spot_img
Homeຂ່າວພາຍ​ໃນຍອດ​ຂາຍ ໃນ​ເທ​ສະ­ການ​ອາ­ຫານ​ລາວ ຄັ້ງ​ທີ 11 ບັນ­ລຸ 2 ຕື້​ກວ່າ​ກີບ

ຍອດ​ຂາຍ ໃນ​ເທ​ສະ­ການ​ອາ­ຫານ​ລາວ ຄັ້ງ​ທີ 11 ບັນ­ລຸ 2 ຕື້​ກວ່າ​ກີບ

Published on

ເທ​ສະ­ການ​ອາ­ຫານ​ລາວໜຶ່ງ​ໃນເວ­ທີ​ສົ່ງ­ເສີມ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂອງ​ແມ່ຍິງ​ທີ່​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ໃນ​ການ ອະ­ນຸ​ຮັກ ແລະ​ສົ່ງ­ເສີມ​ວັດ­ທະ­ນະ­ທຳ​ອັນດີ­ງາມ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ​ນັ້ນ​ແມ່ນ​ສາ­ມາດ​ບັນ­ລຸຍອດ​ຂາຍ​ໄດ້ 2 ຕື້​ກວ່າ​ກີບ, ຂະ­ນະ​ທີ່​ບັນຍາ​ກາດ​ການ​ເຂົ້າ​ຮ່ວມ​ທ່ຽວ​ຊົມ​ຈັບ​ຈ່າຍຊື້​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ແມ່ນ​ຄຶກ­ຄື້ນ​ກວ່າທຸກ​ປີ­ຜ່ານ­ມາ.

ທ່ານ ນາງ ຈັນ­ທະ​ຈອນ ວົງ​ໄຊ ປະທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ ໄດ້​ກ່າວ​ໃຫ້​ຮູ້​ໃນ​ພິ­ທີ​ຮັບ​ສະ­ມາ­ຊິກ​ໃໝ່ ແລະ​ສະ­ຫຼຸບ​ການ​ຈັດ​ງານ​ເທ​ສະ­ການ​ອາຫານ​ລາວ ເມື່ອ​ວັນ​ທີ 29 ກຸມ­ພາ ທີ່​ຮ້ານອາ­ຫານ​ຄົວ​ລາວ​ຮູ້​ວ່າ: ງານ​ເທ​ສະ­ການອາ­ຫານ​ລາວ​ຄັ້ງ​ທີ 11 ທີ່​ຈັດ​ຕັ້ງ​ຂຶ້ນ​ໃນ ລະ­ຫວ່າງ​ວັນ​ທີ 28-30 ມັງ­ກອນ 2016, ຢູ່​ເດີ່ນ​ສວນ​ເຈົ້າ​ອາ​ນຸ​ວົງ, ນະ­ຄອນ­ຫຼວງວຽງ​ຈັນ ເພື່ອ​ເປັນ​ການ​ສືບ­ຕໍ່​ຊຸກ­ຍູ້​ສົ່ງເສີມ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂອງ​ແມ່­ຍິງ​ນັບທັງ​ການ​ຜະ­ລິດ, ການ​ປູກ​ພືດ​ກະ­ສິ­ກຳ, ລ້ຽງ­ສັດ, ປຸງ​ແຕ່ງ, ທຸ­ລະ​ກິດ​ຮ້ານ​ອາຫານ​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ທ້ອງ­ຖິ່ນ​ຕ່າງ​ແຂວງ​ໃຫ້​ມີ​ໂອ­ກາດ​ມາ​ວາງສະ­ແດງ ແລະ​ຂາຍ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ ຊຶ່ງ​ມີ​ຮ້ານ​ວາງ­ສະ­ແດງ​ຜະ­ລິດ​ຕະ​ພັນ ແລະ ຂາຍ​ສິນ­ຄ້າ​ໄດ້​ທັງ​ໝົດ 160 ບຸດ​ນັ້ນ ແມ່ນສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ສິນ ຄ້າ​ທັງ​ໝົດ 2,41 ຕື້​ກີບ ໂດຍ​ງາຍ​ປີ​ນີ້​ຖ້າທຽບ­ໃສ່​ແຕ່​ລະ​ປີ­ຜ່ານ­ມາ​ແມ່ນ​ດີ​ຂຶ້ນ​ຕາມລຳ­ດັບ, ມີ​ມວນ​ຊົນ​ເຂົ້າ​ມາ​ທ່ຽວ​ຊົມ ແລະ ຊື້​ສິນ­ຄ້າ​ຢ່າງ​ບໍ່​ຂາດ​ສາຍ.

ເຖິງ​ຢ່າງ­ໃດ​ກໍ​ດີ ທັງ​ໝົດ​ນີ້ ກໍ​ຍ້ອນ​ໄດ້ຮັບ​ການ​ຊີ້​ນຳໆ​ພາ​ຢ່າງ­ຮອບ­ດ້ານ​ຈາກປະ­ທານ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ມາ­ຄົມນັກ­ທຸ­ລະ­ກິດ​ແມ່­ຍິງ, ການ​ຮ່ວມ​ມື​ຈາກການ​ນຳ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ຢ່າງໃກ້­ຊິດ, ການ​ແບ່ງ​ງານ, ການ​ຂົນ­ຂວາຍທຶນ, ການ​ຈັດ​ງານ​ຖະ­ແຫຼງ​ຂ່າວ​ຕາມ​ເວລາ​ທີ່​ເໝາະ​ສົມ ແລະ​ປະ­ທານ​ຈັດງານ​ໄດ້ເອົາ­ໃຈ­ໃສ່​ຕິດ­ຕາມ ແລະ​ກວດ­ກາ​ວຽກງານ​ຂອງ​ແຕ່​ລະ​ອະ­ນຸ​ກຳ­ມະ­ການ.

ນອກ­ຈາກ​ການ​ສະ­ຫຼຸບ​ຜົນ​ການ​ຈັດງານ​ເທ​ສະ­ການ​ອາ­ຫານ​ແລ້ວ​ພາຍ​ໃນ​ຍັງໄດ້​ຈັດ​ພິ­ທີ​ຕ້ອນ­ຮັບ​ສະ­ມາ­ຊິກ​ໃໝ່​ຈຳນວນ 14 ທ່ານ, ໂດຍ​ມາ​ຮອດ​ປະ­ຈຸ​ບັນ ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ​ມີ​ສະ ມາ​ຊິກ​ທັງ​ໝົດ 114 ທ່ານ ຊຶ່ງ​ໃຫ້​ກຽດມອບ​ໃບ­ຢັ້ງ­ຢືນ​ຮັບ​ສະ­ມາ­ຊິກ​ໃໝ່​ໂດຍ ທ່ານ ນາງ ຈັນ­ທະ​ຈອນ ວົງ​ໄຊ ປະ­ທານສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ, ພາຍໃຕ້​ການ​ເປັນ​ປະ­ທານ​ຂອງທ່ານ ດຣ. ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ປະ­ທານສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງພ້ອມ​ດ້ວຍ​ບັນດາ​ສະ­ມາ­ຊິກ​ເກົ່າ ແລະ​ໃໝ່​ເຂົ້າ​ຮ່ວມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...