Homeຂ່າວພາຍ​ໃນເຊັນອີກຮອບໃໝ່ກັບໂຄງການກໍ່ສ້າງເສັ້ນທາງລົດໄຟ ສະຫວັນ-ລາວບາວ

ເຊັນອີກຮອບໃໝ່ກັບໂຄງການກໍ່ສ້າງເສັ້ນທາງລົດໄຟ ສະຫວັນ-ລາວບາວ

Published on

ໂຄງການກໍ່ສ້າງເສັ້ນທາງລົດໄຟຈາກແຂວງສະຫວັນນະເຂດ ສປປ ລາວໄປຫາເຂດຊາຍແດນລາວບາວເຊື່ອມຈອດ ສສ.ຫວຽດນາມບໍ່ມີຄວາມຄືບໜ້າ ແລະ ກໍມິດຫງຽບໂດຍບໍ່ມີການເປີດຫຍັງເລີຍ ທັງໆທີ່ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງໃນປີ 2013 ຜ່ານມາ.

ຫລ້າສຸດໄດ້ມີພິທີເຊັນສັນຍາອີກຮອບໃໝ່ຖືວ່າເປັນຄັ້ງທີ 3 ແລ້ວພາຍໃຕ້ຫົວຂໍ້ໂຄງການໃສ່ຊື່ວ່າ: ໂຄງກໍ່ສ້າງໂຄງການເສັ້ນທາງລົດໄຟລາງຄູ່ຂະໜານ ສະຫວັນນະເຂດ-ລາວບາວ ໄລຍະທາງ 220 ກິໂລແມັດໃນວັນທີ 28 ກຸມພາ 2016 ທີ່ໂຮງແຮມຈໍາປາ ນະຄອນຫລວງວຽງຈັນ ແຕ່ແນວໃດກໍດີ ພິທີເຊັນສັນຍາຄັ້ງນີ້ບໍ່ໄດ້ມີການເປີດກວ້າງໃຫ້ນັກຂ່າວເຂົ້າໄປຮ່ວມເກັບກໍາຂ່າວພໍເທົ່າໃດເພາະບໍລິສັດດັ່ງກ່າວໄດ້ຈ້າງບໍລິສັດຈັດງານເປັນຜູ້ຮັບເໝົາເລືອກເອົານັກຂ່າວເພື່ອເຜີຍແຜ່ຂໍ້ມູນຕາມຈຸດປະສົງຂອງຕົນເອງ.

ແນວໃດກໍດີ ໂຄງການນີ້ໄດ້ມີຫາງສຽງຈາກສັງຄົມວ່າຈະເກີດແທ້ ຫລື ບໍ່? ເນື່ອງຈາກວ່າປະຊາຊົນສ່ວນໃຫຍ່ຢູ່ແຂວງສະຫວັນນະເຂດໄດ້ຍິນຂ່າວຕະຫລອດວ່າມີການວາງສີເລີກກໍ່ສ້າງແລ້ວ ຕໍ່ມາກໍໄດ້ຍິນຂ່າວວ່າເຊັນສັນຍາຮ່ວມມືກັບບາງບໍລິສັດນັບແຕ່ປີ 2013 ເປັນຕົ້ນມາ ແຕ່ມາຮອດປັດຈຸບັນກໍໄດ້ຍິນຂ່າວອີກວ່າໄດ້ມີພິທີເຊັນສັນຍາກໍ່ສ້າງໂຄງການເສັ້ນທາງລົດໄຟລາງຄູ່ຂະໜານ ສະຫວັນນະເຂດ-ລາວບາວ ໄລຍະທາງ 220 ໃນວັນທີ 28 ກຸມພາ 2016 ນີ້ ເຊິ່ງບັນຫາດັ່ງກ່າວພວມສ້າງຄວາມສັບສົນ ແລະ ແປກໃຈໃຫ້ສັງຄົມເປັນວົງກວ້າງ. ສະນັ້ນ ການພັດທະນາພື້ນຖານໂຄງລ່າງຕ່າງໆລວັນແຕ່ເປັນສິ່ງທີ່ດີ ແລະ ທັງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ຖ້າຫາກວ່າເຮັດແທ້ທໍາຈິງ ແລະ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ.

ໂຄງການເສັ້ນທາງລົດໄຟລາງຄູ່ຂະໜານແຫ່ງນີ້ແມ່ນການລົງທຶນຂອງນັກລົງທຶນຕ່າງປະເທດ ມີມູນຄ່າປະມານ 5 ຕື້ໂດລາສະຫະລັດເປັນເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງແຂວງສະຫວັນນະເຂດອອກສູ່ຫວຽດນາມ.

ພາບ-ຂ່າວ: ນັກຂ່າວທ້ອງຖິ່ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...