spot_img
Homeຂ່າວພາຍ​ໃນປັບ­ປຸງ​ຫົວ­ໜ່ວຍ​ທຸ­ລະ​ກິດໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ

ປັບ­ປຸງ​ຫົວ­ໜ່ວຍ​ທຸ­ລະ​ກິດໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ

Published on

 

ທ່ານ ວິ­ຊຽນ ນະ​ວິ​ກຸນ ຮອງ​ເຈົ້າແຂວງໆ​ສາ­ລະ​ວັນ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະ​ກິດ ກ່າວ​ເປີດ​ກອງ​ປະ­ຊຸມ​ສຳ​ມະ​ນາປັບ­ປຸງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທົ່ວ​ແຂວງ​ໃນອາ­ທິດ​ຜ່ານ​ມາ​ນີ້​ວ່າ: ການ​ປັບ­ປຸງ​ຫົວໜ່ວຍ​ທຸ­ລະ​ກິດ​ຄວນ​ເລັ່ງ​ເຫັນ​ປະ­ຊາ­ຊົນເປັນ​ຫຼັກ ໂດຍ​ສະ­ເພາະ​ຂະ­ແໜງ­ການ​ທີ່ກ່ຽວ­ຂ້ອງ ຫຼື ຜູ້​ປະ­ກອບ​ການ-ຫົວ­ໜ່ວຍທຸ­ລະ​ກິດ​ຕ່າງໆ​ທີ່​ສ້າງ​ທຸ­ລະ​ກິດ​ເຊື່ອມໂຍງ​ກັບ​ພໍ່​ແມ່​ປະ­ຊາ­ຊົນ​ໂດຍ​ກົງ​ເນັ້ນ​ໃຫ້ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ, ມີ​ລາຍ​ຮັບ​ສາມາດ​ສ້າງ​ເສດ­ຖະ­ກິດ​ກຸ້ມ​ຢູ່​ກຸ້ມ​ກິນ ແລະ ຜະ­ລິດ​ຈົນ​ກາຍ­ເປັນ​ສິນ­ຄ້າ​ເພື່ອ​ສົ່ງ​ອອກເປັນ​ເປົ້າ​ໝາຍ​ການ­ແຈກ­ຢາຍ, ການ​ຈໍລະ​ຈອນ​ສີນ​ຄ້າ​ໃຫ້​ທົ່ວ​ເຖິງ ແລະ​ກວ້າງຂວາງ​ເຖິງ​ປະ­ຊາ­ຊົນ​ທ້ອງ­ຖິ່ນ​ແຕ່​ລະ​ເຂດອີກ​ດ້ວຍ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ຫຼຸດ​ພົ້ນອອກ​ຈາກ​ຄວາມ­ທຸກ​ຍາກ,  ທັງ​ນີ້ ປະ­ຊາຊົນ​ກໍ​ສາ­ມາດ​ຄ້າ­ຂາຍ, ແລກ­ປ່ຽນ​ສິນ­ຄ້າໄດ້​ຢ່າງ​ພຽງ­ພໍ​ສ້າງ​ລາຍ​ຮັບ​ເສດ­ຖະ­ກິດ ໃຫ້​ຫຼາຍ​ພາກ­ສ່ວນ​ເຊັ່ນ​ກັນ, ເຊື່ອມ​ໂຍງໄປ​ເຖິງ​ການ​ຍາດ​ແຍ່ງ​ແຫຼ່ງ​ທຶນ​ຕ່າງໆຈາກ​ຜູ້​ລົງ­ທຶນ​ທັງ​ພາຍ​ໃນ ແລະ​ຕ່າງ​ປະເທດ​ເພີ່ມ​ຂຶ້ນ ຊຶ່ງ​ອາດ​ເຮັດ​ໃຫ້​ເສດ­ຖະ­ກິດ​ໄດ້​ມີ​ການ​ຂະ­ຫຍາຍຕົວ­ຢ່າງ​ບໍ່​ຢຸດ​ຢັ້ງ.

ພ້ອມ​ນັ້ນ ກໍ​ໄດ້​ເນັ້ນ​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເລັງ​ໃສ່​ໃນ​ການ​ສ້າງ​ສີ­ມື​ແຮງ​ງານ ແລະ​ພັດ­ທະ­ນາ​ໃນ​ຫຼາຍ​ດ້ານ​ເຊັ່ນ: ການ​ບໍ­ລິ­ການ, ເຕັກ­ນິກ​ຕ່າງໆ ແລະ​ບົດຮຽນ​ທີ່​ສາ­ມາດ​ຖອດ​ຖອນ​ນຳ​ແນວ​ຄິດ​ປະ­ດິດ​ສ້າງ​ຂອງ​ປະ­ຊາ­ຊົນ​ອອກ​ມາ​ເປັນຮູບ​ປະ​ທຳ​ຫຼາຍ​ຂຶ້ນ​ບວກ​ກັບ​ບົດ­ຮຽນ​ອັນໃໝ່ ແລະ​ຄຳ​ແນະ­ນຳ​ຈາກ​ວິ­ຊາ​ການ​ຂອງຂະ­ແໜງ­ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ລົງ​ເລີກ ແລະ​ໃກ້­ຊິດ­ຕິດ­ແທດ​ເຮັດ​ໃຫ້​ສາ­ມາດແຂ່ງ­ຂັນ​ຕະ­ຫຼາດ​ທັງ​ພາຍ​ໃນ ແລະ​ຕ່າງປະ­ເທດ​ອີກ​ດ້ວຍ ຊຶ່ງ​ສິ່ງ​ໃດ​ທີ່​ສາ­ມາດ​ບັນລຸ​ເປົ້າ​ໝາຍ​ແລ້ວ​ຄວນ​ປຸງ​ຕື່ມ​ເປັນ­ຕົ້ນ: ເສີມ​ສ້າງ, ສົ່ງ­ເສີມ​ດ້ານ​ການ​ລົງ­ທຶນ, ການບໍ­ລິ­ການ ແລະ​ການ​ຜະ­ລິດ​ຂອງ​ຊາວ​ກະສິ​ກອນ, ປັບ­ປຸງ​ສິ່ງ​ໃດ​ບໍ່​ທັນ​ສອດ­ຄ່ອງຕາມ​ກົນ​ໄກ, ຍຸດ​ທະ​ສາດ​ຕ່າງໆ​ຄວນ​ປັບຕື່ມ, ເພີ່ມ​ຕື່ມ​ນຳ​ເອົາ​ບົດ­ຮຽນ​ຫຼາຍ​ດ້ານ​ມາ​ຖອດ​ຖອນ.

