ໜ້າຈະກໍ່ໃຫ້ເກີດຄວາມເສຍຫາຍຮຸນແຮງຂຶ້ນໄດ້.

   ຂະນະທີ່ໃນເວລາຕໍ່ມາ ຢູເອສຈີເອສໄດ້ປັບລະດັບຄວາມຮຸນແຮງເຫຼືອຂະໜາດ 7,9

   ທັງນີ້ ອິນໂດເນເຊຍ ເຄີຍເກີດແຜ່ນດິນໄຫວຮຸນແຮງຂຶ້ນເມື່ອປີ 2004 ຈົນເຮັດໃຫ້ເກີດຄືນຍັກສຶນາມິຂຶ້ນໃນມະຫາສະໝຸດອິນເດຍ ແລະສົ່ງຜົນກະທົບໄປໃນຫຼາຍປະເທດ ເຮັດໃຫ້ມີຜູ້ເສຍຊີວິດລວມຫຼາຍແສນຄົນ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...