spot_img
Homeຂ່າວຕ່າງປະເທດສິງກະ​​ໂປ​ເຜີຍ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຫຼາຍ​ຂຶ້ນ ​ແຕ່​ລາຍ​ຮັບ​ຫຼຸດ​ລົງ

ສິງກະ​​ໂປ​ເຜີຍ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຫຼາຍ​ຂຶ້ນ ​ແຕ່​ລາຍ​ຮັບ​ຫຼຸດ​ລົງ

Published on

ສຳນັກ​ຂ່າວຣອຍ​ເຕີ​ລາຍ​ງານ​ເມື່ອ​ວັນ​ທີ 29 ກຸມພານີ້​ວ່າ ການທ່ອງທ່ຽວ​ສິງກະ​ໂປ (​ເອສທີ​ບີ) ອອກ​ຖະ​ແຫຼ​ງການ​ເປີດ​ເຜີຍ​ວ່າ ​ໃນ​ປີ 2016 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ​ເດີນທາງ​ເຂົ້າປະ​ເທດ 15,2 ລ້ານ​ຄົນ ​ເພີ່ມ​ຂຶ້ນ​ຈາກ​ປີກ່ອນ 0,9% ​ແຕ່​ລາຍ​ໄດ້​ຈາກພາກ​ທ່ອງທ່ຽວ​ຜັດ​ຕົກລົງ 6,8% ​ເຫຼືອ​ລວມ 2,2 ຕື້​ໂດ​ລາ​ສິງກະ​​ໂປ ນັບ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 7 ປີ​ທີ່​ພາກ​ການທ່ອງທ່ຽວ​ສ້າງ​ລາຍ​ຮັບ​ຫຼຸດ​ລົງ​.

​ເອສທີບີ ລະບຸ​ປັດ​ໄຈ​ຍອດ​​ເງິນ​ພາກ​ການທ່ອງທ່ຽວ​ທີ່​ຫຼຸດ​ລົງ​ມາ​ຈາກ​ບໍລິສັດ​ຫຼາຍ​ແຫ່ງ​ທີ່​ຕັດ​ງົບ​ສຳລັບ​ເດີນທາງ​ແລະ​ທ່ອງ​ທ່ຽວ​ໜ້ອຍ​ລົງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທາງ​ທຸລະ​ກິດ ​(ບີ​ທີ​ເອມ​ໄອ​ຊີ​ອີ) ທີ່​ໃຊ້​ຈ່າຍ​ຫຼາຍກວ່າ​ນັກ​ທ່ອງ​ທ່ຽວທີ່​ເດີນທາງ​ມາ​ພັກ​ຜ່ອນ 2 ​ເທົ່າ​ມີ​ຈຳນວນ​ບໍ່​ຫຼາຍ​ເທົ່າ​​ເດີມ.

ນອກຈາກ​ນີ້ ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ຈີນ​ເຕີບ​ໂຕ​ຂຶ້ນ 22% ​ໃນ​ປີ 2014 ​ແນວ​ໃດ​ກໍ​ຕາມ ​ໃນ​ໄຕ​ມາດ​ທີ 3 ພວ​ກ​ເຂົາ​ໃຊ້​ຈ່າຍ​ໜ້ອຍ​ກວ່າ​ປົກກະຕິ 5% ປະກອບ​ກັບ​ສະຖານະ​ການ​ສະກຸນ​ເງິນ​ໃນ​ປະ​ເທດ​ໃກ້​ຄຽງ​ຫຼາຍ​ແຫ່ງ​ທີ່​ຕົກລົງ ​ເປັນ​ເຫດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ເມ​​ເລ​ເຊຍ ​ແລະ​ເປົ້າ​ໝາຍທາງ​ການ​ຕະຫຼາດ​ຂະໜາດ​ໃຫຍ່​ທີ່​ສຸດ​ເປັນ​ຕົ້ນ ​ອິນ​​ໂດ​ເນ​ເຊຍ​ຫຼຸດ​ໜ້ອຍ​ລົງ, ຢ່າງ​ໃດ​ກໍ​ຕາມ ​ຖະ​ແຫຼ​ງການ​ລະບຸ​ວ່າ ການ​ກະ​ຕຸ້ນ​ການທ່ອງທ່ຽວສິງກະ​ໂປ​ຕາມ​ເມືອງ​ນ້ອຍ​ຕ່າງໆ ​ໃນ​ປະ​ເທດ​ອິນ​ເດຍ​ແລະ​ຈີນ​ກຳລັງ​ເຕີບ​ໂຕ​ຂຶ້ນ.

​ເອສທີ​ບີ​ຄາດ​ການ​ສະຖານະ​ການ​ໃນ​ປີ​ນີ້​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າປະ​ເທດ​ປະມານ 15,2-15,7 ລ້ານ​ຄົນ ​ແລະ​ຄາດ​ວ່າ​ມີ​ລາຍ​ໄດ້​ຈາກ​ພາກທ່ອງ​ທ່ຽວ​ປະມານ 2,2-2,4 ຕື້​ໂດ​ລາ​ສິງກະ​​ໂປ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...