spot_img
Homeຂ່າວພາຍ​ໃນປກສ ໂພນ​ໂຮງ ຈັບ​ໂຈນລັກ​ຂ້າ​ງົວ

ປກສ ໂພນ​ໂຮງ ຈັບ​ໂຈນລັກ​ຂ້າ​ງົວ

Published on

 

ພາຍ­ຫຼັງ​ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາການ ປກສ ເມືອງ​ໂພນ​ໂຮງ ແຂວງ​ວຽງຈັນ​ໄດ້​ຮັບ​ລາຍ​ງານ​ຈາກ​ເຈົ້າ​ຂອງ​ງົວໃນ​ຄັ້ງ​ວັນ​ທີ 2 ກຸມ­ພາ 2015 ວ່າ: ມີ​ຄົນບໍ່​ດີ​ລັກ​ຂ້າ​ງົວ​ແມ່​ໃຫຍ່ 1 ໂຕ ພ້ອມ​ລູກນ້ອຍ 1 ໂຕ ຢູ່​ປ່າ​ຫຼັງ​ໂຮງ​ຂ້າ​ສັດ​ບ້ານ​ນາ ເລົາ ເມືອງ​ໂພນ​ໂຮງ ຫຼັງ​ຈາກ​ນັ້ນ​ເຈົ້າໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ ຈິ່ງໄດ້​ລົງ​ຕິດ­ຕາມ​ກຸ່ມ​ເປົ້າ​ໝາຍ ແລະ​ໃຊ້​ເວລາ​ປະ­ມານ 10 ວັນ​ຈິ່ງ​ສາ­ມາດ​ຈັບ​ຕົວເປົ້າ​ໝາຍ​ທີ່​ຕ້ອງ​ສົງ­ໄສ​ໄດ້ 2 ຄົນ​ຄື: ທ້າວ​ຈັນ­ທະ​ລາ (ລ້ານ) ອາ­ຍຸ 35 ປີກຳ­ມະ­ກອນ ຢູ່​ບ້ານ​ເຕົາ​ຖ່ານ ເມືອງ​ໂພນໂຮງ ແລະ​ທ້າວ ລຳ​ຟອງ ອາ­ຍຸ 30 ປີ ວ່າງ​ງານຢູ່​ບ້ານ​ເວີນ​ສານ ເມືອງ​ວຽງຄຳ ແຂວງ​ວຽງ​ຈັນ ທັງ​ສອງ​ຖືກ​ກັກ​ຕົວໃນ​ຄັ້ງ​ວັນ​ທີ 12 ກຸມ­ພາ 2015 ຜ່ານ​ມານີ້ ສ່ວນ​ທ້າວ ເທບ ໜຶ່ງ​ໃນ​ຄົນ​ລັກ​ຂ້າ​ງົວແມ່ນ​ເອົາ​ຕົວ​ຫຼົບ­ໜີ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ພວກ​ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ ໃນ​ຄັ້ງ​ວັນ​ທີ 2 ກຸມ­ພາ​ຜ່ານ​ມາ, ທ້າວ ລ້ານ ແລະ​ທ້າວ ເທບ ຢູ່​ບ້ານ​ເຕົາ​ຖ່ານເມືອງ​ໂພນ​ໂຮງໄດ້​ລົງ­ມື​ລັກ​ຂ້າ​ງົວ​ແມ່ໃຫຍ່ 1 ໂຕ ພ້ອມ​ດ້ວຍ​ລູກ­ນ້ອຍ​ຫາ­ກໍ່​ເກີດ 1 ໂຕ ຢູ່​ປ່າ​ຫຼັງ​ໂຮງ​ຂ້າ​ສັດ​ບ້ານ​ນາ​ເລົາໄປ​ທາງ​ທິດ­ຕາ­ເວັນ­ອອກ ແລ້ວ​ຄົວ​ເອົາຊີ້ນ​ງົວ ຈາກ​ນັ້ນ ກໍ​ແນະ­ນຳ​ໃຫ້​ທ້າວ ລຳຟອງ ໄປ​ຕິດ­ຕໍ່​ຂາຍ​ຢູ່​ຕາມ​ຮ້ານ​ຂາຍ​ເຝີ ແລະ​ຕາມ​ບ້ານໃນ​ເບື້ອງ​ຕົ້ນ ທ້າວ ລ້ານກັບ ທ້າວ​ເທບ ໄດ້​ຊວນ​ກັນ​ໄປ​ຊອກ​ລັກ​ຂ້າງົວ ເພື່ອ​ເອົາ​ຊີ້ນ​ໄປ​ຂາຍ ຫຼັງ​ຈາກ​ນັ້ນ​ທັງສອງ​ກໍ​ກຽມ​ເອົາ​ເຊືອກ​ຍາວ 4 ແມັດ 1 ເສັ້ນ, ຂວານ 1 ດວງ, ມີດ 1 ດວງ ແລະ ເປົາ 2 ໜ່ວຍ ແລ້ວ​ຂີ່​ລົດ­ຈັກ​ຊ້ອນ​ກັນ​ໄປ​ທາງ​ຫຼັງ​ໂຮງ​ຂ້າ​ສັດ​ຫ່າງ​ຈາກ​ໂຮງ​ຂ້າ​ສັດປະ­ມານ 300 ແມັດ ເມື່ອ​ແນມ​ເຫັນ​ງົວແມ່​ໃຫຍ່ 1 ໂຕ ພ້ອມ​ລູກ 1 ໂຕ ກໍ​ເລີຍເອົາ​ເຊືອກ​ໄປ​ມັດ ເມື່ອ​ມັດ​ໄດ້​ແລ້ວ​ກໍ​ໄລ່ງົວ​ເຂົ້າ​ປ່າ​ມັດ​ຕິດ​ກັບ​ຕົ້ນ­ໄມ້ ຈາກ​ນັ້ນ​ກໍລົງ­ມື​ຂ້າ​ດ້ວຍ​ຮູບ​ການ​ເອົາ​ຂວັນ​ຕີ​ເຂົ້າ​ຫົວ 2 ບາດ ງົວ​ກໍ​ລົ້ມ​ລົງ ແລະ​ທ້າວ ລ້ານ ກໍ່​ເອົາ​ຂວານ​ຕີ​ຫົວ​ງົວ​ນ້ອຍ​ອີກແລ້ວ​ເອົາມີດ​ປາດ​ເອົາ​ຊີ້ນ​ປ່ອນ­ໃສ່​ເປົາ ຈາກ​ນັ້ນ ທ້າວ ລ້ານ ກໍ​ແນະ­ນຳໃຫ້​ທ້າວ​ລຳ​ຟອງ ເອົາ​ໄປ​ເລາະ​ຂາຍ​ລາ­ຄາ 40.000 ກີບຕໍ່ໜຶ່ງ​ກິ​ໂລກ​ຣາມ ລວມ​ເປັນ​ເງິນ​ທີ່​ໄດ້​ຈາກການ​ຂາຍ​ຊີ້ນ​ທັງ​ໝົດ 2,8 ລ້ານ​ກີບ ແລ້ວແບ່ງ­ປັນ​ກັນ​ໄປ​ຊື້​ຢາ​ບ້າ​ມາ​ເສບ ສ່ວນ​ຊີ້ນທີ່​ເຫຼືອ​ກໍ​ແບ່ງ­ປັນ​ໄປ​ກິນຕົກ​ມາ​ຮອດ​ວັນທີ 12 ກຸມ­ພາ 2015 ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ກັກຕົວ.

ຜ່ານ​ການ​ສັງ­ເກດ​ຕີ​ລາ­ຄາ​ຂອງ​ເຈົ້າໜ້າ­ທີ່​ເຫັນ​ການ​ກະ­ທຳ​ຂອງ​ພວກ​ກ່ຽວ ທັງ​ສາມ​ແມ່ນ​ໄດ້​ສົມ­ຮູ້​ຮ່ວມ​ຄິດຄົບ​ອົງ​ປະກອບ​ຂອງ​ການ​ກະ­ທຳ​ຜິດ​ຕໍ່​ກັບ​ພຶດ­ຕິ​ກຳ​ຄື​ດັ່ງ­ກ່າວ​ແມ່ນ​ຜິດ​ຕໍ່​ກົດ­ໝາຍ​ອາ­ຍາ​ໃນມາດ­ຕາ 119 ແຫ່ງ ສປປ ລາວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...