spot_img
Homeຂ່າວຕ່າງປະເທດປູຕິນ ຕໍ່ສາຍໂອ້ລົມ ຜູ້ນຳຕາເວັນອອກກາງຫລາຍປະເທດ ກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ!

ປູຕິນ ຕໍ່ສາຍໂອ້ລົມ ຜູ້ນຳຕາເວັນອອກກາງຫລາຍປະເທດ ກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນ​ວັນ​ທີ 24 ກຸມພາຜ່ານມາ ທ່ານ ວະລາດິເມຍ ປູຕິນ ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​​ໂອ້​ລົມ​ທາງ​ໂທ​ລະ​ສັບ ​ກັບຄູ່​ຕຳ​ແໜ່ງ​ອີ​ຣ່ານ, ຊີ​ຣີ ແລະ ເຈົ້າ​ຊີວິດ​ອາຣັບບີ ຊາອຸດິດ ກ່ຽວ​ກັບ​ຖະ​ແຫລງ​ການ​ຮ່ວມ​ຣັ​ເຊຍ-ອາ​ເມ​ຣິກາ ​ກ່ຽວກັບແຜນການຢຸດ​ຍິງ​ຢູ່​ຊີ​ຣີ, ໃນ​ນັ້ນ ​ທ່ານ ປູຕິນ ໄດ້ຢືນ​ຢັນ​ວ່າ ​ຣັດເຊຍຈະສືບ​ຕໍ່​ ດຳເນີນການຕໍ່​ສູ້ ​ເພື່ອ​ປາບປາມບັນດາກຸ່ມກໍ່​ການ​ຮ້າຍ.

​ການ​ໂອ​້​​ລົມ​ທາງ​ໂທ​ລະ​ສັບ​ ລະ​ຫວ່າງ​ ທ່ານ​ ປູຕິນ ແລະ ທ່ານ ຮັສຊັນ ຣູຮານີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ ທັງ 2 ຝ່າຍ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ ຣັດ​ເຊຍ-ອີ​ຣານ ໃນ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ, ລວມ​ທັງ​ການ​ຕໍ່​ສູ້​ຕ​້ານ​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ. ສ່ວນການ​ແລກ​ປ່ຽນສົນທະນາ ​ລະ​ຫວ່າງ​​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ແລະ ​ທ່ານ ບາຊາ ອັນ-ອັດຊາດ ປະ​ທາ​ນາ​ທິ​ບໍ​ດີຊີ​ຣີ ຜູ້ນຳຊີຣີຢືນ​ຢັນ​ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ​ເລື່ອງ​ການຈັດຕັ້ງປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ.

ສຳລັບ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ ເຈົ້າ​ຊີວິດ Salman bin Abdulaziz Al Saud ແຫ່ງ ອາຣັບບີ ຊາອຸດິດ, ທ່ານ ປູຕິນ ໄດ້​ອະ​ທິ​ບາຍກ່ຽວ​ກັບ ເນື້ອ​ແທ້ບັນ​ດາ​ຂໍ້​ສະ​ເໜີ​ ໃນ​ຖະ​ແຫລງ​ການ​ຮ່ວ​ມ​ຣັດເຊຍ-ອາເມຣິກາ ຢ່າງ​ລະ​ອຽດ ໂດຍທາງເຈົ້າ​ຊີ​ວິດອາຣັບບີ ຊາອຸດິດ ກໍໄດ້​ສະ​ແ​ດງ​​ຄວາມ​ຊົມ​ເຊີຍ​ ຕໍ່​ຂໍ້​ຕົກ​ລົງ​ທີ່ສາມາດບັນລຸກັນໄດ້ ແລະ ກຽມພ້ອມ​ ​ທີ່ຈະ​ຮ່ວມ​ມື​ກັບ​ຣັດ​ເຊຍ​ ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດັ່ງກ່າວນີ້.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...