spot_img
Homeຂ່າວທ້ອງຖິ່ນອາກາດໜາວເຢັນລົງ ສົ່ງຜົນກະທົບຕໍ່ເຂົ້ານາແຊງ ເມືອງຈຳພອນ

ອາກາດໜາວເຢັນລົງ ສົ່ງຜົນກະທົບຕໍ່ເຂົ້ານາແຊງ ເມືອງຈຳພອນ

Published on

ຜົນ​ກະທົບ​ມາ​ຈາກ​ສະພາບ​ອາກາດ​ໜາວ​ເຢັນ 0-1 ອົງສາ ໃນ​ພາກ​ເໜືອ ແລະ ປະມານ 10-12 ອົງສາ ໃນ​ພາກ​ກາງ ແລະ ພາກ​ໃຕ້ ໃນ​ທ້າຍ​ເດືອນ​ມັງກອນ​ປີ​ນີ້ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສັດລ້ຽງ ແລະ ພືດ​ຜັກ​ຢູ່​ໃນ​ຫຼາຍ​ທ້ອງຖິ່ນ ໂດຍ​ສະເພາະ ຢູ່​ເມືອງ​ຈຳ​ພອນ ແຂວງ​ສະຫວັນ​ນະ​ເຂດ ການ​ຜະລິດ​ເຂົ້ານາແຊງ ໄດ້​ຮັບ​ຜົນ​ກະທົບ​ຮ່ຽວ​ຕາຍ​ໃນ​ຫຼາຍ​ພື້ນ​ທີ່​ເກືອບ 50% ຂອງ​ເນື້ອທີ່​ນາ​ທັງ​ໝົດ​ຂອງ​ປີ 2016 ຫຼື ປະມານ 6.000 ເຮັກຕາ ຂອງ​ເນື້ອທີ່ 12.000 ເຮັກຕາ​ທົ່ວ​ເມືອງ.

ທ່ານ ເພັດ​ສະໝອນ ມາໄລ​ທອງ ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ຈຳ​ພອນ ແຂວງ​ສະຫວັນ​ນະເຂດ ເປີດເຜີຍ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ປະເທດ​ລາວ ໃນ​ວັນ​ທີ 24 ກຸມພາ​ນີ້​ວ່າ: ສະພາບ​ອາກາດ​ໜາວ​ເຢັນ​ດັ່ງກ່າວ ​ໄດ້ແກ່​ຍາວ​ກວ່າ​ສອງ​ອາທິດ ທັງ​ໜາວ​ເຢັນ ແລະ ມີ​ລົມ​ພັດ​ແຮງ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຕົ້ນ​ເຂົ້າ​ທີ່​ຫາກໍ່​ປັກ​ດຳ​ແລ້ວ ເຮັດ​ໃຫ້​ຕົ້ນ​ເຂົ້າ​ຮ່ຽວ​ຕາຍ ໂດຍ​ທາງ​ກະສິກຳ​ເມືອງ​ໄດ້​ລົງ​ຕິດຕາມ​ກວດກາ​ຕົວ​ຈິງ ເຊິ່ງເຫັນ​ວ່າ ປະມານ 50% ເນື້ອທີ່​ນາ​ຂອງ​ຊາວ​ກະສິກອນ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ ສະນັ້ນ ຈຶ່ງ​ໄດ້​ສົ່ງ​ວິຊາ​ການ ລົງ​ແນະນຳ​ໃຫ້​ໃສ່​ປຸຍ​ເລັ່ງ ເພີ່ມ​ໄຮ​ໂດ​ເຈນ ແກ່​ຕົ້ນ​ເຂົ້າ​ໃຫ້​ປົ່ງ​ໜໍ່​ລູກ​ຂຶ້ນ​ມາ​ໃໝ່ ເຊິ່ງ​ວິທີ​ການ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ໄດ້​ຮັບ​ຜົນ​ທາງ​ສະມັດຖະພາບ 70-80% ຢ່າງໃດ​ກໍ່​ຕາມ ມາ​ຮອດ​ໄລຍະ​ນີ້ ຜັດ​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ຈາກ​ກົມ​ອຸຕຸນິຍົມ ແລະ ອຸ​ທົກ​ກະສາ​ດວ່າ ອາກາດ​ຈະ​ໜາວ​ເຢັນ​ອີກ​ຮອບ​ໜຶ່ງ ໃນ​ລະດັບ 3-5 ອົງສາ ແລະ ຈະ​ມີ​ຝົນຕົກ ມີ​ລົມ-ຟ້າ​ເຫຼື້ອມ ຟ້າຮ້ອງ ເຊິ່ງ​ສະພາບ​ດັ່ງກ່າວ​ຫາກ​ແກ່ຍາວ ແນ່ນອນ​ຈະ​ຕ້ອງ​ສົ່ງ​ຜົນ​ກະທົບຊ້ຳ​ອີກ​ຮອບ​ສອງ ເຮັດ​ໃຫ້​ຊາວນາ​ມີ​ຄວາມ​ກັງວົນ​ຕື່ມ​ອີກ.

ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ຈຳ​ພອນ​ໃຫ້​ຮູ້​ອີ​ກວ່າ: ການ​ຜະລິດ​ເຂົ້ານາແຊງ​ຂອງ​ຊາວ​ກະ​ສິກອນ ເມືອງ​ຈຳ​ພອນ ປີ 2015 ຜ່ານ​ມາ ມີ​ຈຳນວນ​ທັງ​ໝົດ 12.000 ເຮັກຕາ ເຫັນ​ວ່າ​ມີ​ປະສິດທິພາບ​ສູງ​ສົມຄວນ ສາມາດ​ບັນລຸ​ສະມັດຖະພາບ 4,2 ໂຕນ​ຕໍ່​ເຮັກຕາ ຫຼື ເກືອບ 500.000 ໂຕນ ສ່ວນ​ການ​ຜະລິດ​ໃນ​ປີ​ນີ້ ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ເຄິ່ງ​ໜຶ່ງ​ດ້ານ​ສະມັດຖະພາບ ອາດ​ຫຼຸດ​ລົງ​ກວ່າ​ປີຜ່ານມາ​ຫຼາຍ​ສົມຄວນ ສິ່ງ​ທີ່​ເປັນຫ່ວງ​ຢ່າງ​ໜຶ່ງ ຫາກ​ສະພາບ​ອາກາດ​ແບບ​ນີ້​ແກ່ຍາວ​ຫຼາຍ​ວັນ ກໍ່​ຈະ​ເປັນ​ການ​ຊ້ຳ​ເຕີມ​ຕົ້ນ​ເຂົ້າ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຜ່ານ​ມາ ບໍ່​ສາມາດ​ຟື້ນ​ຟູ​ຄືນ​ໄດ້ ກໍ່​ຈະ​ສ້າງ​​​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ສົມຄວນ ແຕ່​ເຊື່ອ​ວ່າ​ອາດ​ຈະ​ບໍ່​ຮ້າຍ​ແຮງ​ຄື​ຊຸດ​ທີ່​ຜ່ານ​ມາ.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...