spot_img
Homeຂ່າວການສຶກສາບໍລິສັດອີຊູຊຸລາວ ວີເອັສເອ ຈຳກັດ ໄດ້ເອົາໃຈໃສ່ຊຸກຍູ້ວັດຖຸ ປັດໄຈ ເຂົ້າໃນວຽກງານການສຶກສາ

ບໍລິສັດອີຊູຊຸລາວ ວີເອັສເອ ຈຳກັດ ໄດ້ເອົາໃຈໃສ່ຊຸກຍູ້ວັດຖຸ ປັດໄຈ ເຂົ້າໃນວຽກງານການສຶກສາ

Published on

ບໍລິສັດອີຊູຊຸລາວ ວີເອັສເອ ຈຳກັດ ໄດ້ເອົາໃຈໃສ່ຊຸກຍູ້ວັດຖຸ ປັດໄຈ ເຂົ້າໃນວຽກງານການສຶກສາ

ບໍລິສັດອີຊູຊຸລາວ ວີເອັສເອ ຈຳກັດ ໄດ້ເອົາໃຈໃສ່ຊຸກຍູ້ວັດຖຸ ປັດໄຈ ເຂົ້າໃນວຽກງານການສຶກສາ

ການພັດທະນາຊັບພະຍາກອນມະນຸດ ແມ່ນວຽກງານນຶ່ງທີ່ລັດຖະບານໄດ້ທຸມເທທຶນຮອນເຂົ້າໃສ່ຢ່າງມະຫາສານ ໃນການສ້າງບຸກຄາລະກອນໃຫ້ມີຄວາມຮູ້ ຄວາມສາມາດ ພຽບພ້ອມໄປດ້ວຍຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າໄປເລື້ອຍໆ ໃນນັ້ນ ບັນດາບໍລິສັດ ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ກໍໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຕາມເງື່ອນໄຂຂອງແຕ່ລະພາກສ່ວນ ເຊິ່ງບໍລິສັດອີຊູຊຸລາວວີເອັສເອຈັດກັດ ກໍແມ່ນບໍລິສັດນຶ່ງທີ່ໄດ້ເອົາໃຈໃສ່ປະກອບສ່ວນດ້ານວັດຖຸ ປັດໄຈຊຸກຍູ້ຊ່ອຍເຫຼືອເຂົ້າໃນວຽກງານການສຶກສາ ໂດຍໄດ້ຊ່ອຍບັນດາໂຮງຮຽນ ກໍຄືນ້ອງນ້ອຍນັກຮຽນຜູ້ທຸກຍາກໃນເຂດຊົນນະບົດ ເພື່ອຊ່ອຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

…….ທ່ານ ແສງທອງ ນໍລະສິງ ປະທານບໍລິສັດອີຊູຊຸລາວວີເອັສເອຈຳກັດ ໄດ້ໃຫ້ສໍາພາດຕໍ່ຜູ່ສື່ຂ່າວໃນວັນທີ 24 ກຸມພາ 2016 ວ່າ ນອກຈາກການດຳເນີນທຸລະກິດແລ້ວ ບໍລິສັດຂອງພວກເຮົາກໍໄດ້ເອົາໃຈໃສ່ໃນການປະກອບສ່ວນຊຸກຍູ້ຊ່ອຍເຫຼືອສັງຄົມຕະຫຼອດມາຕາມຄວາມສາມາດ ແລະ ເງື່ອນໄຂໂຕຈິງ ຖືວ່າໄດ້ຊ່ອຍເຫຼືອສັງຄົມຫຼາຍພໍສົມຄວນ ເຊິ່ງໃນນັ້ນຊ່ອຍເຫຼືອວຽກງານສຶກສາ ໂດຍສະເພາະແມ່ນບັນດາໂຮງຮຽນ ກໍຄືນ້ອງນ້ອຍນັກຮຽນຜູ້ທຸກຍາກ ໂດຍທາງບໍລິສັດຂອງພວກເຮົາກໍໄດ້ມອບອຸປະກອນການສຶກສາ ເຄື່ອງນຸ່ງຫົ່ມ ເຄື່ອງກີລາ ແລະ ອື່ນໆເຊັ່ນວ່າ ຊ່ອຍໂຮງຮຽນມັດທະຍົມໜອງເປັດ ເມືອງແປກ ແຂວງຊຽງຂວາງ ຮວມມູນຄ່າ 10 ລ້ານກີບ ໂດຍຜ່ານສູນກາງສະຫະພັນກຳມະບານລາວ ພະແນກສຶກສາແຂວງຫຼວງພະບາງ 7.500.000 ກີບ ເພື່ອນຳໃຊ້ເຂົ້າໃນພິທີປະກາດລຶບລ້າງຊັ້ນປະຖົມບຳລຸງ ຊ່ອຍມະຫາວິທະໄລແຫ່ງຊາດໃນການສະຫຼຸບວຽກງານການຮຽນ-ການສອນ ປະຈຳປີ 2014-0215 ມູນຄ່າ 5.000.000 ກີບ ແລະ ຊ່ອຍພາກສ່ວນອື່ນໆ.

