spot_img
Homeຂ່າວພາຍ​ໃນຟຟລ ຫຼວງ​ພະ​ບາງ​ ຈະ​ສ້າງ​ສະ­ຖາ­ນີ 500 ກິ​ໂລ​ໂວນ

ຟຟລ ຫຼວງ​ພະ​ບາງ​ ຈະ​ສ້າງ​ສະ­ຖາ­ນີ 500 ກິ​ໂລ​ໂວນ

Published on

   ເພື່ອ​ເປັນ​ການ​ຮອງ​ຮັບ​ໃຫ້​ແກ່​ບັນ­ດາ​ເຂື່ອນໄຟ­ຟ້າ​ທີ່​ກຳ­ລັງ​ສ້າງ​ຂຶ້ນ​ຢູ່​ພາຍ​ໃນ​ແຂວງ​ຫຼວງພະ​ບາງກໍ​ຄື​ສະ­ຖາ­ນີ​ໄຟ­ຟ້າ​ທາງ​ລັດ​ວິ​ສາ​ຫະ​ກິດໄຟ­ຟ້າ​ລາວໂດຍ​ສະ­ເພາະ​ແມ່ນ​ສາ­ຂາ​ແຂວງ​ຫຼວງ ພະ​ບາງ​ຈະ​ສ້າງ​ສະ­ຖາ­ນີ​ໄຟ­ຟ້າ 500 ກິ​ໂລ​ໂວນ (KV) ຢູ່​ເມືອງ​ນານ​ເພີ່ມ​ອີກ​ໜຶ່ງ​ແຫ່ງຊຶ່ງ​ຄາດຈະ​ສ້າງ​ໃນ​ປີ 2017-2018 ສຳ­ລັບ​ແຫ່ງ​ນີ້​ຈະເປັນ​ສະ­ຖາ­ນີ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ຂາຍ​ອອກ​ໃຫ້​ປະ­ເທດ​ເພື່ອນ​ບ້ານ​ໂດຍ​ສະ­ເພາະ.

   ທ່ານ ຟອງ​ປະ­ສິດ ເພັດ​ສີ​ສຸກ ຫົວ­ໜ້າ​ບໍ­ລິ­ສັດລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ສາ­ຂາແຂວງ​ຫຼວງ​ພະບາງ​ໄດ້​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ພວກ​ເຮົາ​ຫວ່າງ​ບໍ່ດົນ​ມາ​ນີ້​ວ່າ: ເພື່ອ​ເປັນ​ການ​ຮອງ​ຮັບ​ກະ­ແສ​ໄຟ­ຟ້າຈາກ​ເຂື່ອນ​ທີ່​ກຳ­ລັງ​ກໍ່­ສ້າງ​ໃກ້​ຈະ​ສຳ­ເລັດ​ໃນ​ມໍ່ໆນີ້​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫຼື ຟຟລ ກໍ​ຄື​ສາ­ຂາແຂວງ​ຫຼວງ​ພະ​ບາງ​ຈະ​ໄດ້​ຈົກ​ງົບ​ກ້ອນ​ໃຫຍ່​ສ້າງສະ­ຖາ­ນີ​ໄຟ­ຟ້າ 500 KV ຢູ່​ເມືອງ​ນານ ແຂວງ ຫຼວງ​ພະ​ບາງ ຊຶ່ງ​ຄາດ​ຈະ​ສ້າງ​ໃນ​ປີ 2017-2018 ສຳ­ລັບ​ສະ­ຖາ­ນີ​ແຫ່ງ​ນີ້ຈະ​ເປັນ​ສະ­ຖາ­ນີເກັບ​ໄຟ ແລະ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ຂາຍ​ອອກ​ໃຫ້ ປະ­ເທດ​ເພື່ອນ​ບ້ານ​ໂດຍ​ສະ­ເພາະ.