ຈຸດ​ແຕກ​ຕ່າງ​ປະ­ຈຸ​ບັນ​ແມ່ນ: ການເຂົ້າ​ເປັນ​ສະ­ມາ­ຊິກ​ປະ­ຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ (AEC) ໃນ​ທ້າຍ​ປີ 2015 ນີ້ ແມ່ນ​ເຮັດ​ໃຫ້​ມີ​ການ​ແລກ­ປ່ຽນ​ສິນ­ຄ້າ, ການ​ບໍ­ລິ­ການ, ການ​ລົງ­ທຶນ, ສີ­ມື​ແຮງງານ​ຢ່າງ​ເສລີ, ມີ​ການ​ຫຼຸດ­ຜ່ອນ​ກຳ­ແພງພາ­ສີ​ສິນ­ຄ້າ​ລະ­ຫວ່າງ​ກັນ ແລະ​ກັນ, ກາຍເປັນ​ຕະ­ຫຼາດ​ໜຶ່ງ​ດຽວ, ມີ​ການ​ຄ້າ­ຂາຍຮ່ວມ​ກັນ​ເປັນ​ຕະ­ຫຼາດ​ສິນ­ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ການ​ຈໍ​ລະ​ຈອນ​ສີນ​ຄ້າ​ຂອງ​ປະ­ຊາຊົນ​ກໍ​ມີ​ເພີ່ມ​ຂຶ້ນ ແລະ​ມີ​ການ­ແຈກ­ຢາຍໄປ​ຢ່າງ​ທົ່ວ​ເຖິງ​ໃນ​ຂອບ​ເຂດ​ທົ່ວ​ແຂວງ​ສາ­ລະ​ວັນ ກໍ​ຄື​ປະ­ເທດ​ຊາດ.

ທັງ​ນີ້, ທ່ານ​ຮອງ​ເຈົ້າ­ແຂວງ ກໍ​ໄດ້ເນັ້ນ​ທຸກ​ພາກ­ສ່ວນທັງ​ພາກ​ລັດ ແລະ​ເອ ກະ​ຊົນ​ຕະ­ຫຼອດ​ຮອດ​ຜູ້​ປະ­ກອບ​ການ, ຫົວໜ່ວຍ​ທຸ­ລະ​ກິດ​ທົ່ວ​ແຂວງ​ຕ້ອງ​ມີ​ການ​ຍົກລະ­ດັບ​ຄວາມ​ຮູ້​ຄວາມ​ສາ­ມາດ​ພັດ­ທະ­ນາສີ­ມື​ແຮງ​ງານ​ປັບ­ປຸງ​ແຫຼ່ງ​ທ່ອງ​ທ່ຽວ ແລະ​ການ​ບໍ­ລິ­ການ​ໃຫ້​ໄດ້​ມາດ­ຕະ­ຖານ, ປັບ­ປຸງ​ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ເສດ​ຖະກິດ ເພື່ອ​ສ້າງ​ຄວາມ​ເຊື່ອ​ໜັ້ນ​ໃຫ້​ແກ່​ນັກ​ລົງ­ທຶນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ເຂົ້າ​ມາ ພັດ­ທະ­ນາ​ແຂວງ​ສາ­ລະ​ວັນ​ໃນ​ຫຼາຍ​ດ້ານ ໂດຍ​ໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ນຳ, ເຮັດໃຫ້​ເສດ­ຖະ­ກິດ​ຄອບ­ຄົວ​ມີ​ຄວາມ​ເຂັ້ມ­ແຂງແລະ​ສ້າງ​ຄວາມ​ກະ​ຕື​ລື​ລົ້ນ​ການ​ຂົນ­ຂວາຍດ້ານ​ຄວາມ​ຮູ້​ຄວາມ​ສາ­ມາດ​ເຂົ້າ​ໃນການ​ຜະ­ລິດ, ການ​ບໍ­ລິ­ການ​ຕະ­ຫຼອດ​ຮອດການ​ລົງ­ທຶນ​ໄດ້​ຢ່າງ​ກົມ­ກຽວ ແລະ​ຕ້ອງ ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ຫຼາຍ​ຂຶ້ນ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ແຂວງ​ຫຼຸດພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຢ່າງ​ສິ້ນ ເຊີງ ແລະ​ປະ­ຊາ­ຊົນ​ມີ​ລາຍ​ຮັບ ກໍ​ເປັນ​ລາຍຮັບ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ເຊັ່ນ​ກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...