spot_img
Homeຂ່າວຕ່າງປະເທດ​ໂຕ​ຊິ​ບາ ອອກຈາກຕະຫຼາດຫຼອດ​ໄຟ​​ໃນ​ຈີນ

​ໂຕ​ຊິ​ບາ ອອກຈາກຕະຫຼາດຫຼອດ​ໄຟ​​ໃນ​ຈີນ

Published on

ສຳ​ນັກ​ຂ່າວ​ຕ່າງປະ​ເທດ​ລາຍງານ​ວ່າ ​ໂຕ​ຊິ​ບາ ​ໄລ​ຕິ້ງ ​ແອນ ​ເທັກ​ໂນ​ໂລ​ຢີ ກຽມ​ຖອນ​ຕົວ​ອອກ​ຈາກ​ຕະຫຼາດ​ຄອມ​ຊູ​ມ​ເມີ​ໃນ​ປ​ະ​ເທດ​ຈີນ ​ໂດຍ​ຈະ​ຂາຍ​ໂຮງງານ 3 ​ແຫ່ງ ​ໃນ​ຈີນ​ຮົງ​ກົງ ຟູ​ຈຽນ ​ແລະ ຈຽງ​ຊູ ລວມ​ເຖິງ​ສິດທິ​ການ​ໃຊ້​ຍີ່​ຫໍ້​ໂຕ​ຊິ​ບາ​ໃຫ້​ກັບ​ບໍລິສັດ​ຜູ້​ຜະລິດ​ເຄື່ອງ​ໄຟຟ້າ “ຄອນ​ຄາ ກຣຸບ” (Konka group) ດ້ວຍ​ມູນ​ຄ່າ 1 ພັນ​ລ້ານ​​ເຢນ ​ໃນ​ວັນ​ທີ 1 ​ເມສາ​ນີ້.

ພ້ອມ​ກັນ​ນີ້ ຈະ​ຍ້າຍ​ຖານ​ການ​ຜະລິດ​ໄປ​ຍັງ​ໂຮງງານ​ປະ​ເທດ​ຍີ່ປຸ່ນ ຊຶ່ງ​ເປັນ​ຕະຫຼາດ​ຫຼັກ​ສຳລັບ​ສິນຄ້າ​ຫຼອດ​ໄຟ​ຂອງ​ໂຕ​ຊິ​ບາ ​ໂດຍ​​ໄລຍະ​ 9 ​ເດືອນ​ຂອງ​ປີ 2015 ຍອດ​ຂາຍ​ຕະຫຼາດ​ຍີ່ປຸ່ນ​ສູງ​ເຖິງ 1,43 ​​ແສນ​ລ້ານ​ເຢນ ​ໃນ​ຂະນະ​ທີ່​ຕະຫຼາດ​ຈີນ​ເຮັດ​ໄດ້​ພຽງ​ປະມານ 100 ລ້ານ​ເຢນ​ເທົ່າ​ນັ້ນ.

ທັງ​ນີ້ ບໍລິສັດ​ຈະ​ຍັງ​ເກັບ​ສາຍ​ການ​ຜະລິດ​ຫຼອດ​ໄຟ​ທາງ​ການ​ຄ້າ ສຳລັບ​ອຸດສາຫະກຳ​ລົດ ​ແລະ​ອຸດສາຫະກຳ​ອື່ນໆ​ເອົາ​ໄວ້​ເອງ.

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...