spot_img
Homeຂ່າວຕ່າງປະເທດອຸບັດ​ເຫດ​ຄັ້ງ​ທຳ​ອິດ​ ​ລົດປັດ​ສະ​ຈາກ​ຄົນ​ຂັບ​ຂອງ​ກູ​ເກິ​ລ

ອຸບັດ​ເຫດ​ຄັ້ງ​ທຳ​ອິດ​ ​ລົດປັດ​ສະ​ຈາກ​ຄົນ​ຂັບ​ຂອງ​ກູ​ເກິ​ລ

Published on

ຫຼັງ​ຈາກ​ທີ່​ກູ​ເກິ​ລນັ້ນ​ໄດ້​ປ່ອຍ​ລົດປັດ​ສະ​ຈາກ​ຄົນ​ແລ່ນ​ຕາມ​ທ້ອງ​ຖະນົນ​ກໍ​ມີ​ອຸບັດ​ເຫດ​ຢູ່ຫຼາຍຕໍ່​ຫຼາຍ​ເທື່ອ ​​ໂດຍລ້ວນ​ແຕ່​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ລົດ​ປັດ​ສະ​ຈາກ​ຄົນ​ຂັບ​ແຕ່​ຢ່າງ​ໃດ.

​ໃນ​ເທື່ອ​ນີ້ ກູ​ເກິ​ລ ​ໄດ້​ຂຽນ​ລາຍ​ລະອຽດ​ລາຍ​ງານ​ອຸບັດ​ເຫດ​ໄປ​ຍັງ​ກົມ​ການ​ຂົນ​ສົ່ງ​ໃນ​ລັດ​ແຄ​ລິ​ຟໍ​ເນຍຢືນຢັນ​ວ່າ​ລົດ​ປັດ​ສະ​ຈາກ​ຄົນ​ຂັບ Lexus ຮຸ່ນ RX450h ຂອງ​ທາງ​ກູ​ເກິ​ລ ​ໄດ້​ປະສົບ​ອຸບັດ​ເຫດ​ຕໍາ​ກັບ​ລົດ​ບັສ​ໃນ Mountain View  ການ​ຕໍາ​ນັ້ນ​ເກີດ​ຈາກ​ລົດ​ປັດ​ສະ​ຈາກ​ຄົນ​ຂັບ​ຕ້ອງການ​ທີ່​ຈະ​ປ່ຽນ​ໄປ​ເລນ​ກາງ​ເພື່ອລ້ຽວຂວາ​ອ້ອມ​ຮອບ​ກະສອບ​ຊາຍ ຊຶ່ງ​ລະບົບ​ປະມວນ​ຜົນ​ຜິດ​ໄປ​ວ່າ​ລົດ​ບັສທີ່​ໃກ້​ເຂົ້າ​ມາ​ຂ້າງຫຼັງ​ໃນ​ເລນ​ກາງ​ຈະ​ຫຼຸດຜ່ອນຄວາມ​ໄວ​ຫຼື​ຢຸດ ​ເພື່ອ​ໃຫ້​ລົດ​ປັດ​ສະ​ຈາກ​ຄົນ​ຂັບ​ໄປ​​ໄດ້​ກ່ອນ ດ້ວຍ​ເຫດ​ນີ້ລົດ​ປັດ​ສະ​ຈາກ​ຄົນ​ຂັບ​ຈິ່ງ​ລ້ຽວ​ໄປ​ຕຳ​ດ້ານ​ຂ້າງ​ຂອງ​ລົດ​ບັສ​ໃນ​ຄວາມ​ໄວ​ທີ່​ຕໍ່າ ຊຶ່ງ​ເຮັດ​ໃຫ້​ບັງ​ຕົມ​ລົດ​ຂ້າງ​ໜ້າ, ລໍ້ ​ແລະ​ເຊັນ​ເຊີ​ຕ່າງໆ​​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ອຸບັດ​ເຫດ​ຄັ້ງ​ນີ້ ຖືວ່າ​ບໍ່​ໄດ້​ໃຫຍ່​ໂຕ​ພໍ​ປານ​ໃດ ​ແຕ່​ໄດ້​ບົ່ງ​ບອກ​ວ່າ​ລົດ​ປັດ​ສະ​ຈາກ​ຄົນ​ຂັບ​ກໍ​ຄວນ​ມີ​ຄົນ​ເປັນ​ຫູ​ເປັນຕາ​ເບິ່ງ​ຢູ່​​ໃນ​ລົດ​ນຳ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...