Homeຂ່າວຕ່າງປະເທດທູດພິເສດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຢ້ຽມຢາມ ສປ ຈີນ

ທູດພິເສດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຢ້ຽມຢາມ ສປ ຈີນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກຸມພາຜ່ານມານີ້ວ່າ ທ່ານ ສື​ຈີ້ນ​ຜິ​ງ ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານປະເທດຈີນ ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ ຮ່ວາງ​ບິ່ງ​ກວນ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ຫວຽດນາມ ຢູ່​ນະຄອນຫລວງ​ປັກກິ່​ງ ເພື່ອແຈ້ງຜົນສຳເລັດຂອງ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ພັກ​ກອມ​ມູນິດ​ຫວຽດນາມ ໃຫ້ການ​ນຳ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບ​ຊາບ.

ທັງສອງຝ່າຍ ໄດ້ຢືນຢັນຄືນ ຖື​ເປັນ​ສຳຄັນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ – ຫວຽດນາມ ແລະ ຫວັງ​ວ່າ, ສອງ​ຝ່າຍ​ເພີ່ມ​ທະວີ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ແລກປ່ຽນ​ຂັ້ນ​ສູງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ​ແກ້​ໄຂຄວາມ​ບໍ່​ລົງ​ລອຍ​ກັນ, ​ແນ​ໃສ່​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ໃຫ້​ພັດທະນາ​ຢ່າງ​ມີ​ສະຖຽນ​ລະ​ພາບ ແລະ ປອດ​ໃສ​ໃນ​ໄລຍະໃໝ່.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...