…….ສຳລັບປີ 2016 ບໍລິສັດອີຊູຊຸລາວວີເອັສເອຈຳກັດ ກໍໄດ້ມອບໃຫ້ນາງ ວັນເພັງ ນໍລະສິງ ຕາງໜ້າບໍລິສັດ ພ້ອມຄະນະ ນຳເອົາເຄື່ອງນຸ່ງຫົ່ມ ອຸປະກອນການສຶກສາ ແລະ ເຄື່ອງກີລາ ຮວມມູນຄ່າ 97 ລ້ານກີບ ໄປມອບໃຫ້ນ້ອງນ້ອຍນັກຮຽນຢູ່ໂຮງຮຽນປະຖົມບ້ານຫໍສິມ ບ້ານທາງ ບ້ານນ້ຳກະ ບ້ານຫໍກາງ ແລະ ໂຮງຮຽນປະຖົມບ້ານໜອງ ເມືອງຜາໄຊ ແຂວງຊຽງຂວາງ ໃນວັນທີ 06 ກຸມພາ 2016 ຜ່ານມາ ໂດຍມີທ່ານ ບຸນມີ ນັນທະພອນ ຕາງໜ້າພະແນກສຶກສາແຂວງ ບັນດາຄູ ອາຈານ ພ້ອມດ້ວຍນ້ອງນ້ອຍນັກຮຽນແຕ່ລະໂຮງຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງເຄື່ອງວັດຖຸ ປັດໄຈ ທີ່ນຳມາມອບໃນຄັ້ງນີ້ ແມ່ນເປັນການປະກອບສ່ວນຈາກບັນດາເພື່ອນຮ່ວມງານ ບໍລິສັດຫ້າງຮ້ານຕ່າງໆຮ່ວມນຳບໍລິສັດອີຊູຊຸລາວ ວີເອັສເອ ຈຳກັດ ແລະ ອົງການບ້ານຈຸດສຸມ.

…….ທ່ານ ແສງທອງ ນໍລະສິງ ຍັງໃຫ້ຮູ້ຕື່ມວ່າ ຕົນກໍແມ່ນຜູ້ນຶ່ງທີ່ໄດ້ກຳເນີດຈາກຊົນຊັ້ນກຳມະກອນຊາວຜູ້ອອກແຮງງານ ເຄີຍໄດ້ຜ່ານທຸກຜ່ານຍາກມາຫຼາຍສົມຄວນ ມາຮອດປັດຈຸບັນ ໄດ້ເປັນປະທານບໍລິສັດ ດັ່ງນັ້ນ ຈິ່ງຂໍສະແດງຄວາມຮູ້ບຸນຄຸນນຳພັກ ນຳລັດ ກໍຄືພໍ່ແມ່ປະຊາຊົນ ຕະຫຼອດຮອດບັນດາລູກຄ້າທີ່ໄດ້ໃຫ້ການສະໜັບສະໜູນບໍລິສັດຕະຫຼອດມາ ເພ່ື່ອຕອບບຸນແທນຄຸນ ບໍລິສັດ ກໍໄດ້ຖືສຳຄັນເອົາການປະກອບສ່ວນຊ່ອຍເຫຼືອສັງຄົມ ກໍຄືຊ່ອຍປະຊາຊົນຜູ້ທຸກຍາກ ນ້ອງໆນັກຮຽນໃນເຂດຊົນນະບົດ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີການສຶກສາທີ່ດີ ມີອານາຄົດທີ່ສົດໃສ ເພື່ອກຽມພ້ອມປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ກ້າວໜ້າສີວິໄລໄປເລື້ອຍໆ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...