Homeຂ່າວຕ່າງປະເທດອົດສະຕຣາລີ ເຕືອນນັກທ່ອງທ່ຽວ ໃຫ້ລະວັງເຫດກໍ່ການຮ້າຍ ຢູ່ປະເທດອິນໂດເນເຊຍ!

ອົດສະຕຣາລີ ເຕືອນນັກທ່ອງທ່ຽວ ໃຫ້ລະວັງເຫດກໍ່ການຮ້າຍ ຢູ່ປະເທດອິນໂດເນເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກຸມພານີ້ວ່າ ລັດຖະບານອົດສະຕຣາລີ ໄດ້ອອກປະກາດແຈ້ງເຕືອນ ນັກທ່ອງທ່ຽວ ໃຫ້ລະມັດລະວັງເຫດກໍ່ການຮ້າຍ ຢູ່ປະເທດອິນໂດເນເຊຍ ຫລັງຈາກໜ່ວຍສືບຂ່າວຂອງຕົນ ພົບຂໍ້ມູນວ່າ ກຸ່ມກໍ່ການຮ້າຍ ກຳລັງວາງແຜນກຽມລົງມືໃນຂັ້ນສຸດທ້າຍ ເພື່ອດຳເນີນການໂຈມຕີ ໂດຍການເຕືອນດັ່ງກ່າວ ແມ່ນຄວບຄຸມທັງນະຄອນຫລວງຈາກາຕາ ຕະຫລອດຮອດແຫລ່ງທ່ອງທ່ຽວຍອດນິຍົມ ເຊັ່ນເກາະບາຫລີ ດັ່ງນີ້ເປັນຕົ້ນ.

ດ້ານກະຊວງການຕ່າງປະເທດອົດສະຕຣາລີ ໄດ້ລະບຸວ່າ ພວກເຮົາໄດ້ຮັບຂໍ້ມູນຢ່າງຕໍ່ເນື່ອງ ທີ່ບົ່ງບອກວ່າກຸ່ມກໍ່ການຮ້າຍ ອາດຈະວາງແຜນໂຈມຕີໃນອິນໂດເນເຊຍ ຊຶ່ງມັນອາດເກີດຂຶ້ນຢູ່ບ່ອນໃດ ແລະ ເວລາໃດກໍໄດ້.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...