spot_img
Homeຂ່າວຕ່າງປະເທດລັດຖະບານ​ຍີ່ປຸ່ນ​ເຜີຍ​ສະຖິຕິປະຊາກອນ​ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່ປີ 1920

ລັດຖະບານ​ຍີ່ປຸ່ນ​ເຜີຍ​ສະຖິຕິປະຊາກອນ​ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່ປີ 1920

Published on

ສຳນັກ​ຂ່າວ​ເດິ​ກາ​ດຽນ ລາຍ​ງານ​ວ່າ ຈາກ​ກາ​ນສຳ​ຫຼວດສຳມະ​ໂນ​ປະຊາກອນ​ຂອງ​ລັດຖະບານ​ຍີ່ປຸ່ນ​ພົບ​ວ່າ ທຸກ​ມື້​ນີ້ ຈຳນວນ​ປະຊາກ​ອນ​ໃນ​ຍີ່ປຸ່ນ​ຫຼຸດ​ລົງ​ຫຼາຍ​ເກືອບ 1 ລ້ານ​ຄົນ ນັບ​ຕັ້ງ​ແຕ່​ມີ​ການ​ເກັບ​ກຳ​ສະຖິຕິ​ປະຊາກອນ​ໃນ​ຊ່ວງ​ສະຕະ​ວັດ 1920 ​ເປັນ​ຕົ້ນ​ມາ ຊຶ່ງນັບ​ວ່າ​ຍີ່ປຸ່ນ​ມີ​ອັດຕາ​ປະຊາກອນ​ຫຼຸດ​ລົງ 947.345 ຄົນ ຫຼາຍ​ກວ່າ​ອັດຕາປະຊາກອນ​ໃນ​ຊານ​ຟຣານຊິ​ສ​ໂກ​ໃນ​​​ຊ່ວງ​ປີ 2010-2015.

​ໂດຍ​ອັດຕາ​ປະຊາກອນ​ຍີ່ປຸ່ນ​ຫຼຸດ​ລົງ​ຄິ​ດ​ເປັນ 0,7% ຈົນ​ເຫຼືອ​ປະມານ 127,1 ລ້ານ​ ຊຶ່ງ​ເປັນ​ຈຳນວນ​ທີ່​ລັດຖະບານ​ຄາດ​ການ​ໄວ້​ເປັນ​ປະຈຳ​ທຸກ​ປີ ​ແລະ​ສະຖິຕິ​ໃໝ່​ນີ້​ຢືນຢັນ​ວ່າ​ເປັນ​ໄປ​ຕາມ​ຄາດ​ການ​ຈິງ ​ສົ່ງ​ສັນຍານ​ບົ່ງ​ບອກ​ວ່າ​ຍີ່ປຸ່ນ​ກຳລັງ​ຈະ​ກາຍ​ເປັນ​ປະ​ເທດ​ຂອງ​ຜູ້​ສູງ​ອາຍຸ​ຢ່າງ​ແນ່ນອນ ຊຶ່ງ​ມີ​ທ່າ​ອຽງ​ວ່າ​ໃນ​ປີ 2100 ປະຊາກອນ​ຈະ​ຫັດ​ຕົວ​ລົງ​ເຫຼືອ 83 ລ້ານ​ຄົນ ​ແລະ​ມີ​ຈຳນວນ​ປະຊາກອນ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ 65 ປີ ຄິດ​ເປັນ 35%.

ດ້ານ​ນັກ​ເສດຖະສາດ​ຈິ່ງ​ຄິດ​ວ່າ ການ​ຫຼຸດ​ຕົວ​ລົງ​ຂອງ​ປະຊາກອນ​ຈະ​ເຮັດ​ໃຫ້​ໂລກ​ເກີດ​ບັນຫາ​ເສດຖະກິດ​ມີ​ໜີ້​ສິນ​ຫຼາຍ​ທີ່ສຸດ.

ທັງ​ນີ້ ນາຍົກລັດຖະມົນຕີຊິນ​ໂຊະ ອາ​ເບະ ມີ​ຄວາມ​ພະຍາຍາມ​ທີ່​ຈະ​ແກ້​ໄຂ​ວິ​ກິດ​ດັ່ງກ່າວ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ ​ໂດ​ຍ​ແຕ່ງ​ຕັ້ງ​ຕຳ​ແໜ່​ງຄັດ​ຊິ​ໂນ​ບຸ ຄາ​ໂຕະ ລັດຖະມົ​ນຕີ​ທີ່​ຈະ​ຊຸກ​ໃຫ້​ຍີ່ປຸ່ນ​ຄົງ​ອັດຕາ​ປະຊາກອນ​ໃຫ້​ໄດ້ 100 ລ້ານ​ຄົນ ຊຶ່ງ ທ່ານ ຄາ​ໂຕະ ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຮັກສາ​ສະ​ຖຽນລະ​ພາບ​ຂອງອັດຕາ​ການ​ເກີດ​ເປັນ 1,8% ຈາກ 1,41% ​ໃນ​ປີ 2012.

ຢ່າງ​ໃດ​ກໍ​ຕາມ ມີ​ຜູ້​ຊ່ຽວຊານ​ໄດ້​ອອກ​ມາ​ຂັດ​ວ່າ ຫາກ​ລັດຖະບານຕ້ອງການ​ຄົງ​ອັດຕາ​ຈຳນວນ​ປະຊາກອນ​ໃຫ້​ໄດ້ 100 ລ້ານ​ຄົນ ຈະ​ຕ້ອງ​ຕັ້ງ​ເປົ້າ​ອັດຕາ​ການ​ເກີດ​ເປັນ 2,1% ​ແທນ​ທີ 1,8% ​ແລະ​ປັດ​ໄຈ​ທີ່​ສຳຄັນ​ຄື​​ແມ່ຍິງ​ຍີ່ປຸ່ນ​ທຸກ​ວັນ​ນີ້​ແຕ່ງງານ​ຊ້າ​ລົງ​ແລະ​ມີ 2% ທີ່​ເປັນ​ອັດຕາ​ການ​ເກີດ​ນອກ​ສົມລົດ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...