ປະ­ຈຸ​ບັນ​ແມ່ນ​ກຳ­ລັງ​ຢູ່​ໃນ​ຂັ້ນ​ຕອນ​ສຳ​ຫຼວດ ອອກ​ແບບ​ພື້ນ​ທີ່​ຈຸດ​ເຂດ​ການ​ກໍ່­ສ້າງ​ຂອງ​ສະ­ຖາ­ນີທັງ​ນີ້​ກໍ​ເພື່ອ​ເຮັດ​ສະ­ຖາ­ນີ​ໄຟ­ຟ້າ​ທີ່​ຈະ​ສ້າງ​ຂຶ້ນ​ໃໝ່​ນີ້​ໄດ້​ຮັບ​ມາດ­ຕະ­ຖານ ແລະ​ໄດ້​ຮັບ​ຜົນ​ກະ­ທົບ​ໜ້ອຍທີ່​ສຸດ​ຕໍ່​ສິ່ງ­ແວ­ດລ້ອມ​ອ້ອມ​ຂ້າງ ໂດຍ​ທ່ານ​ຫົວ­ໜ້າສາ­ຂາ​ຍັງ​ໄດ້​ຍືນ​ຍັນ​ຕື່ມ​ວ່າ ເມື່ອ​ສ້າງ​ສະ­ຖາ­ນີ​ໄຟ ຟ້າ​ແຮງ​ສູງ​ມີ​ກຳ­ລັງ​ຕິດ​ຕັ້ງ 115/22 KV ເປັນລະ­ບົບ​ຈ່າຍ­ອອກ​ຢູ່​ເມືອງ​ຈອມ​ເພັດ ເພື່ອ​ຮອງ​ຮັບການ​ຈ່າຍ​ໄຟ­ຟ້າ​ໃຫ້​ເມືອງ​ທີ່​ກຳ­ລັງ​ຈະ​ສ້າງ​ໃໝ່ແລະ​ຂະ­ຫຍາຍ​ສູ່​ເມືອງ​ຈອມ​ເພັດ ໃຫ້​ໄດ້​ມີ​ໄຟ­ຟ້າຊົມ­ໃຊ້​ທົ່ວ​ເຖິງ​ກັນ, ແນ­ໃສ່​ເຮັດ​ໃຫ້­ການ​ຊົມ­ໃຊ້ ໄຟ­ຟ້າ​ເຂົ້າ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຕ່າງໆ​ຂອງປະ­ຊາ­ຊົນລວມ​ເຖິງ​ຊີ­ວິດ​ການ​ເປັນ​ຢູ່​ສະ­ດວກ​ສະ ບາຍ​ຂຶ້ນ​ຫາກ​ສະ­ຖາ­ນີ​ໄຟ­ຟ້າ​ແຮງ​ສູງ​ສຳ­ເລັດ ແລ້ວ​ກໍ​ຈະ​ສືບ­ຕໍ່​ລົງ­ມື​ກໍ່­ສ້າງ​ສະ­ຖາ­ນີ 500 KV ຢູ່ ເມືອງ​ນານ ກໍ​ຄື​ອີກ​ສອງ​ປີ​ຂ້າງ​ໜ້າ​ນີ້.

ແຂວງ​ຫຼວງ​ພະ​ບາງ​ເປັນ​ແຂວງ​ໜຶ່​ຶ່ງ​ທີ່​ມີ​ແມ່ນ້ຳ​ຫຼາຍ​ສາຍ​ເປັນ­ຕົ້ນແມ່ນ: ສາຍ​ນ້ຳ​ຄານ, ນ້ຳ​ອູ, ນ້ຳ​ບາກ,ນ້ຳ​ດົງ, ນ້ຳ​ແຊງ ແລະ​ຍັງ​ມີ​ອີກ​ຫຼາຍສາຍ​ໄດ້​ໃຫ້​ຄວາມ​ສະ­ດວກ​ແກ່​ການສ້າງ​ເຂື່ອນ​ໄຟ­ຟ້າ​ຕາມ​ສາຍ​ນ້ຳ​ຕ່າງໆຈິ່ງເປັນ​ທີ່​ໝາຍ​ຕາ​ຂອງ​ນັກ​ລົງ­ທຶນ​ດ້ານ​ພະລັງ​ງານ​ໄຟ­ຟ້າ​ເຂົ້າ​ມາ​ລົງ­ທຶນ​ສ້າງ​ເຂື່ອນເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ​ຈົນ​ເຮັດ​ໃຫ້​ແຂວງ ຫຼວງ​ພະ​ບາງ​ມີ​ໄຟ­ຟ້າ​ເຫຼືອ​ໃຊ້ ແລະ​ກຽມສ້າງ​ສະ­ຖາ­ນີ​ໄຟ­ຟ້າ​ຮອງ​ຮັບ​ການ​ສົ່ງອອກ​ຂາຍ​ໃຫ້​ກັບ​ປະ­ເທດ​ເພື່ອນ​ບ້ານ   ກາຍ­ເປັນ​ແຂວງ​ໜຶ່ງ​ທີ່ມ​ໝໍ້​ໄຟ​ໃຫຍ່​ຫຼາຍໜ່ວຍ​ທີ່​ສາ­ມາດ​ຊ່ວຍ​ໃຫ້​ແສງ​ສະ­ຫວ່າງແກ່​ສັງ­ຄົມ​ໄດ້​ຢ່າງ​ທົ່ວ​ເຖິງ​ກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...