Homeຂ່າວການສຶກສານັກສຶກສາລາວ 20 ຄົນ ເດີນທາງໄປຍີ່ປຸ່ນ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳ ແລະ ພາສາຍີ່ປຸ່ນ

ນັກສຶກສາລາວ 20 ຄົນ ເດີນທາງໄປຍີ່ປຸ່ນ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳ ແລະ ພາສາຍີ່ປຸ່ນ

Published on

ໃນວັນທີ 29 ກຸມພາ 2016 ຜ່ານມາ ນັກສຶກສາລາວຈຳນວນ 20 ຄົນ ພ້ອມດ້ວຍຜູ້ນໍາພາ 1 ທ່ານ ໄດ້ອອກເດີນທາງຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄປຍັງປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການແລກປ່ຽນຊາວໜຸ່ມ ທີ່ມີຊື່ວ່າ ໂຄງການ JENESYS 2015 ໂດຍນັກສຶກສາເຫຼົ່ານີ້ ຈະເຄື່ອນໄຫວຢູ່ຍີ່ປຸ່ນ ຕັ້ງແຕ່ວັນທີ 01-08 ມີນາ 2016 ໃນຫົວຂໍ້ ການສື່ສານດ້ວຍພາສາຍີ່ປຸ່ນ ແລະ ການຮຽນຮູ້ວັດທະນະທຳຍີ່ປຸ່ນ ເຊິ່ງໂຄງການແລກປ່ຽນໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບວັດທະນະທຳ ປະຫວັດສາດ ແລະ ສັງຄົມຍີ່ປຸ່ນ ໃຫ້ແກ່ນັກສຶກສາທີ່ພວມຮຽນພາສາຍີ່ປຸ່ນ ໂດຍນັກສຶກສາທັງ 20 ຄົນ ທີ່ໄດ້ຖືກຄັດເລືອກ ລ້ວນແລ້ວແຕ່ແມ່ນນັກຮຽນເກັ່ງ ແລະ ມີຜົນງານດີເດັ່ນ ຈາກສະຖາບັນສອນພາສາຍີ່ປຸ່ນແຫ່ງຕ່າງໆຢູ່ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

ນັກສຶກສາທັງໝົດຈະເດີນທາງໄປຢ້ຽມຢາມນະຄອນຫຼວງໂຕກຽວ ແລະ ແຂວງໂອກະຢະມ່າ (ຕັ້ງຢູ່ທາງພາກຕາເວັນຕົກຂອງເກາະຮົງຊູ) ນອກຈາກໄດ້ໄປຢ້ຽມຊົມສະຖານທີ່ທາງດ້ານປະຫວັດສາດ ແລະ ວັດທະນະທຳແລ້ວ ນັກສຶກສາທັງໝົດຍັງຈະມີໂອກາດໄປພັກເຊົ່າຢູ່ບ້ານຂອງຄົນຍີ່ປຸ່ນ ແລະ ແລກປ່ຽນກັບນັກຮຽນຍີ່ປຸ່ນ ທັງນີ້ ນັກສຶກສາທີ່ເຂົ້າຮ່ວມໂຄງການດັ່ງກ່າວ ກໍຈະສາມາດພັດທະນາຄວາມສາມາດທາງດ້ານພາສາຍີ່ປຸ່ນຂອງຕົນ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງລາວ ແລະ ຍີ່ປຸ່ນອີກດ້ວຍ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...