spot_img
Homeຂ່າວຕ່າງປະເທດຢີ່ປຸ່ນ! ມີບັນຫາປະຊາກອນລັດອອກນະໂຍບາຍ ເລັ່ງຜະລິດລູກ.

ຢີ່ປຸ່ນ! ມີບັນຫາປະຊາກອນລັດອອກນະໂຍບາຍ ເລັ່ງຜະລິດລູກ.

Published on

japan

ປະຊາກອນຢີ່ປຸ່ນຫຼຸດລົງເກືອບ 1 ລ້ານຄົນ ລັດຖະບານເລັ່ງກະຕຸ້ນໃຫ້ຄົນມີລູກເພີ່ມຂຶ້ນຫວັ່ນກະທົບເສດຖະກິດ ແລະ ຄ່າໃຊ້ຈ່າຍດ້ານສຸຂະພາບເພາະມີແຕ່ຜູ້ສູງອາຍຸ.

ກະຊວງກິດຈະການພາຍໃນຂອງປະເທດຢີ່ປຸ່ນເປີດເຜີຍຜົນການສຳຫຼວດຈຳນວນປະຊາກອນລ່າສຸດທີ່ບົ່ງຊີ້ວ່າ ປະຊາກອນຢີ່ປຸ່ນຫລຸດລົງ 947,000 ຄົນໃນຊ່ວງໄລຍະ 5 ປີທີ່ຜ່ານມາ ນັບເປັນການຫລຸດລົງຄັ້ງທຳອິດນັບແຕ່ປີ 2463.

ຕົວເລກສຳມະໂນຄົວປະຊາກອນທີ່ເຮັດການສຳຫຼວດຈົນເຖິງເດືອນ ຕຸລາ 2558 ຢູ່ທີ່ 127.1 ລ້ານຄົນ ຫລຸດລົງ 0.7% ຈາກການສຳຫຼວດຄັ້ງທີ່ຜ່ານມາເມື່ອປີ 2553 ໂດຍສຳນັກຂ່າວເອັນແອຊເຄ ລາຍງານວ່າມີພຽງ 8 ແຂວງ ເຊິ່ງລວມເຖິງກຸງໂຕກຽວທີ່ມີປະຊາກອນເພີ່ມຂຶ້ນແຕ່ທີ່ເຫລືອອີກ 39 ແຂວງ ກັບມີຈຳນວນປະຊາກອນຫລຸດລົງ ໂດຍສະເພາະໃນແຂວງຟຸກຸຊິມະ ເຊິ່ງຖືກຄລື່ນຍັກສິນາມິພັດຖະລົ່ມເມື່ອປີ 2554 ຈົນເຮັດໃຫ້ກຳມັນຕະພາບລັງສີໄຫລຈາກໂຮງງານໄຟຟ້ານິວເຄລຍນັ້ນ ມີປະຊາກອນຫລຸດລົງຫຼາຍທີ່ສຸດຄື 115,000ຄົນ ນັກປະຊາກອນສາດເຄີຍພະຍາກອນໄວ້ດົນແລ້ວວ່າປະຊາກອນຢີ່ປຸ່ນຈະຫລຸດລົງ ເນື່ອງຈາກມີອັດຕາການເກີດຕ່ຳ ແລະ ບໍ່ຄ່ອຍມີຊາວຕ່າງຊາດອົບພະຍົບເຂົ້າໄປຢູ່ອາໃສໃນຢີ່ປຸ່ນ ໂດຍໃນການສຳຫຼວດຄັ້ງລ່າສຸດພົບວ່າ ຈຳນວນປະຊາກອນຢີ່ປຸ່ນຢຸດຂະຫຍາຍຕົວຢ່າງສິ້ນເຊີງການມີປະກອນສູງໄວໃນຈຳນວນທີ່ເພີ່ມຂຶ້ນສົ່ງຜົນໃຫ້ເສດຖະກິດຊົບເຊົາ ທັງຍັງກໍ່ໃຫ້ເກີດຄວາມວິຕົກກັງວົນເລື່ອງຄ່າໃຊ້ຈ່າຍດ້ານສຸຂະພາບວ່າຈະເພີ່ມສູງຂຶ້ນດ້ວຍ.

ດ້ານລັດຖະບານຢີ່ປຸ່ນປະເມີນວ່າພາຍໃນປີ 2603 ປະມານ 40% ຂອງພົນລະເມືອງຢີ່ປຸ່ນຈະເປັນຜູ້ມີອາຍຸ 65 ປີຂຶ້ນໄປ ແລະ ຈຳນວນປະຊາກອນທັງປະເທດຈະເຫລືອພຽງ 1 ໃນ 3 ຂອງຕົວເລກໃນປັດຈຸບັນ ເລື່ອງນີ້ສົ່ງຜົນໃຫ້ລັດຖະບານດຳເນີນມາດຕະການຕ່າງໆ ເພື່ອຈະເພີ່ມຈຳນວນປະຊາກອນ ມາດຕະການອັນນຶ່ງຄືກະຕຸ້ນໃຫ້ຄົນມີລູກຫຼາຍຂຶ້ນ ຈາກເດີມຜູ້ຍິງ 1 ຄົນມີບຸດສະເລ່ຍ 1.4 ຄົນ ທາງການເປົ້າໝາຍຈະເພີ່ມເປັນ 1.8 ຄົນ.

ຂໍ້ມູນຈາກ http://www.thaisch.com/

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...