spot_img
HomeມູມໄອທີລາວUlefone Power ສະມາດໂຟນສະເປັກດີມາພ້ອມກັບແບັດ 6,050mAh ລາຄາພຽງ $180

Ulefone Power ສະມາດໂຟນສະເປັກດີມາພ້ອມກັບແບັດ 6,050mAh ລາຄາພຽງ $180

Published on

Ulefone Power ຂອບຂອງໂຕເຄື່ອງເປັນໂລຫະ ມາພ້ອມກັບໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080p (Full HD) ມາພ້ອມກັບຈໍແບບ 2.5D ແລະປົກປ້ອງດ້ວຍ Gorilla Glass 3. ສຳລັບດ້ານຫຼັງຂອງໂຕເຄື່ອງສາມາດເລືອກໄດ້ລະຫວ່າງວັດສະດຸໄມ້ ແລະ abrasion-proof (ຍັງບໍ່ຮູ້ວ່າເປັນແບບໃດ) ແລະມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ

image

ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ (ໃຊ້ເລນກ້ອງຂອງໂຊນີ IMX214 ຮູຮັບແສງ f/1.8) ສາມາດຖ່າຍວີດີໂອລະດັບ 1080p ພ້ອມກັບເທັກໂນໂລຢີ Electronic Image Stabilization (EIS) ແລະແຟລັດຄູ່ LED. ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ

Ulefone Power ໃຊ້ງານລະບົບປະຕິບັດການ Android 5.1 (ຈະໄດ້ຮັບອັບເດດເປັນ 6.0 Marshmallow), ໃຊ້ງານຊິບປະມວນຜົນ Mediatek octa-core ຄວາມໄວທີ່ 1.3GHz, RAM 3GB. ສາມາດໃຊ້ງານໄດ້ 2 ຊິມ (ເປັນແບບ Hybrid card slot) ຄື: microSIMs ຫຼື SIM + microSD. ຮອງຮັບສັນຍານ LTE (150Mbps) ແລະ IR  Blaster. ROM 16GB (ເພີ່ມ Micro SD ສູງສຸດ 128GB). ຮອງຮັບ 3G ແລະ 4G

image

ໃນດ້ານຂອງແບັດເຕີຣີທີ່ເປັນສ່ວນສຳຄັນຂອງໂທລະສັບລຸ້ນດັ່ງກ່າວ ແມ່ນໃຫ້ມາ 6,050mAh ມີລະບົບ Quick Charge ສາມາດສາກໃຫ້ເຕັມໃນເວລາ 2 ຊົ່ວໂມງ (ຖືວ່າປົກກະຕິກັບແບັດລະດັບນີ້), ບໍລິສັັດບອກວ່າສາມາດໃຊ້ງານປົກກະຕິໄດ້ 4 ມື້, ລົມໂທລະສັບໄດ້ 63 ຊົ່ວໂມງ ແລະສະແຕນບາຍໄດ້ 75 ມື້. ຖ້າຫາກວ່າທຽບກັບແບັດຂອງ iPhone 6s ແລ້ວຖືວ່າຫຼາຍເຖິງ 2 ເທົ່າເລີຍ

ສຳລັບໂຕເຄື່ອງນັ້ນມີລາຄາຢູ່ທີ່ $180 (1.450.000 ກີບ) ພ້ອມກັບຕິດຕັ້ງບໍລິການ Google Services ມາພ້ອມ. ລາຍລະອຽດເພີ່ມຕື່ມ Ulefone

ສຳລັບການສັ່ງຊື້ແມ່ນຂາຍສະເພາະທາງອອນລາຍເທົ່ານັ້ນ ລາຍການຮ້ານຄ້າ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...